ຄະນະກຳມະການຊາຍແດນ ລາວ-ຫວຽດນາມ ສະຫລຸບຜົນການຈັດຕັ້ງປະຕິບັດການເຮັດ ທົດລອງຮູບແບບກວດກາ ປະຕູດຽວ ຄັ້ງດຽວ
November 15, 2023 - 4:43 PM


ວັນທີ 14 ພະຈິກ 2023 ຄະນະກຳມະການຊາຍແດນ ລາວ-ຫວຽດນາມ ໄດ້ລົງກວດກາດ່ານຊາຍແດນ ແດນສະຫວັນ-ລາວບາວ ແລະ ຈັດກອງປະຊຸມ ສະຫລຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດ ການເຮັດທົດລອງຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ)-ລາວບາວ (ກວາງຈິ) ທີ່ເທສະບານເມືອງດົງຮ່າ ແຂວງກວາງຈິ ສສ ຫວຽດນາມ, ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນຝ່າຍ ສສ ຫວຽດນາມ ນໍາໂດຍ ທ່ານ ໂດ້ ຮຸ່ງ ຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຜູ້ຕາງໜ້າຈາກຂະແໜງການ ທີ່ກ່ຽວຂ້ອງ ຈາກສູນກາງ ແລະ ທ່ອງຖິ່ນ ເຂົ້າຮ່ວມ.
ກອງປະຊຸມ ສອງຝ່າຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ)-ລາວບາວ(ກວາງຈິ) ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນສິນຄ້າ, ການຄົມມະນາຄົມໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ແລະ ພາກສ່ວນທຸລະກິດຂອງສອງປະເທດ ກໍຄື ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ປະກອບສ່ວນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີສາຍພົວພັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ ລະຫວ່າງ ປະຊາຊົນຂອງສອງຊາດ. ພ້ອມນີ້, ຍັງເປັນດ່ານໜ້າຂອງແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ, ໝູນໃຊ້ທ່າແຮງ ທີ່ເປັນຈຸດໃຈກາງຂອງສູນກາງອາຊຽນໃຫ້ກາຍ ເປັນແລວທາງຂອງຂົງເຂດພາກພື້ນ, ເຊິ່ງໄດ້ຈັດຕັ້ງປະຕິບັດຮູບແບບດັ່ງກ່າວເລີ່ມແຕ່ ປີ 2015 ເປັນຕົ້ນມາ.
ກອງປະຊຸມ ໄດ້ຕີລາຄາຄືນຜົນການຈັດຕັງປະຕິບັດ ການເຮັດທົດລອງຮູບແບບກວດກາ “ປະຕູດຽວ,ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ(ສະຫວັນນະເຂດ)-ລາວບາວ(ກວາງຈິ), ໄລຍະຜ່ານມາມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ຈະຕ້ອງໄດ້ແກ້ໄຂ ແລະ ພ້ອມກັນ ວາງແຜນການໃນຕໍ່ໜ້າຮ່ວມກັນໃນການຈັດຕັ້ງປະຕິບັດ. ຄູ່ດ່ານສາກົນແດນສະຫວັນ-ລາວບາວ ເປັນຄູ່ດ່ານແຫ່ງທໍາອິດໃນຈໍານວນ 7 ຄູ່ດ່ານ ທີ່ໄດ້ຍົກຂຶ້ນໃນສົນທິສັນຍາ ເພື່ອສ້າງເງື່ອນໄຂສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຜູ້ຄົນຊົມໃຊ້ຂ້າມຜ່ານຊາຍແດນ ລະຫວ່າງ ບັນດາປະເທດໃນຂົງເຂດອານຸພາກພື້ນລຸ່ມແມ່ນໍ້າຂອງ ໃນການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ວຽກງານດັ່ງກວ່ານີ້, ບໍ່ພຽງແຕ່ມີຄວາມສໍາຄັນໃຫ້ແກ່ການປະຕິບັດໜ້າທີ່, ແຕ່ຍັງເປັນໜ້າທີ່ຄວາມຮັບຜິດຊອບຂອງບັນດາປະ ເທດ ທີ່ໄດ້ລົງນາມໃນສັນຍາ GMS-CBTA ເປັນການປະຕິຮູບວິທີການດຳເນີນເອກະສານຂົງເຂດພາສີ, ຂົງເຂດການບໍລິການຫັນໄປສູ້ທັນສະໃໝວ່ອງໄວ ແລະ ໂປ່ງໄສ, ພ້ອມທັງ ເປັນການນຳເອົາບາດກ້າວບົດຮຽນປະສົມການ ທີ່ໄດ້ຈັດຕັ້ງປະຕິບັດນໍາໃຊ້ຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ໄປສູ່ບັນດາດ່ານຊາຍແດນອື່ນໆອີກ ຈໍານວນ 6 ດ່ານ ຢູ່ໃນພາກພຶ້ນປະເທດລຸ່ມແມ່ນໍ້າຂອງໃນຂັ້ນຕໍ່ໄປ.
