ສ.ອາເມລິກາ ມີອັດຕາການເສຍຊີວິດເດັກເກີດໃໝ່ ເພີ່ມຂຶ້ນຄັ້ງທຳອິດ

ສ.ອາເມລິກາ ມີອັດຕາການເສຍຊີວິດເດັກເກີດໃໝ່ ເພີ່ມຂຶ້ນຄັ້ງທຳອິດ - 399263203 758288346325474 9172770601201040705 n - ສ.ອາເມລິກາ ມີອັດຕາການເສຍຊີວິດເດັກເກີດໃໝ່ ເພີ່ມຂຶ້ນຄັ້ງທຳອິດ
ສ.ອາເມລິກາ ມີອັດຕາການເສຍຊີວິດເດັກເກີດໃໝ່ ເພີ່ມຂຶ້ນຄັ້ງທຳອິດ - kitchen vibe - ສ.ອາເມລິກາ ມີອັດຕາການເສຍຊີວິດເດັກເກີດໃໝ່ ເພີ່ມຂຶ້ນຄັ້ງທຳອິດ
ສຳນັກຂ່າວ ຊິນຮວາ ລາຍງານ: ສູນຄວບຄຸມ ແລະ ປ້ອງກັນ ພະຍາດ ຂອງ ສ.ອາເມລິກາ ລະບຸວ່າ: ອັດຕາ ການເສຍຊີວິດ ຂອງເດັກ ນ້ອຍ ເກີດໃໝ່ ໃນ ສ.ອາເມລິກາ ເພີ່ມຂຶ້ນ ເປັນຄັ້ງທຳອິດ ໃນຮອບກວ່າ 20ປີ ຫລັງຈາກ ມີເດັກເກີດໃໝ່ ເສຍຊີວິດ ໃນປີ 2022 ປະມານ 20.538 ຄົນ ເພີ່ມຂຶ້ນ 3% ຈາກ 19.928 ຄົນ ໃນປີ 2021 ແລະ ເພີ່ມຂຶ້ນ ເປັນຄັ້ງ ທຳອິດ ເມື່ອທຽບໃສ່ ປີຕໍ່ປີ ລະຫວ່າງ 2021-2022.ສຳລັບ ອັດຕາ ການເສຍຊີວິດ ຂອງເດັກເກີດໃໝ່ ທີ່ສ່ຽງ ເສຍຊີວິດ ອາຍຸ ຕ່ຳກວ່າ 28ວັນ ເພີ່ມຂຶ້ນ 3%.ຂະນະທີ່ ອັດຕາ ການເສຍຊີວິດ ຂອງເດັກເກີດໃໝ່ ທີ່ສ່ຽງ ເສຍຊີວິດ ຕອນອາຍຸ 28-364ວັນ ເພີ່ມຂຶ້ນ 4%.ການເສຍ ຊີວິດ ຂອງເດັກ ເກີດໃໝ່ ຈາກສາເຫດ ເກີດອາການ ແຊກຊ້ອນ ໃນແມ່ຍິງ ຖືພາ ເຊັ່ນ: ການເກີດລູກ ກ່ອນກຳນົດລວມທັງ ການຕິດເຊື້ອ ພະຍາດ ໃນກະແສເລືອດ ເພີ່ມຂຶ້ນ 8% ແລະ 14% ຕາມລຳດັບ./.
ສ.ອາເມລິກາ ມີອັດຕາການເສຍຊີວິດເດັກເກີດໃໝ່ ເພີ່ມຂຶ້ນຄັ້ງທຳອິດ - 3 - ສ.ອາເມລິກາ ມີອັດຕາການເສຍຊີວິດເດັກເກີດໃໝ່ ເພີ່ມຂຶ້ນຄັ້ງທຳອິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!