ສະຫະປະຊາຊາດເຕືອນ ໄພຄຸກຄາມຈາກພາຍຸຂີ້ຝຸ່ນ ກໍາລັງຂະຫຍາຍວົງກວ້າງ

ສະຫະປະຊາຊາດ (UN) ອອກມາເຕືອນໃນວັນທີ 15 ພະຈິກຜ່ານມາວ່າ: ຈໍານວນພາຍຸຂີ້ຝຸ່ນກໍາລັງເພີ່ມຂຶ້ນຫລາຍ ແລະ ພາກພື້ນອາຊີກາງ ໄດ້ຮັບຜົນກະທົບຫລາຍທີ່ສຸດຈາກປາກົດການອັນຕະລາຍນີ້.
ສໍານັກຂ່າວຕ່າງປະເທດລາຍງານວ່າ: ພາຍຸຂີ້ຝຸ່ນຫລາຍຫົວພັດຖະຫລົ່ມຫລາຍພື້ນທີ່ໃນທະເລຊາຍ ແລະ ບ່ອນໂລ່ງກວ້າງໃຫຍ່ຂອງອາຊີກາງກັບອາຟຣິກາເໜືອ ເຊິ່ງ UN ເອີ້ນວ່າເປັນ “ໄພຄຸກຄາມຕໍ່ຊີວິດ”.
ທັງນີ້, ອະນຸສັນຍາສະຫະປະຊາຊາດວ່າດ້ວຍການຕໍ່ຕ້ານການແປສະພາບເປັນທະເລຊາຍ (UNCCD) ຢູ່ລະຫວ່າງກອງປະຊຸມເປັນເວລາ 5 ວັນ ຢູ່ເມືອງຊາມາກັນ ເຊິ່ງມີຂຶ້ນບໍ່ຮອດໜຶ່ງອາທິດກ່ອນກອງປະຊຸມລັດພາຄີອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບອາກາດຕາມຂອບຂອງອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບອາກາດ (UNFCCC) ຄັ້ງທີ 28 ຢູ່ເມືອງດູໄບ ຂອງສະຫະລັດອາຣັບເອມິເຣດ (UAE).
“ສະພາບຂອງພາຍຸຂີ້ຝຸ່ນ ເຊິ່ງປົກຄຸມທຸກຢ່າງທີ່ຂວາງໜ້າ ແລະ ປ່ຽນຕອນກາງເວັນໃຫ້ເປັນຄືຕອນກາງຄືນ ຖືເປັນໜຶ່ງໃນສະພາບທີ່ໜ້າກັງວົນທີ່ສຸດຂອງທໍາມະຊາດ” ທ່ານ ອິບຣາຮິມທຽວ ເລຂາທິການຂອງ UNCCD ກ່າວ. “ມັນຄືປາກົດການທີ່ສ້າງຫາຍະນະ ແລະ ຄວາມເສຍຫາຍທົ່ວທຸກແຫ່ງ ນັບແຕ່ອາຊີຕອນເໜືອ ແລະ ຕອນກາງ ໄປຈົນຮອດພາກພື້ນອາຟຣິກາ ໃຕ້ທະເລຊາຍຊາຮາຣາ”.
UNCCD ລະບຸອີກວ່າ: ພື້ນທີ່ທີ່ພາຍຸຂີ້ຝຸ່ນພັດຜ່ານໄດ້ຮັບຜົນກະທົບຢ່າງໜັກ ອີກທັງຢູ່ບາງສ່ວນຂອງໂລກ ມີຝຸ່ນໃນທະເລຊາຍເພີ່ມຂຶ້ນ 2 ເທົ່າໃນທົດສະວັດຜ່ານມາ ເຊິ່ງຕົວເລກເບື້ອງຕົ້ນມີສາເຫດມາຈາກມະນຸດຢ່າງໜ້ອຍ 1 ໃນ 4 ສ່ວນ, ແຕ່ເປັນເລື່ອງໜ້າເສົ້າທີ່ການຮັບຮູ້ທົ່ວໂລກຢູ່ໃນລະດັບຕໍ່າ ແລະ ຂໍ້ມູນກ່ຽວກັບເລື່ອງນີ້ຍັງມີຢູ່ຢ່າງຈໍາກັດ.
ນອກຈາກນີ້, UNCCD ຍັງຊີ້ໃຫ້ເຫັນເຖິງຄວາມເສຍຫາຍທາງເສດຖະກິດທີ່ເກີດຈາກພາຍຸຂີ້ຝຸ່ນເຊັ່ນກັນ ໂດຍລະບຸວ່າ: ໂລກສູນເສຍພື້ນທີ່ອຸດົມສົມບູນ ແລະ ມີປະສິດທິຜົນເກືອບ 1 ລ້ານຕາກິໂລແມັດໃນທຸກປີ.