ດີເຄກຽມເປີດສອນບານເຕະຟຣີໃຫ້ເດັກນ້ອຍອາຍຸ 6-9 ປີ
October 1, 2017 - 2:08 PM




ທ່ານ ອາລ໋ອບ ມະນີບົດ ປະທານສະໂມສອນດີເຄເອັຟຊີ ໃຫ້ສໍາພາດວ່າ: ການເປີດ ສອນຄັ້ງນີ້ເປັນຄັ້ງທໍາອິດ ຈຸດ ປະສົງແມ່ນຢາກພັັດທະນາວົງການກິລາລາວໃຫ້ດີຂຶ້ນເທື່ອ ລະກ້າວໂດຍປູກຈິດສໍານຶກໃຫ້ກັບເດັກນ້ອຍໃຫ້ມີຄວາມຮັກ ມັກດ້ານກິລາບານເຕະໃຫ້ ຫລາຍຂຶ້ນໂດຍເປົ້າໝາຍແມ່ນເດັກນ້ອຍອາຍຸປະມານ 6-9 ປີ. ການຝຶກສອນດັ່ງກ່າວທາງ ສະໂມສອນຂອງພວກເຮົາຈະເນັ້ນຝຶກສອນທັກສະການຈັບ ບານ ແລະ ການສໍາພັນບານ ໃຫ້ມີຄວາມຄ່ອງແຄ້ວໂດຍຄູ ຝຶກຕ່າງປະເທດທີ່ມີຄວາມຊໍານານຜ່ານການແຂ່ງຂັນລາຍ ການຕ່າງໆໃນທະວີບເອີຣົບ ແລະ ອາຊີມາຫລາຍຄັ້ງ.
ຖ້າຜູ້ປົກຄອງທ່ານໃດສົນໃຈເອົາລູກເຂົ້າຮຽນກັບສະໂມສອນດັ່ງກ່າວທີ່ສະໜາມກິລາອາລ໋ອບສະເຕດ້ຽມ ບ້ານສະ ພັງມຶກ ເມືອງໄຊທານີ ນະ ຄອນຫລວງວຽງຈັນ ຫລື ສາ ມາດພົວພັນໄດ້ທີ່ 020997 77663 ທ່ານ ອາລ໋ອບ ມະນີ ບົດ.