ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023

ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023 - 404333820 735340958639915 3332759813645537002 n - ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023
ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023 - kitchen vibe - ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023

ວັນທີ 23 ພະຈິກ 2023 ນີ້ ມີພິທີເປີດປີທ່ອງທ່ຽວລາວ 2024 ແລະ ເປີດບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023 ຈັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາ ການນຳ ພັກ-ລັດ ພ້ອມແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນວ່າ: ປີ 2024 ຈະມາເຖິງ ເປັນອີກປີໜຶ່ງທີ່ ສປປ ລາວ ໄດ້ກຳນົດເປັນປີທ່ອງທ່ຽວລາວ ເຊິ່ງແມ່ນຄັ້ງທີ 4 ນັບແຕ່ປີ 1999 ເປັນຕົ້ນມາ, ລັດຖະບານຖືເອົາການເປີດປີທ່ອງທ່ຽວລາວ 2024 ພາຍໃຕ້ຄຳຂວັນ “ ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ” ແລະ ສັນຍາລັກ “ຊ້າງເຜືອກງວງກ້ຽວແຄນລາວ” ເປັນເຫດການໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ພາຍຫລັງທີ່ຊຸມປີຜ່ານມາຂະແໜງທ່ອງທ່ຽວໄດ້ຖືກຜົນກະທົບຢ່າງໜັກໜ່ວງ ຈາກການລະບາດຂອງພະຍາດໂຄວິດ-19. ເພື່ອກະກຽມໃຫ້ເປີດປີທ່ອງທ່ຽວລາວ 2024, ລັດຖະບານໄດ້ແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດຂຶ້ນ ແລະ ຢູ່ຂັ້ນແຂວງກໍມີຄະນະຮັບຜິດຊອບເຊັ່ນກັນ, ແນວໃດກໍຕາມວຽກງານທ່ອງທ່ຽວເປັນວຽກທີ່ກວມເອົາຂົງເຂດວຽກງານ ແລະ ຕິດພັນກັບທຸກພາກສ່ວນໃນສັງຄົມ. ສະນັ້ນແນ່ນອນວ່າລຳພັງແຕ່ຄະນະລະດັບຊາດ ແລະ ຄະນະຢູ່ຂັ້ນແຂວງເຮັດເທົ່ານັ້ນ ແມ່ນຈະບໍ່ສຳເລັດຕາມຈຸດປະສົງ ແລະ ຄາດໝາຍວາງໄວ້, ຂ້າພະເຈົ້າຈຶ່ງຮຽກຮ້ອງໃຫ້ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ, ຜູ້ປະກອບການຕ່າງໆ ແລະ ປະຊາຊົນລາວບັນດາເຜົ່າທັງຊາດພວກເຮົາ ຈົ່ງພ້ອມພຽງຮຽງໜ້າກັນ ຫ້າງຫາກະກຽມການເປັນເຈົ້າພາບທີ່ດີ, ອຳນວຍຄວາມສະດວກ ແລະ ບໍລິການດ້ວຍໄມຕີຈິດມິດຕະພາບດ້ວຍຮອຍຍີ້ມ, ດ້ວຍສຽງຫົວຈາກໃຈຈິງ ຂອງຄົນລາວພວກເຮົາ ເພື່ອຕ້ອນຮັບນັກທ່ອງທ່ຽວ ທີ່ມາຈາກທົ່ວທຸກມູມໂລກ; ຖືເອົາການເປີດປີທ່ອງທ່ຽວລາວ 2024 ເປັນບັ້ນໂຄສະນາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດໃຫ້ຊາວໂລກໄດ້ຮັບຮູ້, ໄດ້ສຳຜັດຢ່າງກວ້າງຂວາງ, ປະທັບໃຈ ແລະ ສະບາຍອົກສະບາຍໃຈຄືກັນກັບຢູ່ບ້ານເມືອງຂອງເພີ່ນເອງ ເພື່ອໃຫ້ນັກທ່ອງທ່ຽວທີ່ໄດ້ມາ ສປປ ລາວ ແລ້ວຮູ້ສຶກຄິດຮອດ ແລະ ຢາກກັບມາທ່ຽວ ສປປ ລາວ ອີກ.

ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023 - Visit Laos Visit SALANA BOUTIQUE HOTEL - ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023
ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023 - Visit Laos Visit SALANA BOUTIQUE HOTEL - ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023

ພ້ອມນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງປະທານຄະນະຮັບຜິດຊອບຊີ້ນຳລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2024 ກໍໄດ້ລາຍງານໃຫ້ຮູ້ວ່າ: ພິທີເປີດປີທ່ອງທ່ຽວລາວ ເເມ່ນຈັດຂຶ້ນພ້ອມກັບງານສະເຫລີມສະຫລອງບຸນນະມັດສະການພະທາດຫລວງ ປະຈຳປີ 2023. ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວມາແລ້ວ 3 ຄັ້ງ, ສໍາລັບປີ 2024 ແມ່ນຄັ້ງທີ 4 ເຊິ່ງໄດ້ກໍານົດຄໍາຂວັນ “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ໂດຍ ໄດ້ກຳນົດເອົາ 79 ກິດຈະ ກໍາ, ໃນນີ້ມີ 14 ກິດຈະກຳລະດັບຊາດ ເເລະ 65 ກິດຈະກໍາລະດັບເເຂວງ ເພື່ອສ້າງຂະບວນການໃຫ້ຟົດຟື້ນ ໃນຂອບເຂດທົ່ວປະເທດ ກໍຄື ພາຍໃນເເຂວງ ຕະຫລອດຮອດຂັ້ນເມືອງ ຕາມສະພາບທ່າເເຮງຂອງການທ່ອງທ່ຽວຂອງຕົນ.

ການເປີດປີທ່ອງທ່ຽວ 2024 ນີ້ເປັນກິດຈະກໍາທີ່ສໍາຄັນທີ່ສຸດ, ນອກຈາກຈະເປັນການສົ່ງເສີມການທ່ອງທ່ຽວແລ້ວ ຍັງເປັນການອະນຸລັກວັດທະນະທໍາ, ຮີດຄອງປະເພນີອັນດີງາມ, ການເຜີຍເເຜ່ປະຫວັດສາດອັນຍາວນານ, ການປົກປັກຮັກສາທຳມະຊາດໃຫ້ມີຄວາມຍືນຍົງ ຂອງ ສປປ ລາວ ເຮົາອີກດ້ວຍ. ພ້ອມນັ້ນ, ການຈັດປີທ່ອງທ່ຽວລາວ 2024 ຍັງເປັນການສ້າງຄວາມຄຶກຄື້ນເພື່ອກະຕຸ້ນເສດຖະກິດທາງກົງ, ທາງອ້ອມ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ.

ໂອກາດດຽວກັນ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ມີຄຳເຫັນວ່າ: ບຸນນະມັດສະການພະທາດຫລວງ ປີນີ້, ຈັດຂຶ້ນເພື່ອສືບຕໍ່ສົ່ງເສີມ, ອະນຸລັກຮັກສາ ວັດທະນະທຳ-ຮີດຄອງປະເພນີ ອັນດີງາມຂອງຊາດ, ຮັກສາມູນເຊື້ອຄວາມສາມັກຄີ ນ້ຳໃຈໂອບເອື້ອອາລີ ຮັກແຂກແພງຄົນ ຂອງຊົນຊາວລາວ ເຊິ່ງເນື້ອໃນຈິດໃຈ ແມ່ນການຄ້ຳບຸນປາງໃຫຍ່ ຮັບແຂກບ້ານແຂກເມືອງ, ເປັນການສືບສານປະເພນີ ແລະ ຄວາມເຊື່ອຖື ຂອງຊຸມຊົນຊາວລາວ ໃນການໃຫ້ທານ,ການຮ່ວມກັນສ້າງສາວັດວາອາຮາມ, ສ້າງຄວາມຮຸ່ງເຮືອງເຫລືອງເຫລື້ອມໃຫ້ບ້ານເມືອງ, ພ້ອມກັນນຳເອົາໝາກຜົນ ການເພີ່ມພູນຜະລິດຜົນທີ່ເກັບກ່ຽວມາໄດ້ໃນຫລອດປີ ມາແລກປ່ຽນຊື້ຂາຍນຳກັນ ເຊິ່ງການຈັດງານປີ້ນີ້ ໄດ້ກຳນົດ ຂອບເວລາ ໃນການດຳເນີນພິທີທາງສາສະໜາ ແລະ ບັນດາກິດຈະກຳປິ່ນອ້ອມ ທາງການ ແກ່ຍາວເປັນເວລາ 5 ວັນ ໂດຍເລີ່ມແຕ່ວັນທີ 23 ພະຈິກເປັນຕົ້ນໄປ ຈົນຮອດວັນທີ 27 ພະຈິກ. ໃນນັ້ນ, ໃນຕອນແລງ ວັນທີ 25 ມີພິທີ ສູດປະລິຕະມຸງຄຸນ ຢູ່ດ້ານໃນກົມມະລຽນພະທາດ; ວັນທີ 26 ມີພິທີ ແຫ່ຜາສາດເຜິ້ງ ໃນພາກບ່າຍ ເລີ່ມແຕ່ເວລາ 13:00 ເປັນຕົ້ນໄປ ແລະ ໃນມື້ສຸດທ້າຍຂອງງານ ຄື ວັນທີ 27 ມີພິທີໃສ່ບາດ ໃນຕອນເຊົ້າ. ຈາກນັ້ນ, ຕອນບ່າຍ ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານ(ຕີຄີ), ຕອນຄ່ຳ ດຳເນີນພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟ ສັກກະລະບູຊາພະທາດຫລວງ, ຖືວ່າ ສິ້ນສຸດງານ ຢ່າງເປັນທາງການ.

ນອກນັ້ນ, ຍັງມີ ບັນດາກິດຈະກຳປິ່ນອ້ອມ ເຊິ່ງ ຈະເລີ່ມແຕ່ເວລາ 8:00 ໂມງເຊົ້າ ຈົນຮອດເວລາ 23:30 ໂມງ ເປັນຕົ້ນ ການສະແດງສິລະປະວັນນະຄະດີ (ຢູ່ເວທີກາງ) ແລະ ຈະມີການປະກວດ ບົດເພງ ແລະ ນັກຮ້ອງສຽງດີ ນະຄອນຫລວງວຽງຈັນ ເຊິ່ເປັນໂອກາດໃຫ້ຊາວໜຸ່ມ ໄວໜຸ່ມ, ນັກສິລະປິນ, ນັກປະດິດຄິດແຕ່ງ ໄດ້ມີໂອກາດສະແດງອອກ ແລະ ໄດ້ໂຄສະນາເຜີຍແຜ່ວັດທະນະທຳ ອັນດີງາມຂອງຊາດລາວ ສູ່ແຂກຕ່າງດ້າວທ້າວຕ່າງເມືອງທີ່ມາທ່ຽວຊົມງານ ໄດ້ສຳຜັດ ແລະ ຮ່ວມເບີກບານ ມ່ວນອອນຊອນນຳກັນ.

 

ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023 - 5 - ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023
ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023 - 3 - ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023
ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023 - 4 - ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023