ສສ ຫວຽດນາມ ສົ່ງອອກເຂົ້າບັນລຸລະດັບສູງສຸດ 8,15 ລ້ານໂຕນ

ສສ ຫວຽດນາມ ສົ່ງອອກເຂົ້າບັນລຸລະດັບສູງສຸດ 8,15 ລ້ານໂຕນ - 419479044 810694624418179 8166337463137701272 n - ສສ ຫວຽດນາມ ສົ່ງອອກເຂົ້າບັນລຸລະດັບສູງສຸດ 8,15 ລ້ານໂຕນ
ສສ ຫວຽດນາມ ສົ່ງອອກເຂົ້າບັນລຸລະດັບສູງສຸດ 8,15 ລ້ານໂຕນ - kitchen vibe - ສສ ຫວຽດນາມ ສົ່ງອອກເຂົ້າບັນລຸລະດັບສູງສຸດ 8,15 ລ້ານໂຕນ
ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ ລາຍງານຂ່າວວ່າ: ສສ ຫວຽດນາມ ແມ່ນປະເທດທີ່ຜະລິດເຂົ້າສານ ແຫ່ງໃຫຍ່ອັນດັບທີ 5 ຂອງໂລກ ແລະ ແມ່ນແຫລ່ງ ສົ່ງອອກເຂົ້າ ໃຫຍ່ອັນດັບທີ 3 ຂອງໂລກ (ໄລ່ຕາມປະລິມານ). ເຖິງແມ່ນວ່າ ຖືກຜົນກະທົບ ຈາກປະກົດການ ແອລນິໂຢ (El Nino) ກໍຕາມ ແຕ່ປະລິມານເຂົ້າ ສົ່ງອອກຂອງ ສສ ຫວຽດນາມ ຍັງເພີ່ມຂຶ້ນ ຢ່າງກະໂດດຂັ້ນ.
ຕົວເລກສະຖິຕິ ຫລ້າສຸດຂອງກົມໃຫຍ່ພາສີ ຫວຽດນາມໄດ້ປະກາດ ວັນທີ 12 ມັງກອນ2024 ວ່າ:  ໃນປີ 2023 ຜ່ານມາການສົ່ງອອກ ເຂົ້າສານ ຂອງ ສສ ຫວຽດນາມ ບັນລຸ 8,13 ລ້ານໂຕນ ດ້ວຍມູນຄ່າ 4,7 ຕື້ໂດລາສະຫະລັດ, ເຊິ່ງເປັນລະດັບສູງ ສະຖິຕິຂອງ ຂະແໜງເຂົ້າສານ ຫວຽດນາມ.  ເມື່ອທຽບໃສ່ປີ 2022, ການສົ່ງອອກ ເຂົ້າສານ ຂອງ ຫວຽດນາມ ເພີ່ມຂຶ້ນ 14,4% ກ່ຽວກັບ ປະລິມານ ແລະ 35,3% ກ່ຽວກັບ ຄຸນຄ່າ ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ຂະນະທີ່ ຟີລິບປິນ ແມ່ນຕະຫລາດ ນຳເຂົ້າເຂົ້າສານ ຫລາຍທີ່ສຸດຈາກ ສສ ຫວຽດນາມ ໃນປີ 2023 ດ້ວຍປະລິມານ ກວ່າ 3,1 ລ້ານໂຕນ.
ຮອງແມ່ນ ອິນໂດເນເຊຍ, ສປ ຈີນ ແລະ ການາ. ຕາມບັນດາ ວິສາຫະກິດແລ້ວ, ການສົ່ງອອກ ເຂົ້າສານຂອງ ສສ ຫວຽດນາມ ເພີ່ມຂຶ້ນ ຢ່າງຫລວງຫລາຍ ນັບແຕ່ເມື່ອລັດຖະບານ ອິນເດຍ ໄດ້ປະກາດໃຊ້ ຄຳສັ່ງຫ້າມ ສົ່ງອອກເຂົ້າສານ ໃນເດືອນ ກໍລະກົດປີ 2023. ເຖິງປັດຈຸບັນ, ຄຳສັ່ງຫ້າມດັ່ງກ່າວ ຍັງບໍ່ທັນ ໄດ້ຍົກເລີກເທື່ອ ສະນັ້ນ ການສົ່ງອອກ ເຂົ້າສານຂອງ ສສ ຫວຽດນາມ ໃນປີ 2024 ນີ້ ຈະມີສັນຍານ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ.
ສສ ຫວຽດນາມ ສົ່ງອອກເຂົ້າບັນລຸລະດັບສູງສຸດ 8,15 ລ້ານໂຕນ - 4 - ສສ ຫວຽດນາມ ສົ່ງອອກເຂົ້າບັນລຸລະດັບສູງສຸດ 8,15 ລ້ານໂຕນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!