ພູເຂົາໄຟ Fagradalsfjall ຢູ່ທາງພາກຕາເວັນຕົກຂອງໄອແລນ ລະເບີດຢ່າງຮຸນແຮງ
January 15, 2024 - 11:57 AM
ສຳນັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫລວງ “ ເຣກຍາວິກ “ ປະເທດໄອແລນ ວັນທີ 14 ມັງກອນ 2024 ວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດໄອແລນ ລາຍງານ ການລະເບີດຢ່າງຮຸນແຮງຂອງພູເຂົາໄຟ Fagradalsfjall ເຊິ່ງຕັ້ງຢູ່ແຫຼມມະຫາສະໝຸດ ເຣກຍາເນສ ທາງພາກຕາເວັນສ່ຽງໃຕ້ຂອງປະເທດ ເຮັດໃຫ້ ລາວາໄຫລເຂົ້າເຮືອນປະຊາຊົນ ໃນເຂດເມືອງ ກຣີນກາວິດ.
ສຳນັກງານອຸຕຸວິທະຍາ ກວດພົບແຮງສັ່ນສະເທືອນອ້ອມຮອບພູເຂົາໄຟໜ່ວຍນີ້ ຫລາຍກວ່າ 20.000 ຄັ້ງ ຕັ້ງແຕ່ ທ້າຍເດືອນ ຕຸລາ 2023 ເຊິ່ງຖືເປັນການເຕືອນທີ່ສຳຄັນ, ລັດຖະບານໄອແລນຮຽກຮ້ອງໃຫ້ປະຊາຊົນ 4.000 ກວ່າຄົນ ທີ່ອາໄສໃນເມືອງ ກຣີນກາວິດ ເຊິ່ງຢູ່ຫ່າງຈາກ ພູເຂົາໄຟປະມານ 3 ກິໂລແມັດເທົ່ານັ້ນ ໃຫ້ຍົກຍ້າຍໄປຢູ່ໃນພື້ນທີ ທີ່ມີຄວາມປອດໄພ.