ໄຂກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ທີ່ນະຄອນຫລວງວຽງຈັນ

ໄຂກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ທີ່ນະຄອນຫລວງວຽງຈັນ - CLV1 - ໄຂກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ທີ່ນະຄອນຫລວງວຽງຈັນ
ໄຂກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ທີ່ນະຄອນຫລວງວຽງຈັນ - kitchen vibe - ໄຂກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ທີ່ນະຄອນຫລວງວຽງຈັນ
ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ໄດ້ຈັດຂຶ້ນ ໃນວັນທີ 5 ທັນວາ 2023 ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດຖະສະພາ ໃນການສົ່ງເສີມການຮ່ວມມືຮອບດ້ານ ລະຫວ່າງ ກໍາປູເຈຍ-ລາວ-ຫວຽດນາມ’’. ມີທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ.
อาจเป็นรูปภาพของ 9 คน, แท่นบรรยาย และ ข้อความพูดว่า "THE FIRST CLV PARLIAMENTARY SUMMIT "Strengthening the Role of Parliaments in Promoting Comprehensive Cooperation among Cambodia, Laos and Viet Nam" PENING CEREMONY Vientiane, December 2023 "Peace, Friendship, Solidarity tion for Prosperity and Sustainability"" ໄຂກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ທີ່ນະຄອນຫລວງວຽງຈັນ - 408394412 780818747405767 859829392783799726 n - ໄຂກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ທີ່ນະຄອນຫລວງວຽງຈັນ
ໃນເວລາກ່າວສຸນທອນພົດຕໍ່ກອງປະຊຸມສຸດຍອດລັດຖະສະພາ (CLV) ຄັ້ງທີ 1 ທ່ານປະທານປະເທດກ່າວວ່າ: ເປັນຄັ້ງທໍາອິດທີ່ຜູ້ນໍາຂັ້ນສູງ ຂອງສະພາແຫ່ງຊາດສາມປະເທດ ຈະໄດ້ຮ່ວມກັນປຶກ ສາຫາລື ກ່ຽວກັບການຮ່ວມມືຮອບດ້ານ ຕາມບົດບາດຂອງຕົນ ເພື່ອຊຸກຍູ້ ແລະ ຕິດຕາມກວດກາການປະຕິບັດບັນ ດາແຜນງານ, ກິດຈະກໍາຕ່າງໆຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສາມປະເທດ ໂດຍສະເພາະ ການດຳເນີນໂຄງການຮ່ວມມື ແລະ ການລົງທຶນ ຂອງລັດຖະບານສາມປະເທດ ກໍຄື ໂຄງການຊ່ວຍເຫລືອສາກົນ ຢູ່ໃນເຂດສາມຫລ່ຽມພັດທະນາ (CLV) ແນໃສ່ເພີ່ມທະວີຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນເຂດດັ່ງກ່າວ ໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. ໄລຍະຜ່ານມາ, ເຂດສາມຫລ່ຽມພັດທະນາ ໄດ້ປະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນແມ່ນ ບັນຫາໄພພິບັດທາງທຳມະຊາດ, ການລະບາດຂອງພະຍາດໂຄວິດ-19, ບັນຫາພື້ນຖານໂຄງລ່າງຊຸດໂຊມ, ບໍ່ທັນສະດວກ ແລະ ອື່ນໆ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຂ້າພະເຈົ້າ ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການຮັບມືກັບການແຜ່ລະ ບາດໂຄວິດ-19, ເຮັດໃຫ້ເຂດສາມຫລ່ຽມພັດທະນາ CLV ໄດ້ມີການຟື້ນຟູເສດຖະກິດ ແລະ ເຊື່ອໝັ້ນວ່າກອງປະຊຸມຄັ້ງນີ້ ຈະເປັນໂອກາດດີ ໃຫ້ຄະນະຜູ້ແທນສະພາແຫ່ງຊາດ ທັງສາມປະເທດ ໄດ້ສະແດງຄວາມຄິດຄວາມເຫັນ, ແລກປ່ຽນທັດສະນະຮ່ວມກັນຢ່າງກົງໄປກົງມາ ຕໍ່ບັນຫາຕ່າງໆ ທີ່ມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ ບົນຈິດໃຈຮັດແໜ້ນຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສາມສະພາແຫ່ງຊາດ ກຳປູເຈຍ, ລາວ ແລະ ຫວຽດນາມ ໂດຍສະເພາະ ບັນດາແຂວງໃນເຂດສາມຫລ່ຽມພັດທະນາ ພ້ອມກັນຊ່ວຍເຫລືອສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ນັບມື້ນັບມີໝາກຜົນຕົວຈິງ.
อาจเป็นรูปภาพของ 5 คน, แท่นบรรยาย และ ข้อความพูดว่า "THE FIRST CLV PARLIAMENTARY SUMMIT "Strengthening the Role of Parliaments in Promoting Comprehensive Cooperation among Cambodia, Laos and Viet Nam" OPENING CEREMONY Vientiane, ecember 2023 "Peace, Friendship, Solidarity on for Prosperity and Sustainability"" ໄຂກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ທີ່ນະຄອນຫລວງວຽງຈັນ - 405421023 780818727405769 8053666335837367609 n - ໄຂກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ທີ່ນະຄອນຫລວງວຽງຈັນ
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ກ່າວເປີດກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ຢ່າງເປັນທາງການ ເຊິ່ງກອງປະຊຸມຄັ້ງນີ້, ແນໃສ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຢ່າງແໜ້ນແຟ້ນ ແລະ ຮ່ວມມືີຮອບດ້ານ ໂດຍສຸມໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ການຮ່ວມມືວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນດ້ານວັດທະນາທຳ ແລະ ສັງຄົມ, ການພົວພັນລະຫວ່າງປະຊາຊົນກັບປະຊາຊົນ ເພື່ອການພັດທະນາແບບຍືນຍົງ ລະຫວ່າງສາມປະເທດ ແລະ ຢູ່ໃນພາກພື້ນ. ພ້ອມກັນນີ້, ກໍເພື່ອຍົກສູງບົດບາດຂອງສະພາແຫ່ງຊາດ ໃນການຊຸກຍູ້ສົ່ງເສີມ ແລະ ຕິດຕາມກວດກາ ໃນການຈັດຕັ້ງປະຕິບັດບັນດາສັນຍາ, ແຜນງານ ແລະ ໂຄງການຮ່ວມມືຕ່າງໆ ເຊິ່ງລັດຖະບານຂອງສາມປະເທດ ໄດ້ລົງນາມຮ່ວມກັນ ກໍຄື ສັນຍາຫລາຍຝ່າຍ ທີ່ທັງສາມປະເທດເປັນພາຄີ; ເປັນເວທີໃຫ້ສະມາຊິກສະພາແຫ່ງຊາດ ຂອງສາມປະເທດ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ບົດຮຽນ ແລະ ພຶດຕິກໍາທີ່ດີ ກ່ຽວກັບການປະຕິບັດໜ້າທີ່ ແລະ ພາລະບົດບາດ ຂອງສາມສະພາແຫ່ງຊາດ CLV; ພ້ອມທັງຮ່ວມກັນປຶກສາຫາລື ກ່ຽວກັບການຈັດສັນງົບປະມານ ແລະ ການຄົ້ນຄວ້າຊ່ອງທາງໃນການລະດົມທຶນຈາກພາຍໃນ ແລະ ຄູ່ຮ່ວມພັດທະນາສາກົນຂອງ CLV ແລະ ການຮ່ວມມືໃນຂົງເຂດອື່ນໆ.
ກອງປະຊຸມຈະໄດ້ກຳນົດຫົວຂໍ້ຍ່ອຍ ເພື່ອລົງເລິກຄົ້ນຄວ້າປຶກສາຫາລືກັນໃນແຕ່ລະຂົງເຂດ ຄື: ວຽກງານຮ່ວມມືດ້ານການເມືອງ ແລະ ການຕ່າງປະເທດ “ເພີ່ມທະວີບົດບາດຂອງລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ໃນການຊຸກຍູ້ການຮ່ວມມື, ການເປັນຄູ່ຮ່ວມ, ຄວາມສາມັກຄີ ແລະ ຄວາມຈະເລີນຮຸ່ງເຮືອງ”; ວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ “ເພີ່ມທະວີການຮ່ວມມືຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດ ຂອງກຳປູເຈຍ-ລາວ-ຫວຽດ ນາມ ໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ ແລະ ກວມລວມ”; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ “ເພີ່ມທະວີພາລະບົດບາດ ໃນການຕິດຕາມກວດກາ ຂອງລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນສັນຕິພາບ ແລະ ສະ ຖຽນລະພາບ”.
ນອກຈາກນີ້, ບັນດາສະມາຊິກສະພາແຫ່ງຊາດ ແລະ ຜູ້ແທນກອງປະຊຸມ ຍັງຈະໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນດຳເນີນງານຕ່າງໆ ໃນເຂດສາມຫລ່ຽມພັດທະນາ ຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ ເພື່ອເປີດໂອກາດແລກປ່ຽນຂໍ້ມູນ-ຂ່າວສານ, ບົດຮຽນ, ປະສົບການ ແລະ ສະແດງຄຳຄິດຄຳເຫັນ ຕໍ່ວຽກງານໃນທ້ອງຖິ່ນຂອງຕົນ ແລະ ແລກປ່ຽນບົດຮຽນ ແລະ ປະສົບການໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການນິຕິບັນຍັດ, ການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາສັນຍາຮ່ວມການມື ລະຫວ່າງລັດຖະບານສາມປະເທດ.
ຂ່າວ: ປະເທດລາວ
ໄຂກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ທີ່ນະຄອນຫລວງວຽງຈັນ - 4 - ໄຂກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ທີ່ນະຄອນຫລວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!