ອົດສະຕຣາລີ ຫ້າມນຳເຂົ້າຢາສູບໄຟຟ້າ ເລີ່ມຕົ້ນປີໜ້າ ຫລັງຄວບຄຸມສານນິໂຄຕິນໃນກຸ່ມໄວໜຸ່ມ
ສຳນັກຂ່າວຕ່າງປະເທດລາຍງານກະຊວງສາທາລະນະສຸກອົດສະຕຣາລີ ຖະແຫລງໃນວັນທີ 28 ພະຈິກ 2023 ວ່າ: ກຽມຫ້າມນຳເຂົ້າຢາສູບໄຟຟ້າແບບໃຊ້ແລ້ວຖິ້ມ ຕັ້ງແຕ່ເດືອນມັງກອນ ປີ 2024 ເປັນຕົ້ນໄປ ເພື່ອຄວບຄຸມການເສບຕິດສານນິໂຄຕິນຂອງກຸ່ມໄວໜຸ່ມ.
ທ່ານ ມາດ ບັດເລີ ລັດຖະມົນຕີວ່າການກະຊວງສາທາລະນະສຸກຂອງອົດສະຕຣາລີ ກ່າວວ່າ: ມາດຕະການຫ້າມນຳເຂົ້າຢາສູບໄຟຟ້າ (Disposable Vape) ຈະມີຜົນບັງຄັບໃຊ້ຕັ້ງແຕ່ເດືອນມັງກອນ ເປັນຕົ້ນໄປ, ຂະນະທີ່ຜູ້ນຳເຂົ້າຢາສູບໄຟຟ້າເພື່ອຈຸດປະສົງທາງການແພດຈະໄດ້ຮັບໃບອະນຸຍາດຈາກສຳນັກງານຄວບຄຸມກ່ອນ.
ນອກຈາກນີ້ ລັດຖະບານຍັງມີແຜນອອກກົດໝາຍຄວບຄຸມການໃຊ້ ການໂຄສະນາ ແລະ ການຜະລິດຢາສູບໄຟຟ້າແບບໃຊ້ແລ້ວຖິ້ມ ໃນປະເທດ ເຊິ່ງຄາດວ່າຈະມີຜົນບັງຄັບໃຊ້ໃນປີໜ້າເຊັ່ນດຽວກັນ.
ທັງນີ້ ການຊື້ ຫລື ນຳເຂົ້າຢາສູບໄຟຟ້າເປັນເລື່ອງຜິດກົດໝາຍໃນອົດສະຕຣາລີ ຕັ້ງແຕ່ປີ 2021 ໂດຍຜູ້ທີ່ຈະສາມາດຊື້ ຫລື ນຳເຂົ້າໄດ້ ຕ້ອງມີໃບສັ່ງຈາກແພດເທົ່ານັ້ນ, ຢ່າງໃດກໍດີ ເຖິງຈະມີຂໍ້ຈຳກັດເຫລົ່ານັ້ນ ແຕ່ອັດຕາການຕິດສານນີໂຄຕິນກໍຍັງເພີ່ມຂຶ້ນຕໍ່ເນື່ອງ.
ຜົນການສຶກສາຂອງມະຫາວິທະຍາໄລຊີດນີ ເມື່ອຕົ້ນປີນີ້ ພົບວ່າ ໄວໜຸ່ມອາຍຸລະຫວ່າງ 14-17 ປີ ມີຢາສູບໄຟຟ້າໄວ້ໃນຄອບຄອງ ຫລາຍກວ່າ 1 ໃນ 4, ຂະນະທີ່ ການວິໄຈຈາກອົງກອນການກຸສົນ Cancer Council ພົບວ່າ ໄວໜຸ່ມ 9 ໃນ 10 ໃນກຸ່ມອາຍຸດຽວກັນເຂົ້າເຖິງຢາສູບໄຟຟ້າໄດ້ເປັນເລື່ອງທຳມະດາ.