ລາວຮ່ວມລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດນິວເຄລຍ


ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ, ໄດ້ຕາງໜ້າລັດຖະບານລົງນາມໃນສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດນິວເຄລຍ (Convention on the Prohibition of Nuclear Weapons) ແລະ ຍື່ນສານເຂົ້າຮ່ວມເປັນພາຄີສົນທິສັນຍາມິນາມາຕະວ່າດ້ວຍ ສານບາຫລອດ (Minamata Convention on Mercury), ໂດຍມີທ່ານ ສະຕິເຟັນ ມາທຽດ (Stephen Mathias) ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາດ (ສປຊ) ດ້ານກົດໝາຍເຂົ້າຮ່ວມເປັນສັກຂີພິຍານ.
ການລົງນາມສົນທິສັນຍາສໍາຄັນດັ່ງກ່າວມີຂຶ້ນໃນໂອກາດທີ່ທ່ານລັດຖະມົນຕີ ຕ່າງປະເທດ ສະເຫລີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດສະໄໝທີ 72 ທີ່ນິວຢອກສະຫະລັດອາເມລິກາເມື່ອບໍ່ດົນມານີ້ ແລະ ສປປ ລາວ ເປັນປະເທດທີ 51 ທີ່ໄດ້ລົງນາມໃນສົນທິສັນຍາດັ່ງກ່າວ, ຊຶ່ງສະແດງໃຫ້ເຫັນເຖິງເຈດຕະນາລົມທາງການເມືອງອັນຕັ້ງໜ້າຂອງລັດຖະບານລາວໃນການຮ່ວມມືກັບວົງຄະນາຍາດສາ ກົນໃນການສ້າງໂລກໃຫ້ປອດຈາກອາວຸດນິວເຄລຍ.
ກອງປະຊຸມສະຫະປະຊາຊາດເພື່ອເຈລະຈາການສ້າງສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດນິວເຄລຍເພື່ອກ້າວໄປສູ່ການລຶບລ້າງອາວຸດນິວເຄລຍຢ່າງສິ້ນເຊີງໄດ້ຮັບຮອງເອົາສົນທິສັນຍາດັ່ງກ່າວໃນວັນທີ 7 ກໍລະກົດ 2017 ທີ່ນິວຢອກ, ສົນທິສັນຍາສະບັບນີ້ໄດ້ເປີດໃຫ້ລົງນາມນັບແຕ່ວັນທີ 20 ກັນຍາ 2017 ເປັນຕົ້ນໄປ ແລະ ຈະມີຜົນບັງຄັບໃຊ້ພາຍໃນ 90 ວັນ ແລະ ປັດຈຸບັນ ມີ 50 ປະເທດແລ້ວໄດ້ໃຫ້ສັດຕະຍາບັນສົນທິສັນຍານີ້, ຊຶ່ງເປັນບາດກ້າວສຳ ຄັນເພື່ອກ້າວໄປສູ່ການເກືອດຫ້າມ ແລະ ລຶບລ້າງອາວຸດນິວເຄລຍ.
ສໍາລັບສົນທິສັນຍາມິນາມາຕະວ່າດ້ວຍສານບາຫລອດຖືກຮັບຮອງເອົາຢູ່ເມືອງມິນາມາຕະ ປະເທດຍີ່ປຸ່ນເມື່ອປີ 2013, ຊຶ່ງມີຈຸດປະສົງເພື່ອປົກປ້ອງສຸຂະພາບຂອງມະນຸດ ແລະ ສິ່ງແວດລ້ອມທີ່ໄດ້ຮັບຜົນກະທົບຈາກການນຳໃຊ້ສານບາຫລອດໃນຂົງເຂດອຸດສາຫະກຳ, ກົນຈັກ, ການຂຸດຄົ້ນບໍ່ແຮ່ ແລະ ອື່ນໆ, ສົນ ທິສັນຍານີ້ໄດ້ກຳນົດຫລັກການ ແລະ ມາດຕະການໃນການຄຸ້ມຄອງສານດັ່ງກ່າວ, ລວມທັງມາດຕະການປ້ອງກັນ ແລະ ການຊ່ວຍເຫລືອຖ້າມີກໍລະນີການຮົ່ວໄຫລ ແລະ ການລະບາດຂອງພະຍາດທີ່ເກີດຈາກຜົນກະທົບຂອງສານເຄມີນັ້ນ. ສະພາແຫ່ງຊາດລາວໄດ້ຕົກລົງໃຫ້ສັດຕະຍາບັນເຂົ້າເປັນພາຄີໃນຕົ້ນເດືອນກັນຍາ 2017 ແລະ ນັບແຕ່ປີ 2000 ເປັນຕົ້ນມາ, ສປປ ລາວ ເຂົ້າຮ່ວມເວທີສົ່ງເສີມການເຂົ້າຮ່ວມເປັນພາຄີສົນທິສັນຍາສາກົນຂອງ ສປຊ (UN Treaty Event) ໂດຍໄດ້ລົງນາມ ແລະ ຍື່ນສານເຂົ້າຮ່ວມເປັນພາຄີສົນທິສັນຍາໃນຂົງເຂດຕ່າງໆຫລາຍສະບັບ ເພື່ອສະແດງໃຫ້ວົງຄະນາຍາດສາກົນເຫັນເຖິງຄວາມໝາຍໝັ້ນຂອງ ສປປ ລາວ ໃນການສົ່ງເສີມຫລັກການແຫ່ງການຄຸ້ມຄອງດ້ວຍກົດໝາຍໃນການຮ່ວມມືສາກົນ.