ສອງລັດຖະສະພາ ລາວ-ຫວຽດນາມ ສືບຊຸກຍູ້ການຮ່ວມມືການຈັດຕັ້ງປະຕິບັດດ້ານຕ່າງໆ ໃຫ້ເປັນຮູບປະທໍາ


ໃນວັນທີ 4 ທັນວາ 2023 ນີ້, ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ພົບປະສອງຝ່າຍ ຢ່າງເປັນທາງການ ເຊິ່ງສອງຝ່າຍຈະສືບຕໍ່ຈັດຕັ້ງປະຕິບັດ ແລະ ຊຸກຍູ້ບັນດາວຽກງານໃນການຮ່ວມມືຕ່າງໆ ຂອງສອງລັດຖະສະພາ ລາວ-ຫວຽດນາມ ໂດຍສະເພາະວຽກງານໃນທິດທາງການຮ່ວມມືໃນຕໍ່ໜ້າ ທີ່ຝ່າຍລາວໄດ້ສະເໜີ ເພື່ອໃຫ້ເປັນຮູບປະທໍາ.
ພິທີພົບປະສອງຝ່າຍຂອງຄະນະຜູ້ແທນ ສອງລັດຖະສະພາ ລາວ-ຫວຽດນາມ ໄດ້ດຳເນີນດ້ວຍບັນຍາກາດ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ຕໍ່ສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ກໍຄື ລະຫວ່າງ ສອງສະພາແຫ່ງຊາດ ພວກເຮົາ; ໂດຍ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ເວືອງ ດິງ ເຫວ້ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ໄດ້ພ້ອມກັນນໍາພາບັນດາຜູ້ແທນ ທົບທວນ ແລະ ຕີລາຄາຄືນຕໍ່ການຮ່ວມມື ສອງຝ່າຍ ເວົ້າສະເພາະ, ເວົ້າລວມ ກໍຍັງມີການຮ່ວມມືກັນ ລະຫວ່າງ ສາມປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ.
ທ່ານ ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ ທ່ານ ເວືອງ ດິງ ເຫວ້ ທີ່ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ 1 ທີ່ສະພາແຫ່ງຊາດລາວ ເປັນເຈົ້າພາບ ຊຶ່ງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈສະພາແຫ່ງຊາດລາວ ຈະສາມາດເຮັດສໍາເລັດການເປັນເຈົ້າພາບກອງປະຊຸມດັ່ງກ່າວ ຢ່າງຈົບງາມ. ພ້ອມນີ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ກໍໄດ້ຕີລາຄາສູງ ຕໍ່ຜົນການຕິດຕາມກວດກາຮ່ວມ ລະຫວ່າງ ສະພາແຫ່ງຊາດ ສາມ ປະເທດ CLV ໃນເດືອນຕຸລາ ຜ່ານມາ ຊຶ່ງເຫັນໄດ້ຄວາມພະຍາຍາມໃນການພົວພັນຮ່ວມມືກັນ ຢ່າງໃກ້ຊິດຂອງສາມປະເທດ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງ, ແຜນປະຕິບັດງານໂຄງການຮ່ວມມືຕ່າງໆ ທີ່ໄດ້ຮ່ວມລົງນາມກັນຢ່າງຕັ້ງໜ້າ ເພື່ອສົ່ງເສີມສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືເພື່ອການພັດທະນາ ລະຫວ່າງ ປະເທດຊາດ ກໍຄື ປະຊາຊົນສາມປະເທດ ໃຫ້ເຂັ້ມແຂງ ແລະ ຍືນຍົງ.
ພ້ອມນີ້, ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ສະເໜີທິດທາງການພົວພັນຮ່ວມມື ໃນຕໍ່ໜ້າ ເຊິ່ງສະເໜີໃຫ້ສອງຝ່າຍ ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂອງບົດບັນທຶກ ວ່າດ້ວຍການຮ່ວມມື (MOU) ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ, ລະຫວ່າງ ສອງຄະນະເລຂາທິການສະພາແຫ່ງຊາດລາວ ແລະ ລະຫວ່າງ ກໍາມາທິການທີ່ກ່ຽວຂ້ອງ ໃຫ້ເປັນຮູບປະທຳ; ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງ ລະຫວ່າງ ສອງລັດຖະບານ ກໍຄື ຜົນຂອງກອງປະຊຸມຂອງ ການນໍາຂັ້ນສູງ ຂອງ ສອງພັກ, ສອງລັດ ແລະ ບັນດາໂຄງການຮ່ວມມືຂອງສອງປະເທດ ຊຶ່ງໃນຕໍ່ໜ້າຈະມີການສ້າງສະຖາບັນການສຶກສາ ແລະ ໂຮງໝໍທັນສະໄໝ ໃນເຂດສາມຫຼ່ຽມພັດທະນາ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ຊຸກຍູ້ ການພົວພັນຮ່ວມມື ທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວສູງຂຶ້ນ ສົມຄູ່ກັບການພົວພັນຮ່ວມມືດ້ານການເມືອງ.