ອົງການກາແດງ ນວ ມອບເຄື່ອງຊ່ວຍເຫລືອບັນເທົາທຸກໃຫ້ຄອບຄົວຜູ້ທຸກຍາກ ຂາດເຂີນ ຢູ່ເມືອງໄຊເສດຖາ ແລະ ຫາດຊາຍຟອງ


ວັນທີ 20 ທັນວາ 2023, ອົງການກາແດງ ນະຄອນຫລວງວຽງຈັນ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫລືອບັນເທົາທຸກໃຫ້ຄອບຄົວຜູ້ທຸກຍາກ ຂາດເຂີນ ແລະ ດ້ອຍໂອກາດ ຢູ່ເມືອງໄຊເສດຖາ ແລະ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ລວມມີ 25 ບ້ານ, 212 ຄອບຄົວ, ລວມມູນຄ່າ 66 ລ້ານກວ່າກີບ (ທີ່ໄດ້ຮັບຈາກກອງທຶນໂລກ) ເພື່ອເປັນການບັນເທົາທຸກເບື້ອງຕົ້ນໃຫ້ແກ່ປະຊາຊົນຜູ້ທຸກຍາກ ຂາດເຂີນ ແລະ ດ້ອຍໂອກາດ ໃນສອງເມືອງດັ່ງກ່າວ.
ຕາງໜ້າມອບ-ຮັບ ຂອງທ່ານ ຄຳແສນ ພົນສົງຄາມ ປະທານອົງການກາແດງ ນະຄອນຫລວງວຽງຈັນ ແລະ ຜູ້ຕາງໜ້າອົງການຈັດຕັ້ງຂັ້ນເມືອງ 2 ເມືອງ ແລະ ຄອບຄົວເປົ້າໝາຍ, ພ້ອມທັງໄດ້ກ່າວສະແດງຄວາມຂອບໃຈມາຍັງກອງທຶນໂລກ ທີ່ເຫັນໄດ້ຄວາມສຳຄັນໃນການແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນທີ່ດ້ອຍໂອກາດ, ເຊິ່ງການຊ່ວຍເຫລືອຄັ້ງນີ້ຈະສາມາດບັນເທົາທຸກໃນເບື້ອງຕົ້ນໃຫ້ແກ່ເຂົາເຈົ້າ ແລະ ຈະນຳເອົາເຄື່ອງທີ່ໄດ້ຮັບຄັ້ງນີ້ໄປແຈກຢາຍໃຫ້ຄອບຄົວເປົ້າໝາຍຢ່າງທົ່ວເຖິງ.