ປະທານາທິບໍດີຟີລິບປິນປະນາມເຫດລະເບີດຢູ່ມາຣາວີ ກ່າວວ່າເປັນຝີມືຂອງຜູ້ກໍ່ການຮ້າຍຕ່າງປະເທດ

ປະທານາທິບໍດີຟີລິບປິນປະນາມເຫດລະເບີດຢູ່ມາຣາວີ ກ່າວວ່າເປັນຝີມືຂອງຜູ້ກໍ່ການຮ້າຍຕ່າງປະເທດ - Untitled 1 - ປະທານາທິບໍດີຟີລິບປິນປະນາມເຫດລະເບີດຢູ່ມາຣາວີ ກ່າວວ່າເປັນຝີມືຂອງຜູ້ກໍ່ການຮ້າຍຕ່າງປະເທດ
ປະທານາທິບໍດີຟີລິບປິນປະນາມເຫດລະເບີດຢູ່ມາຣາວີ ກ່າວວ່າເປັນຝີມືຂອງຜູ້ກໍ່ການຮ້າຍຕ່າງປະເທດ - kitchen vibe - ປະທານາທິບໍດີຟີລິບປິນປະນາມເຫດລະເບີດຢູ່ມາຣາວີ ກ່າວວ່າເປັນຝີມືຂອງຜູ້ກໍ່ການຮ້າຍຕ່າງປະເທດ

ປະທານາທິບໍດີ ເຟີດິນານ ມາຣກອສ ຈູເນຍ ຂອງຟີລິບປິນ ປະນາມເຫດລະເບີດຮຸນແຮງທີ່ເກີດຂຶ້ນໃນວັນທີ 3 ທັນວາຜ່ານມາ ຢູ່ເມືອງມາຣາວີ ທາງຕອນໃຕ້ຂອງປະເທດ. ພ້ອມລະບຸວ່າ: “ຜູ້ກໍ່ການຮ້າຍຕ່າງປະເທດ” ຢູ່ເບື້ອງຫລັງເຫດການໂຈມຕີດັ່ງກ່າວ. ຂະນະທີ່ຕໍາຫລວດ ແລະ ທະຫານເພີ່ມກໍາລັງຮັກສາຄວາມປອດໄພທາງຕອນໃຕ້ຂອງປະເທດ ແລະ ອ້ອມຮອບນະຄອນຫລວງມະນິລາ.

ລາຍງານລະບຸວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ບາດເຈັບຢ່າງໜ້ອຍ 50 ຄົນ ຈາກເຫດລະເບີດທີ່ເກີດຂຶ້ນລະຫວ່າງພິທີມິສຊາຢູ່ບ່ອນອອກກໍາລັງກາຍຂອງມະຫາວິທະຍາໄລມິນດາເນົາ (Mindanao State University) ຢູ່ເມືອງມາຣາວີ ໂດຍເມືອງນີ້ເຄີຍມີປະຫວັດຖືກກຸ່ມຕິດອາວຸດອິສລາມິສປິດລ້ອມ 5 ເດືອນໃນປີ 2017.

ປະທານາທິບໍດີຟີລິບປິນປະນາມເຫດລະເບີດຢູ່ມາຣາວີ ກ່າວວ່າເປັນຝີມືຂອງຜູ້ກໍ່ການຮ້າຍຕ່າງປະເທດ - Visit Laos Visit SALANA BOUTIQUE HOTEL - ປະທານາທິບໍດີຟີລິບປິນປະນາມເຫດລະເບີດຢູ່ມາຣາວີ ກ່າວວ່າເປັນຝີມືຂອງຜູ້ກໍ່ການຮ້າຍຕ່າງປະເທດ

ທ່ານ ກິລແບຣໂຕ ເທໂອໂດໂຣ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບຂອງຟີລິບປິນ ກ່າວໃນການຖະແຫລງຂ່າວວ່າ: ຟີລິບປິນຈະນໍາເອົາຜູ້ກະທໍາຜິດມາເຂົ້າສູ່ຂະບວນການຍຸຕິທໍາໃຫ້ໄດ້.

ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບຂອງຟີລິບປິນ ເປີດເຜີຍວ່າ: ມີຫລັກຖານຈະແຈ້ງວ່າເຫດລະເບີດດັ່ງກ່າວເປັນຝີມືຂອງຜູ້ກໍ່ການຮ້າຍຈາກຕ່າງປະເທດ, ແຕ່ປະຕິເສດຈະໃຫ້ລາຍລະອຽດເພື່ອບໍ່ໃຫ້ກະທົບຕໍ່ການສືບສວນສອບສວນທີ່ກໍາລັງດໍາເນີນຢູ່.

ຂະນະທີ່ທ່ານ ໂຣມິໂອ ບຣໍເນີ ຜູ້ບັນຊາການທະຫານສູງສຸດຂອງຟີລິບປິນ ເປີດເຜີຍວ່າ: ເຫດລະເບີດໃນເມືອງມາຣາວີ ເຊິ່ງເປັນເມືອງເອກຂອງແຂວງຕີໂມກລາເນົາ ເກີດຂຶ້ນພາຍຫລັງປະຕິບັດການທາງທະຫານຕໍ່ກຸ່ມຫົວຮຸນແຮງຢູ່ພື້ນທີ່ທາງຕອນໃຕ້ຂອງຟີລິບປິນ ເຊິ່ງສະໜັບສະໜູນກຸ່ມລັດອິສລາມ (IS) ລວມທັງປະຕິບັດການຫລ້າສຸດໃນວັນທີ 3 ທັນວາ ທີ່ເຮັດໃຫ້ຜູ້ນໍາກຸ່ມເດົາລະ ອິສລາມີຍະ-ເມົາຕີ (Dawlah Islamiya-Maute) ຖືກສັງຫານ.

ກຸ່ມເດົາລະ ອິສລາມີຍະ-ເມົາຕີ ເຊິ່ງມີການເຊື່ອມໂຍງກັບກຸ່ມລັດອິສລາມ ເຄີຍກໍ່ເຫດເຂົ້າຢຶດເມືອງມາຣາວີໃນເດືອນພຶດສະພາ 2017 ໂດຍພະຍາຍາມເຮັດໃຫ້ເມືອງນີ້ເປັນເຂດການປົກຄອງຢູ່ພາກຕາເວັນອອກສຽງໃຕ້ສໍາລັບກຸ່ມລັດອິສລາມ. ທັງນີ້ ໃນການສູ້ຮົບ 5 ເດືອນຕໍ່ມາລະຫວ່າງນັກຮົບອິສລາມິສກັບກອງກໍາລັງຟີລິບປິນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າໜຶ່ງພັນຄົນ ໃນຈໍານວນນີ້ລວມທັງພົນລະເຮືອນ.

ອ້າງອີງ:

ປະທານາທິບໍດີຟີລິບປິນປະນາມເຫດລະເບີດຢູ່ມາຣາວີ ກ່າວວ່າເປັນຝີມືຂອງຜູ້ກໍ່ການຮ້າຍຕ່າງປະເທດ - 4 - ປະທານາທິບໍດີຟີລິບປິນປະນາມເຫດລະເບີດຢູ່ມາຣາວີ ກ່າວວ່າເປັນຝີມືຂອງຜູ້ກໍ່ການຮ້າຍຕ່າງປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!