ຣິນ ມາດຣິດ ຕໍ່ສັນຍາກັບ ອະເຊນຊິໂອ ອອກໄປຈົນເຖິງປີ 2023
October 1, 2017 - 2:17 PM




ຫຼ້າສຸດ ທາງ ຣິນ ມາ ດຣິດ ມອບສັນຍາໃໝ່ໃຫ້ແບບ ບາວໄປຈົນເຖິງປີ 2023 ມີ ຄ່າຈີກສັນຍາສະບັບນີ້ຂອງ ອະເຊນຊິໂອ ນັ້ນຢູ່ທີ່ 500 ລ້ານເອີໂຣ.
ຖະແຫຼງການຈາກສະໂມສອນລະບຸວ່າ : “ຣິນ ມາດຣິດ ແລະ ອະເຊນຊິໂອ ໄດ້ຕົກລົງ ທີ່ຈະຂະຫຍາຍສັນຍານັກເຕະ ເຮັດໃຫ້ລາວຢູ່ກັບທີມໄຈົນເຖິງວັນທີ 30 ມິຖຸນາ 2023 ”.
ກ່ອນໜ້ານີ້ ຣິນ ມາດຣິດ ຈັບນັກເຕະຕໍ່ສັນຍາໃໝ່ໄປ ຫຼາຍຄົນແລ້ວ ບໍ່ວ່າຈະເປັນ ມາ ເຊໂລ, ອິສໂກ້, ດານີ ກາບາມາລ, ຄາຣິມ ເບເຊມາ, ມາກອສ ຢູເຣນເຕ້ ແລະ ຫຼ້າ ສຸດ ຣາຟາເອລ ວາຣານ.