ກະຊວງສາທາລະນະສຸກ ສະເໜີສະພາ ປັບປຸງ ຮ່າງກົດໝາຍ ວ່າດ້ວຍການປິ່ນປົວ

ກະຊວງສາທາລະນະສຸກ ສະເໜີສະພາ ປັບປຸງ ຮ່າງກົດໝາຍ ວ່າດ້ວຍການປິ່ນປົວ - 402170180 766909895463319 8696683870957507416 n - ກະຊວງສາທາລະນະສຸກ ສະເໜີສະພາ ປັບປຸງ ຮ່າງກົດໝາຍ ວ່າດ້ວຍການປິ່ນປົວ
ກະຊວງສາທາລະນະສຸກ ສະເໜີສະພາ ປັບປຸງ ຮ່າງກົດໝາຍ ວ່າດ້ວຍການປິ່ນປົວ - kitchen vibe - ກະຊວງສາທາລະນະສຸກ ສະເໜີສະພາ ປັບປຸງ ຮ່າງກົດໝາຍ ວ່າດ້ວຍການປິ່ນປົວ
ວັນທີ 15 ພະຈິກ 2023 ນີ້, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ຂຶ້ນສະເໜີປັບປຸງຮ່າງກົດໝາຍ ວ່າດ້ວຍການປິ່ນປົວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ສົມບູນຂຶ້ນກວ່າເກົ່າ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX . ຫລັງຈາກນັ້ນ, ສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ຢ່າງກົງໄປກົງມາ ແລະ ສ້າງສັນ ໂດຍລວມແມ່ນເຫັນດີເປັນເອກະພາບ ຕໍ່ໂຄງສ້າງ ແລະ ເນື້ອໃນຂອງກົດໝາຍ ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງສະເໜີໃຫ້ຕັດອອກ, ຕື່ມໃສ່ ບາງຄຳສັບ, ບາງເນື້ອໃນ ຢູ່ບາງໝວດ, ບາງມາດຕາ ເພື່ອເຮັດໃຫ້ຮ່າງກົດໝາຍ ມີຄວາມຄົບຖວນ, ສົມບູນ ສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ທ່ານ ບຸນແຝງ ພູມມະໄລສິດ ລາຍງານວ່າ: ໃນປີ 2005 ກົດໝາຍວ່າດ້ວຍການປິ່ນປົວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຫລັງຈາກນັ້ນ, ໃນປີ 2014 ໄດ້ມີການປັບປຸງ ຄັ້ງທີ1 ເຊິ່ງຂະແໜງສາທາລະນະສຸກ ໄດ້ຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານການປິ່ນປົວ ເຫັນວ່າ ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມກວດກາ ວຽກງານການບໍລິການປິ່ນປົວ ດີຂຶ້ນເທື່ອລະກ້າວ, ແຕ່ກໍຍັງເຫັນວ່າ ຍັງມີຫລາຍບັນຫາ ທີ່ເກີດຂື້ນຕົວຈິງ ທີ່ຍັງບໍ່ຖືກກຳນົດເຂົ້າໃນຮ່າງກົດໝາຍສະບັບນີ້ ເປັນຕົ້ນ ສູນເສີມຄວາມງາມ ທີ່ມີການນຳໃຊ້ຫັດຖະການ ທາງດ້ານການແພດ ເປັນຕົ້ນ ການສັກ, ການເຈາະ, ການດູດ, ການຖູ, ການປັກເຂັມ ລວມໄປເຖິງການຜ່າຕັດສັນຍາກຳຕົບແຕ່ງ ເສີມຄວາມງາມ ຕ່າງໆ ເຊິ່ງໃນປັດຈຸບັນ ເຫັນວ່າມີຈໍານວນເພີ່ມຂຶ້ນຫລາຍ ໃນຂອບເຂດທົ່ວປະເທດ. ບາງຄັ້ງການນຳໃຊ້ຫັດຖະການດັ່ງກ່າວ ກໍບໍ່ແມ່ນແພດໝໍ, ການນໍາໃຊ້ອຸປະກອນການແພດ ອາດບໍ່ຖືກຕ້ອງຕາມຫລັກວິຊາການ ເຮັດໃຫ້ເປັນຊ່ອງຫວ່າງ ແລະ ມີຄວາມຫຍຸ້ງຍາກ ໃນການຄຸ້ມຄອງ ແລະ ຕິດຕາມກວດກາ ຂອງຂະແໜງການສາທາລະນະສຸກ ເຊິ່ງເປັນບັນຫາທ້າທາຍ ພໍສົມຄວນ ໂດຍສະເພາະ ການດຳເນີນຫັດຖະການສັນຍາກຳຕົບແຕ່ງ, ເສີມຄວາມງາມ ແລ້ວມີບັນຫາແຕະຕ້ອງເຖິງສຸຂະພາບຮ່າງກາຍ ຕາມມາ ເປັນຕົ້ນ ອະໄວຍະວະມີການຈີກຂາດ, ບາດແຜເໜົ່າເປື່ອຍເປັນໜອງ, ຊຶມເຊື້ອ ແລະ ອື່ນໆ.
ຕໍ່ກັບບັນຫາດັ່ງກ່າວ ຈຶ່ງຈຳເປັນຕ້ອງມີການປັບປຸງກົດໝາຍ ວ່າດ້ວຍການປິ່ນປົວ ຄັ້ງທີ 2 ເພື່ອໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນໄຂການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ ກໍຄື ສະພາບຕົວຈິງຂອງປະເທດເຮົາ ແລະ ການປ່ຽນແປງໃໝ່ຂອງໂລກ ແນໃສ່ ພັດທະນາລະບົບການບໍລິການປິ່ນປົວສຸຂະພາບ ຂອງ ສປປ ລາວ ໃຫ້ນັບມື້ວ່ອງໄວ, ມີຄຸນນະພາບ, ທັນສະໄໝ ສາມາດ ກວດສອບໄດ້, ເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ ເທື່ອລະກ້າວ. ທັງເປັນການຫລຸດຜ່ອນຫາງສຽງຂອງສັງຄົມ ລວມໄປເຖິງຈັນຍາບັນ, ຈັນຍາທໍາຂອງແພດໝໍ.
ກົດໝາຍສະບັບ ປີ 2014 ປະກອບມີທັງໝົດ 10 ໝວດ 78 ມາດຕາ (ມີແຕ່ໝວດ ກັບ ມາດຕາ ບໍມີ ພາກ); ຮ່າງກົດໝາຍສະບັບປັບປຸງປະກອບມີ 9 ພາກ, 4 ໝວດ, 72 ມາດຕາ, ໃນນັ້ນປັບປຸງ 47 ມາດຕາ ແລະ ເພີ່ມເຂົ້າໃໝ່ 1 ພາກ, 15 ມາດຕາ. ພາຍຫລັງກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າຈະສາມາດ ຕິດຕາມ, ຄຸ້ມຄອງ ແລະ ກວດກາ ວຽກງານປິ່ນປົວ ທາງພາກລັດ ແລະ ເອກະຊົນ ໃຫ້ປະຕິບັດໜ້າທີ່ຂອງຕົນ ຖືກຕ້ອງ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ໃຊ້ບໍລິການ ກໍຄືຄົນເຈັບ ທັງສາມາດຍົກລະດັບວຽກງານການປິ່ນປົວ, ເຮັດໃຫ້ຕາໜ່າງສາທາລະນະສຸກ ໃນຂອບເຂດທົ່ວປະເທດ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ຮັບການຈັດຕັ້ງຢ່າງເປັນລະບົບ ຄົບຊຸດ, ຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງ, ຄຸ້ມຄອງ ບັນດາຫ້ອງກວດພະຍາດເອກະຊົນ ແລະ ສູນເສີມຄວາມງາມ ທີ່ມີການນຳໃຊ້ຫັດຖະການທາງດ້ານການແພດ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ແລະ ສາມາດຕິດຕາມກວດກາໄດ້ ລວມໄປເຖິງການອອກໃບອະນຸຍາດໃນການດໍາເນີນການ; ປະກອບສ່ວນໃນການບັນລຸເປົ້າໝາຍ ພັດທະນາແບບຍືນຍົງ SDGs, ຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ແລະ ເພີ່ມອັດຕາການເກີດລູກມີແພດຊ່ວຍ ແລະ ກ້າວໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ.
ກະຊວງສາທາລະນະສຸກ ສະເໜີສະພາ ປັບປຸງ ຮ່າງກົດໝາຍ ວ່າດ້ວຍການປິ່ນປົວ - 3 - ກະຊວງສາທາລະນະສຸກ ສະເໜີສະພາ ປັບປຸງ ຮ່າງກົດໝາຍ ວ່າດ້ວຍການປິ່ນປົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!