ຮອງປະທານປະເທດ ເນັ້ນຫລາຍບັນຫາໃຫ້ວຽກກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຂັ້ມແຂງ ໜັກແໜ້ນ.

ຮອງປະທານປະເທດ ເນັ້ນຫລາຍບັນຫາໃຫ້ວຽກກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຂັ້ມແຂງ ໜັກແໜ້ນ. - 412899722 793032069517768 3576983697910543715 n - ຮອງປະທານປະເທດ ເນັ້ນຫລາຍບັນຫາໃຫ້ວຽກກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຂັ້ມແຂງ ໜັກແໜ້ນ.
ຮອງປະທານປະເທດ ເນັ້ນຫລາຍບັນຫາໃຫ້ວຽກກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຂັ້ມແຂງ ໜັກແໜ້ນ. - kitchen vibe - ຮອງປະທານປະເທດ ເນັ້ນຫລາຍບັນຫາໃຫ້ວຽກກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຂັ້ມແຂງ ໜັກແໜ້ນ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ສະໄໝທີ VIII ວັນທີ 20-21 ທັນວາ 2023, ທ່ານ ບຸນທອງ ຈິດມະນີ ກຳມະການກົມການ ເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ໃຫ້ໂອ້ລົມຕໍ່ກອງປະຊຸມໂດຍທ່ານໄດ້ເນັ້ນ ຫລາຍບັນຫາສຳຄັນ ເພື່ອເຮັດໃຫ້ວຽກງານກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຂັ້ມແຂງ ໜັກແໜ້ນ.

ເພື່ອເຮັດໃຫ້ວຽກງານກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຂັ້ມແຂງ ໜັກແໜ້ນ ຄະນະບໍລິຫານງານສະຫະພັນກຳມະບານລາວທຸກຂັ້ນ ຕ້ອງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານອື່ນໆ, ກຳແໜ້ນເຊື່ອມຊຶມຕໍ່ແນວທາງ, ແຜນນະໂຍບາຍ, ກົດໝາຍ, ລະບຽບການຂອງລັດ, ຮັບຮູ້ສິດ ແລະ ພັນທະຂອງຕົນເອງ, ຍົກລະດັບຄວາມຮູ້-ຄວາມສາມາດດ້ານເຕັກໂນໂລຊີ, ມີລະບຽບວິໄນຂອງການອອກແຮງງານ; ວຽກ ອັນນີ້ແມ່ນເປັນທັງຂໍ້ແຂ່ງຂັນ ທັງເປັນພາລະບົດບາດຕົ້ນຕໍຂອງການຈັດຕັ້ງກໍາມະບານເຮົາ, ແຕ່ການໂຄ ສະນາສຶກສາອົບຮົມໃນເງື່ອນໄຂ ແລະ ສະພາບການໃໝ່ຕ້ອງເຮັດໃຫ້ມີຫລາຍຮູບລາຍສີ, ຫລາກຫລາຍວິທີ, ກວ້າງຂວາງ, ເລິກເຊິ່ງ ແລະ ປັບປຸງບັນດາເນື້ອໃນການໂຄສະນາສຶກສາອົບຮົມໃຫ້ແທດເໝາະກັບແຕ່ລະກຸ່ມເປົ້າໝາຍ; ເອົາໃຈໃສ່ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານໃຫ້ເປັນລະບົບທີ່ເຂັ້ມແຂງແທ້ ແຕ່ສູນກາງລົງຮອດຮາກຖານກໍາມະບານແຕ່ລະຂັ້ນ, ຊຸກຍູ້ທຸກໆການຈັດຕັ້ງທັງພາກລັດ ແລະ ເອກະຊົນໃຫ້ຄວາມຮ່ວມມືແກ່ສະຫະພັນກຳມະບານແຕ່ລະຂັ້ນ ໃນການຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານ ເພື່ອຮັບປະກັນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ທັງຮັບປະກັນການປະຕິບັດກົດໝາຍ ກໍຄືລະບຽບວິໄນການອອກແຮງງານໃຫ້ຖືກຕ້ອງ ແລະ ມີປະສິດທິພາບດີ; ເປັນເຈົ້າການໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານອື່ນໆ ໂດຍມີການປະສານສົມທົບຢ່າງສະໜິດແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະຊຸກຍູ້ການຈັດຕັ້ງປະຕິບັດຄ່າແຮງງານຂັ້ນຕໍ່າທີ່ລັດຖະບານປະກາດໃຊ້, ຕິດຕາມເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ່ງດ້ານແຮງງານ, ຊຸກຍູ້, ສົ່ງເສີມໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານເຮັດສັນຍາແຮງງານລວມໝູ່, ບຸກຄົນ, ເຂົ້າເປັນສະມາຊິກອົງການປະກັນສັງຄົມ, ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ, ການເຂົ້າເຖິງການປົກປ້ອງທາງສັງຄົມ ແລະ ໂຄສະນາເຜີຍແຜ່ການໄປອອກແຮງງານທີ່ຖືກກົດໝາຍທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ, ການເຄື່ອນຍ້າຍແຮງງານຊະຊາຍ ທັງເປັນການຊ່ວຍໜູນຜູ້ປະກອບການພາຍໃນແກ້ໄຂບັນຫາການຂາດແຄນກຳລັງແຮງງານທີ່ພວມເປັນບັນຫາເລັ່ງທວງໜຶ່ງໃນປັດຈຸບັນ; ເອົາໃຈໃສ່ບໍາລຸງ, ກໍ່ສ້າງພະນັກງານກໍາມະບານອາຊີບ, ເຄິ່ງອາຊີບ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ເລິກເຊິ່ງ, ຊຸກຍູ້ໃຫ້ຄະນະນຳສະຫະພັນກຳມະບານແຕ່ລະຂັ້ນນຳພາ-ຊີ້ນຳປະຕິບັດກົດລະບຽບ ແລະ ກົດໝາຍກຳມະ ບານໃຫ້ຖືກຕ້ອງ; ເປັນເຈົ້າການຈັດຕັ້ງປະຕິບັດ, ສະຫລຸບປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວແຕ່ລະຂັ້ນ ໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດ ທະນາ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ປະຕິບັດວຽກງານວິຊາສະເພາະເພື່ອຊອກໃຫ້ເຫັນກົມກອງ ແລະ ບຸກຄົນດີເດັ່ນໃນຂະບວນການ; ຊຸກຍູ້ໃຫ້ສະຫະພັນກຳມະບານແຕ່ລະຂັ້ນ, ຫົວໜ່ວຍແຮງງານຕ່າງໆຈັດຕັ້ງຂະບວນການໃນໂອກາດວັນສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ກຳມະບານໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນການທີ່ຟົດຟື້ນ; ຍົກສູງບົດບາດ ແລະ ຂີດຄວາມສາມາດຂອງອົງການກໍາມະບານລາວໃນເງື່ອນໄຂໃໝ່, ການເຕົ້າໂຮມກ້ອນກໍາລັງຊາວຜູ້ອອກແຮງງານເຂົ້າຮ່ວມໃນການປະຕິບັດແນວທາງນະໂຍບາຍຂອງພັກແຕ່ລະໄລຍະ.

ຮອງປະທານປະເທດ ເນັ້ນຫລາຍບັນຫາໃຫ້ວຽກກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຂັ້ມແຂງ ໜັກແໜ້ນ. - Visit Laos Visit SALANA BOUTIQUE HOTEL - ຮອງປະທານປະເທດ ເນັ້ນຫລາຍບັນຫາໃຫ້ວຽກກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຂັ້ມແຂງ ໜັກແໜ້ນ.

ພ້ອມນີ້, ໃຫ້ເພີ່ມທະວີການຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານກວດກາຂອງສະຫະພັນ ກໍາມະບານ ແຕ່ລະຂັ້ນຕາມທັດສະນະຂອງພັກທີ່ວ່າ “ມີການນໍາພາຕ້ອງມີການຕິດຕາມກວດກາ; ບໍ່ກວດກາກໍບໍ່ມີການນຳພາ” ເປັນຕົ້ນການປະຕິບັດຫລັກການ, ແບບແຜນການນໍາພາ, ແບບແຜນວິທີເຮັດວຽກຂອງຄະນະນຳສະຫະພັນກຳມະບານແຕ່ລະຂັ້ນ ແລະ ສະມາຊິກກໍາມະບານໃຫ້ໄປຕາມກົດໝາຍວ່າດ້ວຍກຳມະບານລາວ ແລະ ກົດລະບຽບຂອງສະຫະພັນກຳມະບານລາວ; ເອົາໃຈໃສ່ເກັບກຳຄຳຄິດ, ຄຳເຫັນຂອງສະມາຊິກກຳມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ, ຫາງສຽງຂອງສັງຄົມ ເພື່ອເປັນຂໍ້ມູນນຳສະເໜີໃຫ້ພາກ ສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ແກ້ໄຂໃຫ້ທັນເວລາ; ຕິດຕາມ, ກວດກາການນຳໃຊ້ງົບປະມານ, ຊັບສິນຂອງລັດ, ເງິນບຳລຸງ ແລະ ເງິນກອງທຶນຂອງກຳມະບານໃຫ້ມີຄວາມໂປ່ງໄສ; ສະກັດກັ້ນ ແລະ ຕ້ານການສໍ້ຫລາດບັງຫລວງໃນຄະນະນຳ ແລະ ສະມາຊິກກຳມະບານ; ສືບຕໍ່ເພີ່ມທະວີການພົວພັນ-ຮ່ວມມືກັບກໍາມະບານເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ, ເພື່ອນມິດສາກົນ, ອົງການຈັດຕັ້ງສາກົນ ເພື່ອຜັນຂະຫຍາຍຕາມແນວທາງການຕ່າງປະເທດຂອງພັກ ເພື່ອຍາດແຍ່ງເອົາທຶນຮອນ, ບົດຮຽນ, ເຕັກໂນໂລຊີທີ່ທັນສະໄໝ ກໍຄື ບົດຮຽນໃນການເຕົ້າໂຮມກ້ອນກໍາລັງມະຫາຊົນເຂົ້າໃນການຈັດຕັ້ງກໍາມະບານ ແລະ ເຂົ້າໃນການພັດທະນາວຽກງານກຳມະບານໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ຕ້ອງສ້າງເງື່ອນໄຂໃຫ້ສະຫະພັນກຳມະບານກະຊວງ, ອົງການ, ແຂວງ ແລະ ນະຄອນຫລວງວຽງຈັນ ເພີ່ມທະວີການພົວພັນຮ່ວມມືຕ່າງປະເທດ ຕາມພາລະບົດບາດ, ຂອບເຂດ ແລະ ຄວາມຮັບຜິດຊອບຂອງຕົນ. ພ້ອມນີ້, ທ່ານຍັງຮຽກຮ້ອງມາຍັງຄະນະບໍລິຫານງານ ສກລ ກໍຄື ຄະນະນຳກຳມະບານແຕ່ລະຂັ້ນ ເຊີດຊູຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນ ພັດທະນາວຽກງານກຳມະບານ ໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນກວ່າເກົ່າ.

ຮອງປະທານປະເທດ ເນັ້ນຫລາຍບັນຫາໃຫ້ວຽກກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຂັ້ມແຂງ ໜັກແໜ້ນ. - 5 - ຮອງປະທານປະເທດ ເນັ້ນຫລາຍບັນຫາໃຫ້ວຽກກຳມະບານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຂັ້ມແຂງ ໜັກແໜ້ນ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!