ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາວ-ໄທ ຫາລື ການຄວບຄຸມ, ຕິດຕາມ ສະພາບມົນລະພິດທາງອາກາດ ແລະ ມົນລະພິດໝອກຄັວນ
ວັນທີ 22 ພະຈິກ 2023 ທີ່ ບາງກອກ, ຣາຊະອານາຈັກໄທ. ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະ ແລະ ປຶກສາຫາລື ສອງຝ່າຍ ກັບ ທ່ານ ພົນເອກ ພັດສະລະວາດ ວົງສຸວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຣາຊະອານາຈັກ ໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານລັດຖະມົນຕີ ກຊສ ໄປເຄື່ອນໄຫວ ແລະ ເຮັດວຽກຢູ່ ຣາຊະອານາຈັກ ໄທ ທັງ ສອງ ລັດຖະມົນຕີ ກໍໄດ້ຮ່ວມກັນປຶກສາຫາລື ແລະ ລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານຂອງທັງ ສອງກະຊວງ ໃຫ້ກັນຊາບ ແລະ ຍັງໄດ້ຕົກລົງ ການຮ່ວມມືກັນ ເພື່ອຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມືກັນ ໃນການຄວບຄຸມ ແລະ ຕິດຕາມ ສະພາບມົນລະພິດ ທາງອາກາດ ແລະ ມົນລະພິດໝອກຄັວນ ເຊິ່ງໄດ້ມອບໃຫ້ ກົມວິຊາການ ເຮັດວຽກຮ່ວມກັນໃນລາຍລະອຽດ ແລະ ພ້ອມກັນສ້າງແຜນປະຕິບັດງານຮ່ວມກັນ ເພື່ອເຮັດໃຫ້ ຜົນການປຶກສາຫາລື ລະຫວ່າງ ການນຳ 2 ກະຊວງ ໃຫ້ປາກົດຜົນເປັນຈິງ ໃນອະນາຄົດອັນໃກ້.