ກອງປະຊຸມປະຈໍາປີ ຫຼັກສູດລະບາດວິທະຍາພາກສະໜາມ

- Meeting 2 - ກອງປະຊຸມປະຈໍາປີ ຫຼັກສູດລະບາດວິທະຍາພາກສະໜາມ
- kitchen vibe - ກອງປະຊຸມປະຈໍາປີ ຫຼັກສູດລະບາດວິທະຍາພາກສະໜາມ

ລະຫວ່າງວັນທີ 28-29 ກັນຍານີ້, ກະຊວງສາທາລະນະສຸກ ຮ່ວມກັບອົງການອະນາໄມໂລກ ໄດ້ຈັດກອງປະຊຸມປະຈໍາປີ ຫຼັກສູດລະບາດວິທະຍາພາກສະໜາມ, ຂຶ້ນທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ. ເພື່ອຮັບຟັງລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດຫຼັກສູດອົບຮົມລະບາດວິທະຍາພາກສະໜາມ (2009-2017) ແລະ ແຜນງານ 5 ປີ ຂອງຫຼັກສູດດັ່ງກ່າວ ແລະ ໄດ້ຫາລື ກ່ຽວກັບສະພາບຂອງເຫດການສຸກເສີນດ້ານສາທາລະນະສຸກ ແລະ ມາດຕະການຕອບໂຕ້ໃນປັນຈຸບັນ, ຫາລືກ່ຽວກັບຍຸດທະສາດການຄວບຄຸມ ແລະ ກໍາຈັດພະຍາດໄຂ້ມາເລເລຍ (2016-2020) ແລະໄຂຍຸງລາຍ ໂດຍເນັ້ນໜັກໃຫ້ເຝົ້າລະວັງ ແລະ ການລາຍງານແລກ ປ່ຽນຂໍ້ມູນຂ່າວສານລະຫວ່າງຊາຍແດນ ເພື່ອຄວາມໄວໃນການຄົ້ນຫາ, ເພື່ອການປ້ອງກັນ ແລະ ຕອບໂຕ້ໂດຍຢ່າງທັນການ.

+ແລກປ່ຽນບົດຮຽນລະບາດວິທະຍາພາກສະໜາມ

ໃນໂອກາດນີ້ ທ່ານ ດຣ ສີບຸນໂຮມ  ອັກຄະວົງ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ໄດ້ກ່າວວ່າ: ກອງປະຊຸມປະຈໍາປີ ຫຼັກສູດລະບາດວິທະຍາພາກສະໜາມໃນຄັ້ງນີ້, ເພື່ອທອດຖອນ ແລະ ແລກປ່ຽນບົດຮຽນ ແຕ່ສູນກາງຮອດທ້ອງຖິ່ນ ເພື່ອແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງ ດັ່ງນັ້ນ ກະຊວງສາທາລະນະສຸກ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງອື່ນໆ ຈຶ່ງໄດ້ຈັດຊຸດອົບຮົມລະບາດວິທະຍາພາກສະໜາມຂຶ້ນ ເພື່ອສ້າງນັກລະບາດວິທະຍາໃຫ້ມີຄວາມຮູ້ຄວາມສາມາດທາງດ້ານລະບາດວິທະຍາ ໂດຍສະເພາະວຽກງານເຝົ້າລະວັງ, ຄົ້ນຫາການເກີດລະບາດແຕ່ຫົວທີ, ການລົງສອບສວນການເກີດລະບາດ ແລະ ການຕອບໂຕ້ໃຫ້ທັນການ ແລະ ມີປະສິດທິພາບ.

- 4 - ກອງປະຊຸມປະຈໍາປີ ຫຼັກສູດລະບາດວິທະຍາພາກສະໜາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!