ກົມພາສີ ແຈ້ງປະມູນລົດ 4 ຄັນຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ

ກົມພາສີ ແຈ້ງປະມູນລົດ 4 ຄັນຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ -                                                         4           - ກົມພາສີ ແຈ້ງປະມູນລົດ 4 ຄັນຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ
ກົມພາສີ ແຈ້ງປະມູນລົດ 4 ຄັນຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ - kitchen vibe - ກົມພາສີ ແຈ້ງປະມູນລົດ 4 ຄັນຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ

ວັນທີ 21 ທັນວາ 2023, ກົມພາສີ ກະຊວງການເງິນ ໄດ້ອອກແຈ້ງການສະບັບເລກທີ 13212/ກພສ ແຈ້ງເຖິງ ຜູ້ທີ່ມີຄວາມສົນໃຈການປະມູນ ພາຫະນະ ຈໍານວນ 4 ຄັນຄື:

  1. ລົດຈັກ ຍີ່ຫໍ້ KAWASAKI, ລຸ້ນ Z900, ສີດໍາ, ຄວາມແຮງ 900 ຊີຊີ;
  2. ລົດກະບະ, ຍີ່ຫໍ້ ISUZU, ລຸ້ນ D-MAX, ສີເທົາ, ຄວາມແຮງ 1.900 ຊີຊີ;
  3. ລົດເກັງ, ຍີ່ຫໍ້ TOYOTA, ລຸ້ນ CAMRY, ສີດໍາ, ຄວາມແຮງ 2.000 ຊີຊີ;
  4. ລົດກະບະ, ຍີ່ຫໍ້ ISUZU, ລຸ້ນ D-MAX, ສີເທົາ, ຄວາມແຮງ 1.900 ຊີຊີ.

ການຂາຍຊອງປະມູນແມ່ນໃນລາຄາ 500.000 ກີບ/ຊອງ ເລີ່ມແຕ່ວັນທີ 22-27 ທັນວາ 2023 (ວັນ ແລະ ເວລາລັດຖະການ) ແລະ ວັນທີເປີດຊອງປະມູນແມ່ນ ວັນທີ 28 ທັນວາ 2023 ເວລາ 14:00 ໂມງ ທີ່ຫ້ອງປະຊຸມກົມພາສີ ຂອງພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ, ກົມພາສີ. ສຳລັບຜູ້ທີ່ມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາແມ່ນໃຫ້ຕິດຕໍ່, ຊື້ຊອງປະມູນ ແລະ ສາມາດເບິ່ງສິນຄ້າປະເພດຍານພາຫະນະຕົວຈິງໄດ້ທີ່ພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ, ກົມພາສີ ຕັ້ງຢູ່ ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ.

ກົມພາສີ ແຈ້ງປະມູນລົດ 4 ຄັນຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ - Visit Laos Visit SALANA BOUTIQUE HOTEL - ກົມພາສີ ແຈ້ງປະມູນລົດ 4 ຄັນຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ
ກົມພາສີ ແຈ້ງປະມູນລົດ 4 ຄັນຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ - 4 - ກົມພາສີ ແຈ້ງປະມູນລົດ 4 ຄັນຂາຍຊອງປະມູນໃນລາຄາ 500.000 ກີບ/ຊອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!