ຍົກລະດັບວຽກງານການຕ້ານອາຊະຍາກຳ ແລະ ການຟອກເງິນໃຫ້ພະນັກງານໄອຍະການ ແລະ ປກສ 4 ແຂວງພາກເໜືອ
ລະຫວ່າງວັນທີ 25-28 ກັນຍານີ້, ອົງການໄອຍະການປະຊາຊົນສູງສຸດ ຮ່ວມກັບ ສະຖາປັນຊ່ວຍເຫລືອດ້ານກົດໝາຍ ແລະ ວິຊາການ ຈາກລຸກຊຳບວກ ILSTA, ໄດ້ຈັດຊຸດຝຶກອົບຮົມວຽກງານການຕໍ່ຕ້ານອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຟອກເງິນ ໃຫ້ພະນັກງານໄອຍະການແຂວງ ແລະ ປກສ ແຂວງ, ຂຶ້ນທີ່ແຂວງອຸດົມໄຊ, ໂດຍການເຂົ້າຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ຮອງປະທານອົງການໄອຍະການສູງສຸດ ແລະ ທ່ານ ຈອນ ຄອນໂນລີ ຕາງໜ້າສະຖາບັນ ILSTA, ມີບັນດານັກສຳມະກອນຈາກ ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊເຂົ້າຮ່ວມ.
ການຝຶກອົບຮົມດັ່ງກ່າວໄດ້ລົງເລີກກ່ຽວກັບການຄ້າມະນຸດ, ການລັກລອບນຳຄົນເຂົ້າ-ອອກເມືອງ ແລະ ການນຳສະເໜີກ່ຽວກັບການຕໍ່ຕ້ານການ ຟອກເງິນ, ພ້ອມນີ້ ນັກສຳມະກອນ ຍັງໄດ້ພ້ອມກັນສຶກສາຄົ້ນຄວ້າກໍລະນີສຶກສາ ແລະ ວິເຄາະຂໍ້ກົດໝາຍໃນຂັ້ນຕອນການດຳເນີນຄະດີຕາມກົດໝາຍ.
+ລຸກຊໍາບວກຊ່ວຍຍົກລະດັບຄວາມຮູ້ວຽກງານຕ້ານອາຊະຍາກຳ ແລະ ການຟອກເງິນໃຫ້ເຈົ້າໜ້າທີ່ 4 ແຂວງພາກເໜືອລາວ
+ຍົກລະດັບຄວາມຮູ້ການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຟອກເງິນໃຫ້ພະນັກງານປະຕິບັດກົດໝາຍ
ໃນໂອກາດດັ່ງກ່າວ, ທ່ານຮອງປະທານອົງໄອຍະການສູງສຸດ ໄດ້ຮຽກຮ້ອງໃຫ້ ພະນັກງານທີ່ເຂົ້າຮ່ວມຕັ້ງໃຈຮໍ່າຮຽນເອົາປະສົບການ ແລະ ວິທີປະຕິບັດທີ່ດີຂອງສາກົນ ເພື່ອນຳໄປປະຕິບັດໃນໜ້າທີ່ວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິຜົນດີຂຶ້ນ, ຊຶ່ງອາຊະຍາກຳແມ່ນມີຫລາຍປະເພດຄື: ອາຊະຍາກຳທາງສິ່ງແວດລ້ອມ ແມ່ນການຄ້າ ຂາຍສັດປ່າທີ່ຜິດກົດໝາຍ; ພ້ອມນີ້ ຍັງມີອາຊະຍາກຳຮຸນແຮງ ແລະ ອາຊະຍາກຳຢາ ເສບຕິດ, ລວມທັງອາຊະຍາກຳທີ່ເກີດຂຶ້ນໃໝ່ເຊັ່ນ: ອາຊະຍາກຳທາງຄອມພິວເຕີ ແລະ ອາຊະຍາກຳຄໍເສື້ອຂາວ(ກ່ຽວກັບການສໍ້ລາດບັງຫຼວງ) ເປັນຕົ້ນ.
ຊຸດຝຶກອົບຮົມດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອທາງການເງິນຈາກກະຊວງການ ເງິນລຸກຊຳບວກ, ຊຶ່ງຈະຊ່ວຍປັບປຸງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ນຳສະເໜີວິທີປະ ຕິບັດທີ່ດີໃນການຕໍ່ສູ້ກັບອາຊະຍາກຳປະເພດຕ່າງໆທີ່ມີການຈັດຕັ້ງ ແລະ ເຊື່ອມໂຍງ ກັບການຟອກເງິນ.