ສົ່ງເສີມກະສິກໍາ ແລະ ສະຫະກອນ ສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານໃນ ສປປ ລາວ
December 16, 2023 - 1:47 PM


ໂຄງການສ້າງຄວາມເຂັ້ມແຂງ ໃຫ້ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການຂຶ້ນໃນວັນທີ 15 ທັນວາ 2023 ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້.
ໂດຍແມ່ນກົມສົ່ງເສີມກະສິກໍາ ແລະ ສະຫະກອນເປັນຜູ້ຈັດຕັ້ງປະຕິບັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານ, ຂັ້ນຕອນການຜະລິດ, ການປຸງແຕ່ງ ແລະ ການຕະຫລາດໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງ ການ ຂອງຕະຫລາດພາຍໃນແລະຕ່າງປະເທດ, ປະກອບສ່ວນເຂົ້າໃນການຊຸກຍູ້ກະສິກໍາການຄ້າ ແລະ ກະສິກໍາແບບຫັນໃສ່ຕະຫລາດ.
ສຳລັບພື້ນທີ່ເປົ້າໝາຍຂອງການສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານໄດ້ກວມເອົາຂອບເຂດທົ່ວປະເທດ, ເຊິ່ງເປົ້າໝາຍການສໍາຫລວດຕ່ອງໂສ້ມີຢູ່3ແຂວງຄື: ນະຄອນຫລວງວຽງຈັນ ເປັນພື້ນທີ່ຕ່ອງໂສ້ບໍລິໂພກ; ແຂວງຈໍາປາສັກ ແລະ ແຂວງເຊກອງ ເປັນພື້ນທີ່ຕ່ອງໂສ້ ການຜະລິດ.
ຂ່າວ: ກະຊວງກະສິກໍາ ແລະ ປ່າໄມ້