ອູແກຣນ ຈັດແບ່ງງົບປະມານ ປີ 2024 ດ້ານປ້ອງກັນຊາດ

ອູແກຣນ ຈັດແບ່ງງົບປະມານ ປີ 2024 ດ້ານປ້ອງກັນຊາດ - 400664439 765730315581277 5018376794653803656 n - ອູແກຣນ ຈັດແບ່ງງົບປະມານ ປີ 2024 ດ້ານປ້ອງກັນຊາດ
ອູແກຣນ ຈັດແບ່ງງົບປະມານ ປີ 2024 ດ້ານປ້ອງກັນຊາດ - kitchen vibe - ອູແກຣນ ຈັດແບ່ງງົບປະມານ ປີ 2024 ດ້ານປ້ອງກັນຊາດ
ອ້າງຕາມຂ່າວ ວິທະຍຸ ກະຈາຍສຽງແຫ່ງຊາດ ຫວຽດນາມ, ເມື່ອບໍ່ດົນມານີ້, ສະພາ ແຫ່ງຊາດ ອູແກຣນ ໄດ້ຮັບຮອງ ເອົາງົບປະມານ ແຫ່ງລັດ ໃນປີ 2024 ເພື່ອເພີ່ມ ການໃຊ້ຈ່າຍ ໃນຂົງເຂດ ປ້ອງກັນຊາດ . ທ່ານ ເດນນີສ ມີຮານ ນາຍົກ ລັດຖະມົນຕີ ອູແກຣນ ໃຫ້ຮູ້ວ່າ: ຈຳນວນ 50% ຂອງ ງົບປະມານ ປີ 2024 ຂອງ ອູແກຣນ ຈະໄດ້ເບີກຈ່າຍ ໃຫ້ຂົງເຂດ ປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ , ດ້ວຍມູນຄ່າກວ່າ 45 ຕື້ໂດລາສະຫະລັດ.
ຕາມສະພາ ແຫ່ງຊາດ ອູແກຣນ ລາຍງານວ່າ ການໃຊ້ຈ່າຍ ງົບປະມານ ຂອງ ປະເທດນີ້ ໃນປີ 2024 ກວມເອົາ ເກືອບ 92 ຕື້ໂດລາ ສະຫະລັດ , ໃນຂະນະທີ່ ລາຍຮັບ ງົບປະມານ ຄາດວ່າ, ບັນລຸ ພຽງແຕ່ ປະມານ ກວ່າ 48 ຕື້ໂດລາ ສະຫະລັດ. ໝາຍຄວາມວ່າ ອູແກຣນ ຈະຂາດດຸນ ງົບປະມານ ຢູ່ໃນລະດັບ ເກືອບ 44 ຕື້ໂດລາ ສະຫະລັດ ແລະ ຕ້ອງເພີ່ງພາ ການຊ່ວຍເຫລືອ ຈາກ ບັນດາ ປະເທດ ພັນທະມິດ ຕາເວັນຕົກ ເພື່ອທົດແທນໃສ່ ບ້ວງເງິນ ທີ່ ຂາດແຄນ ດັ່ງກ່າວນັ້ນ.
ອູແກຣນ ຈັດແບ່ງງົບປະມານ ປີ 2024 ດ້ານປ້ອງກັນຊາດ - 3 - ອູແກຣນ ຈັດແບ່ງງົບປະມານ ປີ 2024 ດ້ານປ້ອງກັນຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!