ສສຊ ປະຈຳເຂດເລືອຕັ້ງທີ 15 ແຂວງຈຳປາສັກ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂລາຄາສິນຄ້າ ທີ່ສາມາດຜະລິດຢູ່ພາຍໃນ ໃຫ້ເໝາະສົມ

ສສຊ ປະຈຳເຂດເລືອຕັ້ງທີ 15 ແຂວງຈຳປາສັກ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂລາຄາສິນຄ້າ ທີ່ສາມາດຜະລິດຢູ່ພາຍໃນ ໃຫ້ເໝາະສົມ - 395777250 869294501364696 517100324113418193 n - ສສຊ ປະຈຳເຂດເລືອຕັ້ງທີ 15 ແຂວງຈຳປາສັກ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂລາຄາສິນຄ້າ ທີ່ສາມາດຜະລິດຢູ່ພາຍໃນ ໃຫ້ເໝາະສົມ
ສສຊ ປະຈຳເຂດເລືອຕັ້ງທີ 15 ແຂວງຈຳປາສັກ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂລາຄາສິນຄ້າ ທີ່ສາມາດຜະລິດຢູ່ພາຍໃນ ໃຫ້ເໝາະສົມ - kitchen vibe - ສສຊ ປະຈຳເຂດເລືອຕັ້ງທີ 15 ແຂວງຈຳປາສັກ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂລາຄາສິນຄ້າ ທີ່ສາມາດຜະລິດຢູ່ພາຍໃນ ໃຫ້ເໝາະສົມ
ວັນທີ 1 ພະຈິກ 2023 ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ທ່ານ ສາຍທອງ ໄຊຍະວົງ ສສຊ ປະຈຳເຂດເລືອຕັ້ງທີ 15 ແຂວງຈຳປາສັກ ສະເໜີລັດຖະບານ ກຳນົດໂຄງສ້າງລາຄາສິນຄ້າ ເປັນຕົ້ນ, ລາຄາເຂົ້າ, ຊີ້ນງົວ, ຄວາຍ, ໝູ, ໄຂ່ ທີ່ສາມາດຜະລິດຢູ່ພາຍໃນປະເທດ ໃຫ້ມີຄວາມຊັດເຈນ, ເໝາະສົມ, ມີລາຄາເປັນເອກະພາບກັນ, ຫລີກລ່ຽງການນຳເຂົ້າສິນຄ້າ, ອັນໃດທີ່ສາມາດຜະລິດໄດ້ຢູ່ພາຍໃນ ລັດຖະບານຕ້ອງສຸມໃສ່ຊຸກຍູ້ສົ່ງເສີມ, ຄວນມີນະໂຍບາຍເພື່ອເຮັດໃຫ້ການຜະລິດມີຕົ້ນທຶນຕຳລົງ ລວມເຖິງການເຂົ້າເຖິງແຫລ່ງທຶນ ໃຫ້ມີຄວາມສະດວກສະບາຍ ໂດຍສະເພາະຕ້ອງຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ທົດແທນການນຳເຂົ້າ, ໄປພ້ອມກັບການຜະລິດເພື່ອສົ່ງອອກ.
ຄຽງຄູ່ກັບບັນຫາລາຄາສິນຄ້າ ກໍແມ່ນບັນຫາອັດຕາເງິນເຟິ້, ອັດຕາແລກປ່ຽນ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂ ເພື່ອເຮັດໃຫ້ສະພາບການດັ່ງກ່າວ, ກັບຄືນສູ່ສະພາບປົກກະຕິໂດຍໄວ, ພ້ອມທັງໃຫ້ຄຸ້ມຄອງເງິນຕາຕ່າງປະເທດ ຕິດພັນກັບການນຳເຂົ້າ-ສົ່ງອອກ ສິນຄ້າ ຕ້ອງຜ່ານລະບົບທະນາຄານ, ລັດຕ້ອງຊຸກຍູ້ສົ່ງເສີມໃຫ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ບໍລິສັດໃດທີ່ນຳເຂົ້າ-ສົ່ງອອກ ໂດຍບໍ່ຜ່ານລະບົບທະນາຄານ ຕ້ອງໃສ່ລະບຽບຢ່າງເດັດຂາດ ເພື່ອເຮັດໃຫ້ບັນຫາດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດເປັນເອກະພາບກັນໃນທົ່ວປະເທດ.
ສສຊ ປະຈຳເຂດເລືອຕັ້ງທີ 15 ແຂວງຈຳປາສັກ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂລາຄາສິນຄ້າ ທີ່ສາມາດຜະລິດຢູ່ພາຍໃນ ໃຫ້ເໝາະສົມ - 5 - ສສຊ ປະຈຳເຂດເລືອຕັ້ງທີ 15 ແຂວງຈຳປາສັກ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂລາຄາສິນຄ້າ ທີ່ສາມາດຜະລິດຢູ່ພາຍໃນ ໃຫ້ເໝາະສົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!