ໃນປີ 2023 ກົມສ່ວຍສາອາກອນ ເກັບລາຍຮັບໄດ້ລື່ນແຜນການ ເປັນເງິນທັງໝົດ 25.238 ຕື້ກີບ

ໃນປີ 2023 ກົມສ່ວຍສາອາກອນ ເກັບລາຍຮັບໄດ້ລື່ນແຜນການ ເປັນເງິນທັງໝົດ 25.238 ຕື້ກີບ - 41113353 - ໃນປີ 2023 ກົມສ່ວຍສາອາກອນ ເກັບລາຍຮັບໄດ້ລື່ນແຜນການ ເປັນເງິນທັງໝົດ 25.238 ຕື້ກີບ
ໃນປີ 2023 ກົມສ່ວຍສາອາກອນ ເກັບລາຍຮັບໄດ້ລື່ນແຜນການ ເປັນເງິນທັງໝົດ 25.238 ຕື້ກີບ - kitchen vibe - ໃນປີ 2023 ກົມສ່ວຍສາອາກອນ ເກັບລາຍຮັບໄດ້ລື່ນແຜນການ ເປັນເງິນທັງໝົດ 25.238 ຕື້ກີບ

ວັນທີ 14-15 ທັນວາ 2023, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງແຜນປີ 2024, ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນແຈ້ງໃຫ້ຮູ້ວ່າ: 1 ປີຜ່ານມາ ເປັນປີທີ່ຂຸ້ນຂ້ຽວການຈັດຕັ້ງປະຕິບັດວຽກງານ ແລະ ມີຫລາຍເຫດການ, ສະພາບເສດຖະກິດມີຜົນກະທົບຕໍ່ການຈັດຕັ້ງປະຕິບັດການເກັບລາຍຮັບ ແລະ ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ພ້ອມທັງສຸມໃສ່ບັນດາມະຕິຄຳສັ່ງຂອງຂັ້ນເທິງ, ແຜນພັດທະນາຂະແໜງສ່ວຍສາອາກອນ ແຕ່ປີ 2021-2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ. ເຊິ່ງໃນປີ 2023 ສາມາດເກັບລາຍຮັບໄດ້ທັງໝົດ 25.238 ຕື້ກີບ ເທົ່າກັບ 110% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 22% ເປັນເງິນ 4.521 ຕື້ກີບ.

ການເກັບການລາຍຮັບປະຈໍາປີ 2023 ໄດ້ຮັບຜົນສໍາເລັດ ກໍຍ້ອນຄະນະພັກ-ຄະນະນໍາກະຊວງການເງິນ ເອົາໃຈໃສ່ນຳພາ-ຊີ້ນຳ ຂະແໜງສ່ວຍສາອາກອນ ໂດຍສະເພາະ ແມ່ນພະນັກງານສ່ວຍສາອາກອນທົ່ວສູນກາງ, ແຂວງ ແລະ ບັນດາເມືອງໃນຂອບເຂດທົ່ວປະເທດ ຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ພວກເຮົາໄດ້ພ້ອມກັນເປັນກຳລັງແຮງໃນການ ຈັດຕັ້ງປະຕິບັດວຽກງານ ແລະ ສຸມໃສ່ຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງຕ່າງໆຢ່າງເຂັ້ມງວດ.

ໃນປີ 2023 ກົມສ່ວຍສາອາກອນ ເກັບລາຍຮັບໄດ້ລື່ນແຜນການ ເປັນເງິນທັງໝົດ 25.238 ຕື້ກີບ - Visit Laos Visit SALANA BOUTIQUE HOTEL - ໃນປີ 2023 ກົມສ່ວຍສາອາກອນ ເກັບລາຍຮັບໄດ້ລື່ນແຜນການ ເປັນເງິນທັງໝົດ 25.238 ຕື້ກີບ
ໃນປີ 2023 ກົມສ່ວຍສາອາກອນ ເກັບລາຍຮັບໄດ້ລື່ນແຜນການ ເປັນເງິນທັງໝົດ 25.238 ຕື້ກີບ - 5 - ໃນປີ 2023 ກົມສ່ວຍສາອາກອນ ເກັບລາຍຮັບໄດ້ລື່ນແຜນການ ເປັນເງິນທັງໝົດ 25.238 ຕື້ກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!