ສປປ ລາວ ກຳນົດ 5 ວຽກງານຈຸດສຸມໃນການພັດທະນາດ້ານປະຊາກອນ

ສປປ ລາວ ກຳນົດ 5 ວຽກງານຈຸດສຸມໃນການພັດທະນາດ້ານປະຊາກອນ -                                                             - ສປປ ລາວ ກຳນົດ 5 ວຽກງານຈຸດສຸມໃນການພັດທະນາດ້ານປະຊາກອນ
ສປປ ລາວ ກຳນົດ 5 ວຽກງານຈຸດສຸມໃນການພັດທະນາດ້ານປະຊາກອນ - kitchen vibe - ສປປ ລາວ ກຳນົດ 5 ວຽກງານຈຸດສຸມໃນການພັດທະນາດ້ານປະຊາກອນ

ໃນເວລາ ຖະແຫລງການຜົນ ສຳເລັດ ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ (NCPD) ທີ່ດຳເນີນໄປ ໃນວັນທີ 23-24 ຕຸລາ 2023, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີໄດ້ຊີ້ອອກວ່າ: ສປປ ລາວ ໄດ້ກຳນົດທິດທາງ ແລະ ວຽກງານຈຸດສຸມຕົ້ນຕໍຈໍານວນໜຶ່ງ ເພື່ອສືບຕໍ່ຈັດຕັ້ງປະຕິບັດການພັດທະນາດ້ານປະຊາກອນຄື:

1. ຄຸ້ມຄອງ ແລະ ນໍາໃຊ້ຜົນປະໂຫຍດທາງດ້ານປະຊາກອນ.
2. ກະກຽມຄວາມພ້ອມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ມີຜົນກະທົບຕໍ່
ວຽກງານສາທາລະນະສຸກ, ການປົກປ້ອງສັງຄົມ ແລະ ແກ້ໄຂບັນຫາຮ່ວມກັນ.
3. ຊຸກຍູ້ສົ່ງເສີມສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ລວມທັງສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ.
4.ກວດກາລະດັບຊາດ ເພື່ອການພັດທະນາເສດຖະກິດ-ສັງຄົມ.
5. ການມີສ່ວນຮ່ວມ ແລະ ຮັບປະກັນການນໍາໃຊ້ທ່າແຮງຊັບພະຍາກອນ ແລະ ບຸກຄະລາກອນພາຍໃນທັງຫມົດ, ລວມທັງພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອສະໜັບການໜູນແຜນດຳເນີງານຂອງກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ.

ນອກນີ້, ລັດຖະບານ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາໄດ້ເຫັນດີເປັນເອກະພາບກັນເລັ່ງໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 (2021-2025) (9th NSEDP) ແລະ ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາແຕ່ປີ 2019-2030 ໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມ, ການລົງທຶນໃສ່ສິດທິ ແລະ ສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນ ແລະ ແຜນງານຕອບໂຕ້ການໃຊ້ຄວາມຮຸນແຮງ.

ສປປ ລາວ ກຳນົດ 5 ວຽກງານຈຸດສຸມໃນການພັດທະນາດ້ານປະຊາກອນ - 4 - ສປປ ລາວ ກຳນົດ 5 ວຽກງານຈຸດສຸມໃນການພັດທະນາດ້ານປະຊາກອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!