ຂ່າວດີ ! ຮາມັດກຽມປ່ອຍຕົວປະກັນຊຸດທໍາອິດ 13 ຄົນ ເປັນເດັກນ້ອຍ-ຜູ້ຍິງທັງໝົດ

ຂ່າວດີ ! ຮາມັດກຽມປ່ອຍຕົວປະກັນຊຸດທໍາອິດ 13 ຄົນ ເປັນເດັກນ້ອຍ-ຜູ້ຍິງທັງໝົດ - kitchen vibe - ຂ່າວດີ ! ຮາມັດກຽມປ່ອຍຕົວປະກັນຊຸດທໍາອິດ 13 ຄົນ ເປັນເດັກນ້ອຍ-ຜູ້ຍິງທັງໝົດ

ການຢຸດຍິງລະຫວ່າງອິດສະລາແອນກັບກຸ່ມຮາມັດເປັນເວລາ 4 ວັນ ຈະເກີດຂຶ້ນໃນວັນທີ 24 ພະຈິກນີ້ ແລະ ຈະມີການປ່ອຍຕົວປະກັນກຸ່ມທໍາອິດ 13 ຄົນ ເປັນເດັກນ້ອຍ ແລະ ຜູ້ຍິງທັງໝົດ.

ວັນທີ 24 ພະຈິກ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດກາຕາປະກາດວ່າ: ຂໍ້ຕົກລົງຢຸດຍິງຢູ່ເຂດກາຊາລະຫວ່າງອິດສະລາແອນກັບຮາມັດ ຈະມີຜົນເປັນເວລາ 4 ວັນ ເລີ່ມແຕ່ເວລາ 07:00 ໂມງ ຕາມເວລາທ້ອງຖິ່ນຂອງວັນທີ 24 ພະຈິກ 2023 (12:00 ໂມງ ຕາມເວລາປະເທດລາວ) ແລະ ການປ່ອຍຕົວປະກັນຊຸດທໍາອິດ ຈໍານວນ 13 ຄົນ ຈາກທັງໝົດ 50 ຄົນໃນຮອບທໍາອິດ ຈະເກີດຂຶ້ນໃນເວລາປະມານ 16:00 ໂມງ ຕາມເວລາທ້ອງຖິ່ນຂອງວັນດຽວກັນ (21:00 ໂມງ ຕາມເວລາປະເທດລາວ).

ຂ່າວດີ ! ຮາມັດກຽມປ່ອຍຕົວປະກັນຊຸດທໍາອິດ 13 ຄົນ ເປັນເດັກນ້ອຍ-ຜູ້ຍິງທັງໝົດ - Visit Laos Visit SALANA BOUTIQUE HOTEL - ຂ່າວດີ ! ຮາມັດກຽມປ່ອຍຕົວປະກັນຊຸດທໍາອິດ 13 ຄົນ ເປັນເດັກນ້ອຍ-ຜູ້ຍິງທັງໝົດ

ເຖິງວ່າກາຕາປະຕິເສດເປີດເຜີຍລາຍຊື່ ແລະ ສັນຊາດຂອງຕົວປະກັນກຸ່ມທໍາອິດທີ່ຈະໄດ້ຮັບອິດສະຫລະພາບ, ແຕ່ຢືນຢັນວ່າ: ທັງໝົດ 13 ຄົນ ເປັນຜູ້ຍິງ ແລະ ເດັກນ້ອຍ. ຂະນະທີ່ອິດສະລາແອນຈະປ່ອຍນັກໂທດປາແລັສຕິນນໍາ “ຈໍານວນໜຶ່ງ” ເຊິ່ງອາດຈະເປັນຜູ້ຍິງ ແລະ ເດັກນ້ອຍເຊັ່ນກັນ.

ນອກຈາກນີ້, ອິດສະລາແອນຈະໂຈະການໃຊ້ໂດຣນ ໃນໄລຍະທີ່ກຸ່ມຮາມັດລໍາລຽງຕົວປະກັນອອກຈາກສະຖານທີ່ຄວບຄຸມ ແລະ ສົ່ງມອບໃຫ້ເຈົ້າໜ້າທີ່ຂອງຄະນະກໍາມະການກາແດງສາກົນ (ICRC) ແລະ ສະພາສ້ຽວວົງເດືອນສາກົນ ເຊິ່ງຈະນໍາພາຕົວປະກັນທັງໝົດໄປອີຢິບກ່ອນ.

ທັງນີ້, ລັດຖະບານກາຕາສະແດງຄວາມເຊື່ອໝັ້ນວ່າ: ກຸ່ມຮາມັດຈະສາມາດປ່ອຍຕົວປະກັນຈົນຄົບ 50 ຄົນ ຕາມໄລຍະເວລາທີ່ກໍານົດຕາມຂໍ້ຕົກລົງ ແລະ ຈະບໍ່ມີຝ່າຍໃດລະເມີດເງື່ອນໄຂຂອງການຢຸດຍິງ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ການປ່ອຍຕົວປະກັນ ທັງຮອບນີ້ ແລະ ຮອບຕໍ່ໄປ ແລະ ການລໍາລຽງການຊ່ວຍເຫລືອດ້ານມະນຸດສະທໍາເຂົ້າສູ່ເຂດກາຊາ.

ລັດຖະບານອິດສະລາແອນຢືນຢັນ ການໄດ້ຮັບລາຍຊື່ຕົວປະກັນທັງໝົດ 13 ຄົນ ແລະ ແຈ້ງໃຫ້ຄອບຄົວຂອງຕົວປະກັນທຸກຄົນຮັບຮູ້ແລ້ວ.

ຂ່າວດີ ! ຮາມັດກຽມປ່ອຍຕົວປະກັນຊຸດທໍາອິດ 13 ຄົນ ເປັນເດັກນ້ອຍ-ຜູ້ຍິງທັງໝົດ - 3 - ຂ່າວດີ ! ຮາມັດກຽມປ່ອຍຕົວປະກັນຊຸດທໍາອິດ 13 ຄົນ ເປັນເດັກນ້ອຍ-ຜູ້ຍິງທັງໝົດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!