ປູຕິນ ຢືນຢັນລົງສະໝັກຮັບເລືອກຕັ້ງ ຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5

ປູຕິນ ຢືນຢັນລົງສະໝັກຮັບເລືອກຕັ້ງ ຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5 - Untitled 3 - ປູຕິນ ຢືນຢັນລົງສະໝັກຮັບເລືອກຕັ້ງ ຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5
ປູຕິນ ຢືນຢັນລົງສະໝັກຮັບເລືອກຕັ້ງ ຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5 - kitchen vibe - ປູຕິນ ຢືນຢັນລົງສະໝັກຮັບເລືອກຕັ້ງ ຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5

ປະທານາທິບໍດີ ວະລາດິເມຍ ປູຕິນ ປະກາດຄວາມພ້ອມ ລົງສະໝັກຮັບເລືອກຕັ້ງໃນເດືອນມີນາປີໜ້າ ເຊິ່ງຈະເປັນການຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5.

ວັນທີ 9 ທັນວາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ວະລາດິເມຍ ປູຕິນ ຖະແຫລງໃນວັນທີ 8 ທັນວາວ່າ: ກຽມລົງສະໝັກຮັບເລືອກຕັ້ງຊີງຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5. ສ່ວນທໍານຽບເກຣມລິນອອກຖະແຫລງການວ່າ: ທ່ານ ປູຕິນ ໄດ້ຮັບການສະໜັບສະໜູນຈາກຫລາຍຝ່າຍ ໂດຍສະເພາະຈາກປະຊາຊົນ.

ປູຕິນ ຢືນຢັນລົງສະໝັກຮັບເລືອກຕັ້ງ ຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5 - Visit Laos Visit SALANA BOUTIQUE HOTEL - ປູຕິນ ຢືນຢັນລົງສະໝັກຮັບເລືອກຕັ້ງ ຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5

ການເຄື່ອນໄຫວດັ່ງກ່າວຂອງຜູ້ນໍາຣັດເຊຍເກີດຂຶ້ນ ຫລັງວຸດທິສະພາມີມະຕິໃນວັນທີ 7 ທັນວາ ຮັບຮອງວັນເລືອກຕັ້ງປະທານາທິບໍດີຄັ້ງຕໍ່ໄປ ຄືວັນທີ 17 ມີນາ 2024 ຫລັງຈາກນັ້ນ ຄະນະກໍາມະການການເລືອກຕັ້ງກໍານົດໄລຍະເວລາລົງຄະແນນເຖິງ 3 ວັນ ຄືລະຫວ່າງວັນທີ 15-17 ມີນາ 2024 ຮຽກສຽງວິຈານຈາກຝ່າຍກົງກັນຂ້າມທາງການເມືອງວ່າ: ການກວດສອບຄວາມໂປ່ງໃສຈະຍິ່ງດໍາເນີນການຍາກຂຶ້ນອີກ ເນື່ອງຈາກຣັດເຊຍຫາກໍຮັບຮອງກົດໝາຍ ບໍ່ອະນຸຍາດໃຫ້ສື່ມວນຊົນອິດສະຫລະສັງເກດການການເລືອກຕັ້ງຜູ້ນໍາຣັດເຊຍໃນປີໜ້າ.

ປູຕິນ ຢືນຢັນລົງສະໝັກຮັບເລືອກຕັ້ງ ຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5 - 5 - ປູຕິນ ຢືນຢັນລົງສະໝັກຮັບເລືອກຕັ້ງ ຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!