ລາວຈະເປັນເຈົ້າພາບຈັດກອງປະຊຸມສະພາອຸດສາຫະກຳເຟີນີເຈີອາຊຽນ ຄັ້ງທີ 35 ຂຶ້ນໃນວັນທີ 10-11 ພະຈິກນີ້


ວັນທີ 27 ກັນຍານີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະມາຄົມເຟີນີເຈີລາວ, ໄດ້ຈັດກອງປະຊຸມພົບປະສະມາຊິກໃນການກະກຽມຄວາມພ້ອມຈັດກອງປະຊຸມສະພາອຸດສາຫະກຳເຟີນີເຈີອາຊຽນ ASEAN Furniture Industries Council (AFIC) ຄັ້ງທີ 35, ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 10-11 ພະຈິກນີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ, ພ້ອມດ້ວຍສະມາຊິກ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນດ້ວຍການເປັນເຈົ້າພາບທີ່ດີ ແລະ ພ້ອມກັນກະກຽມຈັດກອງປະຊຸມດັ່ງກ່າວໃຫ້ມີຜົນສຳເລັດຈົບງາມ.
ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ: ກອງປະຊຸມສະພາອຸດສາຫະກຳເຟີນີເຈີອາຊຽນຈັດຂຶ້ນເພື່ອສົ່ງເສີມການພົວພັນຮ່ວມມືລະຫວ່າງສະພາອຸດສາຫະກຳເຟີນີເຈີອາຊຽນກັບສະມາຄົມເຟີນີເຈີລາວ, ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ອຸສາຫະກຳເຟີນີເຈີອາຊຽນ, ນອກນີ້ຍັງສ້າງຄວາມສະດວກປັບປຸງການເຕີບໂຕ ແລະ ຄວາມຄືບໜ້າຂອງອຸດສາຫະກຳເຟີນີເຈີໃນຂົງເຂດອີກດ້ວຍ.
ສະພາອຸດສາຫະກຳເຟີນີເຈີອາຊຽນ ສ້າງຕັ້ງຂຶ້ນໃນປີ 1978 ເປັນອົງປະກອບການຄ້າໃນພາກພື້ນ ເພື່ອສົ່ງເສີມຄວາມສົນໃຈຂອງອຸດສາຫະກຳເຄື່ອງເຟີນີເຈີອາຊຽນ, ໂດຍປະກອບມີສະມາຊິກທີ່ເປັນຕົວແທນຂອງອາຊຽນ ແລະ ໄດ້ຮັບການຢັ້ງຢືນຈາກສະພາການຄ້າ ແລະ ອຸດສາຫະກຳຂອງອາຊຽນທີ່ກ່ຽວຂ້ອງ ຫລື ທຽບເທົ່າ, ຂະນະດຽວກັນ ສະມາຄົມເຟີນີເຈີລາວ ໄດ້ເຂົ້າເປັນສະມາຊິກຂອງສະພາອຸດສາຫະກຳເຟີນີເຈີອາຊຽນ ແຕ່ປີ 2014 ເປັນຕົ້ນມາ ແລະ ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆຕາມລະບຽບການທີ່ທາງສະພາອຸດສາຫະ ກຳເຟີນີເຈີອາຊຽນວາງອອກຢ່າງເຂັ້ມງວດ, ພ້ອມທັງໄດ້ເຂົ້າຮ່ວມການເຄື່ອນໄຫວຢ່າງສະໝໍ່າສະເໝີໃນແຕ່ລະປີ, ໂດຍ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 27 ໃນນາມຜູ້ສັງເກດການ ແລະ ມາຮອດປີ 2017 ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວຂຶ້ນທີ່ນະຄອນຫລວງວຽງຈັນຢ່າງສົມກຽດ.