ລາວ-ຫວຽດນາມ ສັນຍາຮ່ວມມື ໃນ 5 ຂົງເຂດ ຂອງຂະແໜງການດ້ານວຽກງານປ່າໄມ້

ລາວ-ຫວຽດນາມ ສັນຍາຮ່ວມມື ໃນ 5 ຂົງເຂດ ຂອງຂະແໜງການດ້ານວຽກງານປ່າໄມ້ - 413048615 893168762496581 6252287414188084031 n - ລາວ-ຫວຽດນາມ ສັນຍາຮ່ວມມື ໃນ 5 ຂົງເຂດ ຂອງຂະແໜງການດ້ານວຽກງານປ່າໄມ້
ລາວ-ຫວຽດນາມ ສັນຍາຮ່ວມມື ໃນ 5 ຂົງເຂດ ຂອງຂະແໜງການດ້ານວຽກງານປ່າໄມ້ - kitchen vibe - ລາວ-ຫວຽດນາມ ສັນຍາຮ່ວມມື ໃນ 5 ຂົງເຂດ ຂອງຂະແໜງການດ້ານວຽກງານປ່າໄມ້

ວັນທີ 22 ທັນວາ 2023 ນີ້ ກະຊວງກະສິກໍາ ແລະ ປ່າໄມ້ ຂອງ ສປປ ລາວ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຂອງ ສສ ຫວຽດນາມ ເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ການຮ່ວມມືດ້ານວຽກງານປ່າໄມ້ ລະຫວ່າງ ໂດຍທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ທ່ານ ຫງວຽນ ກວັກ ຈີ່ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ທອງພັດ ວົງມະນີ ກ່າວວ່າ: ບົດບັນທຶກຄວາມເຂົ້າໃຈ ຄັ້ງນີ້ ເປັນການຜັນຂະຫຍາຍ ຈາກບົດບັນທຶກກອງປະຊຸມພົບປະປະຈຳປີ 2022 ຜ່ານມາ ຊຶ່ງກອງປະຊຸມ ດັ່ງກ່າວ ເຫັນດີ ຮ່ວມມື ໃນ 5 ຂົງເຂດ ໃນຂະແໜງການປ່າໄມ້. ໃນນັ້ນ ມີທັງການ ກະກຽມເນື້ອໃນ ເຊັນບົດບັນທຶກຄວາມເຂົ້າໃຈ ແລະ ຜັນຂະຫຍາຍ ຂໍ້ຕົກລົງການຮ່ວມມືຮອບດ້ານໃນຂົງເຂດປ່າໄມ້, ສຸມໃສ່ ເພີ່ມທະວີການຄຸ້ມຄອງປ່າໄມ້ຕາມຊາຍແດນ, ຕ້ານ ແລະ ສະກັດກັ້ນ ການຄ້າຂາຍໄມ້ ແລະ ຜະລິດຕະພັນໄມ້ ທີ່ບໍ່ຖືກຕ້ອງຕາມກົດໝາຍ.

ລາວ-ຫວຽດນາມ ສັນຍາຮ່ວມມື ໃນ 5 ຂົງເຂດ ຂອງຂະແໜງການດ້ານວຽກງານປ່າໄມ້ - Visit Laos Visit SALANA BOUTIQUE HOTEL - ລາວ-ຫວຽດນາມ ສັນຍາຮ່ວມມື ໃນ 5 ຂົງເຂດ ຂອງຂະແໜງການດ້ານວຽກງານປ່າໄມ້

ໄລຍະຜ່ານມາ ໄດ້ຮ່ວມມືກັນ ທາງດ້ານວິຊາການຕັ້ງແຕ່ໃດມາ, ຊຶ່ງການຮ່ວມມືດັ່ງກ່າວ ແມ່ນນັບມື້ນັບມີທ່າກ້າວ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍສະເພາະແມ່ນ ການແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນ ແລະ ປະສົບການທາງດ້ານວິຊາການນັບມື້ຫຼາຍຂຶ້ນ. ເນື່ອງຈາກມີການພົວພັນຄືແນວນັ້ນ ຈຶ່ງເຮັດໃຫ້ການຮ່ວມມື ແລະ ການລົງທຶນ ຈາກພາກທຸລະກິດ ສສ ຫວຽດນາມ ເຂົ້າໄປລົງທຶນ ໃນຂົງເຂດ ກະສິກຳ ແລະ ປ່າໄມ້ ແລະ ຂົງເຂດບໍລິການນັບມື້ນັບຫຼາຍຂຶ້ນ.

ປັດຈຸບັນ ມີຜູປະກອບການຈາກ ສສ ຫວຽດນາມ ເຂົ້າໄປລົງທຶນໃນ ສອງຂົງເຂດດັ່ງກ່າວທັງໝົດ 73 ບໍລິສັດ, ລວມມູນຄ່າການລົງທຶນທັງໝົດປະມານ 2,5 ຕື້ໂດລາ. ໃນນັ້ນ, ການລົງທຶນໃນຂະແໜງການປ່າໄມ້ ມີທັງໝົດ 25 ບໍລິສັດ, ລວມມູນຄ່າການລົງທຶນປະມານ 900 ລ້ານກວ່າໂດລາ.

 

ລາວ-ຫວຽດນາມ ສັນຍາຮ່ວມມື ໃນ 5 ຂົງເຂດ ຂອງຂະແໜງການດ້ານວຽກງານປ່າໄມ້ - 5 - ລາວ-ຫວຽດນາມ ສັນຍາຮ່ວມມື ໃນ 5 ຂົງເຂດ ຂອງຂະແໜງການດ້ານວຽກງານປ່າໄມ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!