ລັດຖະບານຍີ່ປຸ່ນ ໃຫ້ທຶນ ມູນຄ່າ 71.500 ໂດລາ ເພື່ອສ້າງຂົວເບຕົງໃໝ່ ໃນບ້ານນາຮັງນ້ອຍ ເມືອງອາດສະພອນ

ລັດຖະບານຍີ່ປຸ່ນ ໃຫ້ທຶນ ມູນຄ່າ 71.500 ໂດລາ ເພື່ອສ້າງຂົວເບຕົງໃໝ່ ໃນບ້ານນາຮັງນ້ອຍ ເມືອງອາດສະພອນ - 52714 - ລັດຖະບານຍີ່ປຸ່ນ ໃຫ້ທຶນ ມູນຄ່າ 71.500 ໂດລາ ເພື່ອສ້າງຂົວເບຕົງໃໝ່ ໃນບ້ານນາຮັງນ້ອຍ ເມືອງອາດສະພອນ
ລັດຖະບານຍີ່ປຸ່ນ ໃຫ້ທຶນ ມູນຄ່າ 71.500 ໂດລາ ເພື່ອສ້າງຂົວເບຕົງໃໝ່ ໃນບ້ານນາຮັງນ້ອຍ ເມືອງອາດສະພອນ - kitchen vibe - ລັດຖະບານຍີ່ປຸ່ນ ໃຫ້ທຶນ ມູນຄ່າ 71.500 ໂດລາ ເພື່ອສ້າງຂົວເບຕົງໃໝ່ ໃນບ້ານນາຮັງນ້ອຍ ເມືອງອາດສະພອນ

ວັນທີ 26 ຕຸລາ 2023, ລັດຖະບານຍີ່ປຸ່ນ ໄດ້ສະໜອງທຶນຮອນ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນ ຮາກຖານ (GGP) ເພື່ອກໍ່ສ້າງຂົວເບຕົງໃໝ່ ໃນບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ ມູນຄ່າ 71.500 ໂດລາ ເພື່ອແນໃສ່ປະກອບສ່ວນເຂົ້າໃນການຍົກລະດັບການຄົມມະນາຄົມ, ໄປມາຫາສູ່ຂອງປະຊາຊົນໃນເຂດດັ່ງກ່າວ.

ພິທີເຊັນສັນຍາສະໜອງທຶນດັ່ງກ່າວ, ໂດຍການລົງນາມ ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ຄຳພອນ ສົມວິຈິດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ.

ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ມີຄຳເຫັນວ່າ: ເນື່ອງຈາກມີຝົນຕົກໜັກ ແລະ ລົມພັດແຮງໃນແຕ່ລະປີ ເຮັດໃຫ້ຂົວໄມ້ເກົ່າໃນບ້ານນາຮັງນ້ອຍ ເປ່ເພເສຍຫາຍ ແລະ ມີຄວາມສ່ຽງອັນຕະລາຍໃນການໄປ-ມາຂອງປະຊາຊົນ ເຊິ່ງຜ່ານການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນໃນໂຄງການດັ່ງກ່າວ ຈະສາມາດສ້າງຂົວທີ່ໄດ້ຕາມມາດຕະຖານຂອງກະຊວງໂຍທາທິການ ແລະ ຂົນສົ່ງກໍານົດໄວ້, ການຊ່ວຍເຫລືອອັນລ້ຳຄ່າ. ໃນຄັ້ງນີ້ບໍ່ພຽງແຕ່ເປັນການຍົກລະດັບໂຄງລ່າງພື້ນຖານ ການຄົມມະນາຄົມໃນເມືອງອາດສະພອນເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນເຂົ້າໃນການກະຕຸ້ນເສດຖະກິດ ລວມເຖິງການຄ້າຂາຍຜົນຜະລິດກະສິກໍາ ແລະ ການທ່ອງທ່ຽວ; ພ້ອມທັງ, ເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ໃກ້ຄຽງກັບຂົວອີກດ້ວຍ.

 

ລັດຖະບານຍີ່ປຸ່ນ ໃຫ້ທຶນ ມູນຄ່າ 71.500 ໂດລາ ເພື່ອສ້າງຂົວເບຕົງໃໝ່ ໃນບ້ານນາຮັງນ້ອຍ ເມືອງອາດສະພອນ - 5 - ລັດຖະບານຍີ່ປຸ່ນ ໃຫ້ທຶນ ມູນຄ່າ 71.500 ໂດລາ ເພື່ອສ້າງຂົວເບຕົງໃໝ່ ໃນບ້ານນາຮັງນ້ອຍ ເມືອງອາດສະພອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!