ອັບເດດ! ເຫດແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນ ມີຜູ້ເສຍຊີວິດ ແລ້ວ 13 ຄົນ

ອັບເດດ! ເຫດແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນ ມີຜູ້ເສຍຊີວິດ ແລ້ວ 13 ຄົນ - japan 16 - ອັບເດດ! ເຫດແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນ ມີຜູ້ເສຍຊີວິດ ແລ້ວ 13 ຄົນ
ອັບເດດ! ເຫດແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນ ມີຜູ້ເສຍຊີວິດ ແລ້ວ 13 ຄົນ - kitchen vibe - ອັບເດດ! ເຫດແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນ ມີຜູ້ເສຍຊີວິດ ແລ້ວ 13 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ ຈາກນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ວັນທີ 2 ມັງກອນ 2024: ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ, ບ້ານເຮືອນຂອງປະຊາຊົນ ແລະ ສິ່ງກໍ່ສ້າງໄດ້ຮັບຄວາມເສຍຫາຍເປັນຈຳນວນຫລາຍ, ນອກນີ້ ມີອາຄານ 200 ກວ່າ ຫລັງຄາເຮືອນເກີດໄຟໄໝ້ ຈາກເຫດ ການແຜ່ນດິນໄຫວຮຸນແຮງຂະໜາດ 7.6 ຣິກເຕີ ມີສູນກາງຢູ່ທີ່ ແຂວງ ອິຊິກາວະ ທາງຕອນກາງຂອງຍີ່ປຸ່ນ ໃນວັນຈັນທີ່ຜ່ານມາ ແລະ ມີການເຕືອນໄພສຶນາມິ ຢູ່ແຂວງ ອິຊິກາວະ, ນີງາຕະ, ໂທຍາມະ, ຍາມາງະຕະ, ຟຸກຸອິ ແລະ ແຂວງຮຽວໂງະ ໂດຍໜ່ວຍງານທີ່ກ່ຽວຂ້ອງຂໍໃຫ້ປະຊາ ຊົນໃນພື້ນທີ່ສ່ຽງ ໂດຍສະເພາະເຮືອນປະຊາຊົນທີ່ອາໄສຢູ່ຕາມແຄມຝັ່ງທະເລ ໃຫ້ອົບພະຍົບຂຶ້ນໄປຢູ່ພື້ນທີ່ສູງທັນທີ.

ສຳນັກງານ ອຸຕຸນິຍົມວິທະຍາ ຍີ່ປຸ່ນ ຮຽກຮ້ອງໃຫ້ປະຊາຊົນໃນພື້ນທີ່ສ່ຽງໂດຍສະເພາະແຂວງ ອິຊິກາວະ ຕື່ນຕົວ ແລະ ກຽມພ້ອມຮັບມືກັບແຜ່ນດິນໄຫວ ແລະ ສຶນາມິທີ່ອາດຈະເກີດຂຶ້ນໃນອີກ 2-3 ວັນຕໍ່ໜ້າ ຫລັງພົບຄື່ນສຶນາມິທີ່ມີຄວາມສູງສຸດ 1.2 ແມັດ

ອັບເດດ! ເຫດແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນ ມີຜູ້ເສຍຊີວິດ ແລ້ວ 13 ຄົນ - Visit Laos Visit SALANA BOUTIQUE HOTEL - ອັບເດດ! ເຫດແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນ ມີຜູ້ເສຍຊີວິດ ແລ້ວ 13 ຄົນ

ນອກນີ້ ຢູ່ແຂວງອິຊິກາວະ ແລະ ພື້ນທີ່ໃກ້ຄຽງປະເຊີນກັບແຮງສັ່ນສະເທືອນ ຢ່າງໜ້ອຍ 155 ຄັ້ງ ໂດຍແຮງສັ່ນສະເທືອນຮັບຮູ້ໄດ້ເຖິງນະຄອນຫລວງໂຕກຽວ ເຊິ່ງຢູ່ຫ່າງອອກໄປປະມານ 500 ກິໂລແມັດ,

ດ້ານ ນາຍົກລັດຖະມົນຕີ ຂອງຍີ່ປຸ່ນກ່າວວ່າ: ໜ່ວຍງານທີ່ກ່ຽວຂ້ອງກຳລັງປະເມີນຄວາມເສຍຫາຍ ທີ່ເກີດຂຶ້ນເປັນບໍລິເວນກວ້າງ ແລະ ໄດ້ສົ່ງເຈົ້າໜ້າທີ່ ຫລາຍກວ່າ 1.000 ຄົນ ລົງ ຊ່ວຍເຫລືອຜູ້ປະສົບໄພ.

ອັບເດດ! ເຫດແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນ ມີຜູ້ເສຍຊີວິດ ແລ້ວ 13 ຄົນ - 5 - ອັບເດດ! ເຫດແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນ ມີຜູ້ເສຍຊີວິດ ແລ້ວ 13 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!