ຊີວິດ ແລະ ຄວາມຫວັງຂອງຄູອາສາ

- advert banner 728 90 728x90 - ຊີວິດ ແລະ ຄວາມຫວັງຂອງຄູອາສາ

- a woman teacher is teaching a class of boys and girls at the ban buamlao btngcw - ຊີວິດ ແລະ ຄວາມຫວັງຂອງຄູອາສາ

- new3 - ຊີວິດ ແລະ ຄວາມຫວັງຂອງຄູອາສາ

ໂດຍ: ກ້ອງສ່ອງ ອິດສະຫລະ

ໜຶ່ງ​ອາທິດ​ເຕັມ​ທີ່ຜູ້​ຂຽນ​ໄດ້​ໄປສໍາຜັດ​ກັບ​ບັນຍາກາດ​ການ​ສ້າງສາ​ພັດທະນາ​ຢູ່​ແຖວ​ແຂວງ​ຄໍາ​ມ່ວນ ​ແລະ ສະ​ຫວັນນະເຂດ. ສິ່ງ​ທີ່​ໄດ້ເຫັນ​ປະຈັກຕາ​ກໍ​ແມ່ນ​ການ​ສ້າງສາ​ພັດທະນາ​ບ້ານ​ເມືອງ​ຢູ່​ແຕ່ລະ​ທ້ອງ​ຖິ່ນປາກົດວ່າເປັນ​ຂະ​ບວນກວ້າງຂວາງ ​ແລະ ຄຶກຄັກ​ຟົດ​ຟື້ນຫລາຍ. ໃນບາງບ້ານບາງ​ທ້ອງ​ຖິ່ນບ່ອນ​ເຮົາ​ເຄີຍ​ໄດ້​ຢູ່ ​ແລະ ​ໄດ້​ໄປໃນ​ເມື່ອ​ກ່ອນ​ດົນໆສາມ​ສີ່​ສິບ​ປີມາ​ດຽວ​ນີ້​ຈົນຫລັງ. ​​ເຮືອນ​ຊານ​ບ້ານ​ຊ່ອງ, ຕຶກ​ອາຄານ​ຫ້າງ​ຮ້ານ​ກໍ​ເກີດ​ຂຶ້ນ​ປານ​ດອກ​​ເຫັດ. ສ່ວນວ່າ​ສິ່ງ​ທີ່​ໄດ້​ຍິນ​ກັບ​ຫູ​ກໍ​ແມ່ນ​ຄວາມຮູ້​ສຶກຂອງ​ປະຊາຊົນ​ ນັບ​ທັງ​ຄໍາ​ຄິດ​ຄໍາ​ເຫັນ​ຂອງ​ໝູ່​ເພື່ອນ​ສະຫາຍ​ທີ່​ໄດ້​ຈາກ​ກັນ​ໄປ​ຕັ້ງ​ແຕ່​ສະ​ໄໝ​ຢຶດອໍານາດ​ເປັນ​ເວລາ 40 ກວ່າປີ​ຈຶ່ງ​ໄດ້​ມາ​ເຫັນ​ໜ້າ​ເຫັນ​ຕາ​ພົບ​ພໍ້​ກັນກໍ​ມີທັງ​ຜູ້​ຢູ່​ຜູ້​ໜີ​ ແລະ ​ຜູ້​ຕາຍ​ຜູ້​ຍັງ ແລະ ໜຶ່ງ​ໃນ​ປະ​ເດັນ​ທີ່​ໄດ້​ຍົກ​ມາ​ເພື່ອເວົ້າ​ວ່າ​ໂອ້​ລົມ ​​ແລະ ​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ສູ່​ກັນຟັງນັ້ນກໍ​​ແມ່ນກ່າວເຖິງ​ຊີວິດ​ແລະ​ ຄວາມ​ຫວັງ​ຂອງ​ຜູ້​ເປັນ​ຄູ​ອາສາ​ສະໝັກ​ທີ່​ໄດ້​ປະຕິບັດ​ໜ້າ​ທີ່ຢູ່ໃນ​ທ້ອງ​ຖິ່ນຮາກ​ຖານ.

ຄືດັ່ງ​ພວກ​ເຮົາ​ຮູ້​ນໍາ​ກັນ​ແລ້ວ​ວ່າ, ຄູ​ອາສາ​ສະໝັກ​ແມ່ນ​ຄູ​ທີ່ສະໝັກ​ໄປ​ສິດສອນ​ເພື່ອ​ລໍຖ້າ​ເຂົ້າ​ເປັນ​ລັດຖະກອນ ​ໂດຍ​ບໍ່​ມີ​ເງິນ​ເດືອນ ​ແລະ ​ເງິນ​ນະ​ໂຍບາຍ​ໃດໆ​ຕອບ​ສະໜອງ ທຸກ​ສິ່ງ​ທຸກ​ຢ່າງ​ກໍ​ແມ່ນ​ກຸ້ມ​ຕົນ​ເອງ​ທັງ​ນັ້ນ. ​ຢູ່​ປະ​ເທດ​ເຮົາໃນສະພາບ​ປັດຈຸບັນ​ຈໍານວນ​ຄູ​ອາສາ​ທີ່​ໄດ້​ກ່າວ​ມາ​ນີ້​ມີຈໍານວນຫລາຍ​ຮ້ອຍ​ຫລາຍ​ພັນ​ຄົນທີ່ພວມ​ເຮັດ​ໜ້າ​ທີ່​ສິດ​ສອນ ​ນັບ​ແຕ່ຢູ່​ຕົວ​ເມືອງຈົນ​ຮອດ​ຊົນນະບົດ, ຕ່າງ​ແຕ່​ວ່າມີ​​ບ່ອນຫລາຍບ່ອນ​ໜ້ອຍ​ເທົ່າ​ນັ້ນ. ສະ​ເພາະ​ຢູ່​ເມືອງ​ໄກສອນ ​ພົມວິຫານ ເຊິ່ງເປັນ​ເມືອງ​ເທດສະບານ​ແຂວງ​ສະຫວັນ​ນະ​ເຂດກໍ​ມີ​ເຖິງ 250 ກວ່າ​ຄົນ. ສ່ວນວ່າ​ເມືອງ​ອື່ນໆ​ແມ່ນ​ຍັງ​ບໍ່​ນັບ, ​ເມື່ອ​ມາບ​ວກລົບ​ຄູນ​ຫານ​ໃນ​ທົ່ວ​ປະ​ເທດ​ມັນ​ຊິ​ມີ​ຈັກ​ພັກຄົນ. ພວກ​ເຂົາເຫລົ່ານັ້ນບາງ​ຄົນ​ກໍ​ເຮັດ​ໜ້າ​ທີ່​ສິດສອນ​ມາ​ຜູ້​ລະ​ສອງ​ສາມ​ປີ​ ຫລື ​ສີ່​ຫ້າ​ປີ​ກໍ​ຍັງ​ບໍ່​ໄດ້​ເຂົ້າ​ລັດຖະກອນ. ສິ່ງທີ່​ໜ້າ​ຊົມ​ເຊີຍ​ຍົກຍ້ອງໃນ​ພາລະກິດ​ຂອງ​ເຂົາ​ເຈົ້າ​ນັ້ນ ​ກໍ​ຄື​ໜ້າ​ທີ່​ການ​ງານ​​ມີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ສິດສອນ​ເພື່ອ​ສ້າງ​ເດັກ​ນັກຮຽນທີ່ເປັນອານາ​ຄົດ​ຂອງ​ຊາດ​ໃນ​ທຸກ​ຫ້ອງ ​ແລະ ​ທຸກ​ຊັ້ນຢ່າງ​ເອົາ​ຈິງ​ເອົາ​ຈັງ. ບາງ​ຄົນ​ກໍກາຍ​ເປັນ​ຄູ-ອາຈານ​ສອນ​ດີ​ສອນ​ເກັ່ງ ​ແລະ ເປັນ​ຕົວ​ແບບ​ໃຫ້​ຄູ-ອາຈານຜູ້​ທີ່​ໄດ້​ເປັນ​ລັດຖະກອນ​ມາ​ແລ້ວຕັ້ງຫລາຍ​ເ​ທົ່າ.

- Lao teachers reading - ຊີວິດ ແລະ ຄວາມຫວັງຂອງຄູອາສາ

- lattana 1 - ຊີວິດ ແລະ ຄວາມຫວັງຂອງຄູອາສາ

​ແນວ​ໃດ​ກໍຕາມ, ສິ່ງທີ່​ເຮົາ​ເຫັນ ​ແລະ ​ໄດ້​ຟັງ​ກັບ​ຫູ​ນັ້ນ​ກໍ​ຄື​ຄວາມ​ຫວັງ​ ແລະ ​ອຸດົມ​ການ​ອັນ​ແນ່ວ​ແນ່​ຂອງ​ເຂົາ​ເຈົ້າ ​ກໍຄື​ຕ້ອງການ​ເປັນ​ລັດຖະກອນ​ຈໍາ​ຕ້ອງ​ໄດ້​ອົດທົນ​ສູ້​ເພື່ອ​​ເອົາຊີວິດ​ຂອງ​ຕົນ​ເອງ​ທີ່​ເກີດ​ມາ​ເປັນຄົນລາວ​​ຊາດ​ໜຶ່ງ​.​ ເຖິງ​ຈະ​ມີ​ອຸປະສັກ​ຍາກ​ງ່າຍ​ ແລະ ​ເຕັມ​ໄປ​ດ້ວຍ​ພາລະກິດ​ຕ່າງໆ​​ມາ​ກະທົບ​ຄວາມ​ຫວັງ​ທີ່​ຕັ້ງ​ເປົ້າ​ເອົາ​ໄວ້ນັ້ນ ກໍ​ຄື​ຢາກ​ເປັນ​ລັດຖະກອນ. ຍ້ອນ​ວ່າ​ອາຊີບ​ຂອງ​ການ​ເປັນ​ຄູມັນ​ເປັນ​ອາຊີບ​ທີ່​ບໍລິສຸດ​ ເພື່ອຖ່າຍທອດ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ຕົນ​ມີ​ໃຫ້​ແກ່​ເດັກ​ນັກຮຽນ​ທີ່​ເປັນ​ອານາ​ຄົດ​ຂອງ​ຊາດ. ​ແຕ່​ສິ່ງ​ທີ່​ໜ້າເປັນ​ຫ່ວງ​ນັ້ນແມ່ນ​ເສັ້ນທາງ​ເດີນ​ທີ່​ຈະກ້າວ​ເຂົ້າ​​ເປັນ​ລັດຖະກອນ​ນັ້ນ​ມັນ​ຍັງ​ມືດ​ປານ​ເຂົ້າ​ຖ້ຳ​ກັບ​ເດືອນ​​ແຮມ. ຍ້ອນ​ວ່າ​ເຮັດ​ວຽກ​ມາ​ຜູ້​ລະ​ສອງ​ສາມ​ປີ ຫລື ​ສີ່​ຫ້າ​ປີ ​ມັນຍັງ​ມິດ​ຈີ່ຫ​ລີ່ປານ​ໝີ​ກິນ​ເຜີ້ງ. ເຜີໆ​ມາ​ຖ້າ​ຜູ້​​ໃດມີ​ອາຍຸ​ແກ່​ເກີນກວ່າລະບຽບຫລັກການ ​ແລະ ​ຂໍ້​ກໍານົດ​ແລ້ວ ​ເພິ່ນ​ກໍ​ວ່າ​ບໍ່​ມີ​ເງື່ອນ​ໄຂ​​, ສຸດ​ທ້າຍ​ມາຄວາມ​ຫວັງ​ ​ແລະ ​ຄວາມ​ຕັ້ງ​ໃຈກໍເລີຍ​ເປັນ​ອໍາມະພາດ.

ຄູອາສາສະໝັກຄົນໜຶ່ງທີ່​​ສອນ​ຢູ່​ໂຮງຮຽນ​ມັດທະຍົມ​ສົມບູນ​ບ້ານ​ໃໝ່​ຜາ​ຊ້າງ​ເມືອງ​ຄູນ​ຄໍາ​ ແຂວງ​ຄໍາ​ມ່ວນ​ ໄດ້​ເລົ່າສູ່ຜູ້ຂຽນຟັງ​ວ່າ: ຫລານ​ເປັນ​ຄູອາສາ​ມາ​ໄດ້​ສາມ​ປີ​ແລ້ວ, ສອນວິຊາ​ເລກແຕ່ ມ.3 ຮອດ ມ.7 ຄວາມ​ຫວັງ​ຂອງ​ຕົນ​ເອງ​ກໍ​ຄື​ຕ້ອງການ​ເຂົ້າ​ເປັນ​ລັດຖະກອນ​ ແຕ່​ບໍ່​ຮູ້​ວ່າ​ຍັງ​ອີກ​ຈັກ​ປີຈຶ່ງ​ຈະ​ເຖິງ​ເວລາ​ນັ້ນ. ມາ​ຮອດ​ມື້​ນີ້ຕົນ​ເອງກໍ​ຮູ້ສຶກ​ທໍ້​​ແທ້ແຕ່​ກໍ​ມີພໍ່​ແມ່​ຢູ່​ທາງ​ບ້ານ​ເພິ່ນ​ໃຫ້​ກໍາລັງ​ໃຈ ​ແລະ ​ບອກ​ໃຫ້ອົດທົນສູ້​​ຕໍ່ໄປ​ອີກ​ຈັກ​ຫ້າ​ປີ​ ຖ້າ​ເພິ່ນບໍ່​ຮັບ​ເອົາ​ກໍຈໍາ​ເປັນ​ຕ້ອງ​ໄດ້​ຊອກ​ຫາ​​ທາງປະກອບ​ອາຊີບ​ໃໝ່ຕາມຍະຖາ​ກໍາ​. ເມື່ອ​ຖາມ​ວ່າ​ໃນ​ດ້ານ​ຊີວິດ​ການ​ເປັນ​ຢູ່​ໃນ​ປັດຈຸບັນ​ພວກຫລານ​ເຮັດ​ແນວ​ໃດ ? ເຂົາກໍ​ຕອບແບບສີ​ໜ້າ​ເສົ້າໆ​ວ່າ: ຍາມ​ເລີກ​ວຽກ​ມາ​ກໍພາກັນ​ໄປ​ເກັບຜັກຫັກ​ໜໍ່, ຫາ​ປູ​ຫາ​ປາ, ພາກັນ​ໄປ​ຕຶກ​ກະດຸ້ງ, ບາງ​ມື້​ພໍ່​ແມ່​ປະຊາຊົນບ່ອນຮັກ​ບ່ອນ​ແພງ​ເວລາ​ເພິ່ນ​ຫາ​ມາ​ໄດ້​ກໍບິ​ແບ່ງ​ສູ່ກິນ, ສ່ວນວ່າ​ເງິນ​ໃຊ້ຈ່າຍ​ນັ້ນ​ກໍ​ອີງ​ໃສ່​ພໍ່​ແມ່​ເປັນ​ຫລັກ, ກ່ຽວ​ກັບ​ເງິນ​ດ້ຳ​ຄໍາ​ເ​ດືອນນັ້ນ​ຍັງ​ບໍ່​ທັນ​ຮູ້ ​ແລະ ​ຍັງ​ບໍ່​ທັນ​ເຄີຍ​ເຫັນ​ວ່າ​ມັນ​ເປັນ​ໃບ​ຫ້າ ຫລື ​ໃບ​ສິບ. ນີ້​ລະ​ຄື​ຊີວິດ​ຈິງ​ຂອງ​ຄູ​ອາສາທີ່​ສູ້​ຊົນ​ເຮັດ​ໜ້າ​ທີ່​ພາຍ​ໃຕ້​ອຸດົມ​ການ​ອັນ​ສູງ​ສົ່ງ. ສິ່ງ​ທີ່ຜູ້​ຂຽນ​ໄດ້​ນໍາ​ເອົາ​ມາ​ເວົ້ານີ້ມັນ​ເປັນ​ອຸທາຫອນ​ ​ແລະ ​ອຸທາ​ເຫັນ​ໃນ​ຊີວິດ​ຈິງ​ຂອງ​ຄູ​ອາສາ​ຢູ່​ແຖວ​ຊົນນະບົດ​ຫ່າງ​ໄກສອກຫລີກ ເຊິ່ງຍາມ​ໃດ​ເຂົາ​ກໍ​ໝົກ​ໝົ້ນ​ໃນ​ໜ້າ​ທີ່​, ເມື່ອ​ເລີກ​ວຽກ​ມາ​ກໍຍັງຕ້ອງໄດ້​ຕັ້ງບັນຫາ​ກັບ​ຕົນ​ເອງ​ວ່າ ​ມື້​ນີ້​ຈະ​ໄປ​ຊອກຢູ່​ຫາ​ກິນ​ລ້ຽງ​ປາກ​ລ້ຽງ​ທ້ອງ​ຢູ່​ໃສ ​ແລະ ​​ເອົາ​ແບບ​ໃດ ?.

​ເຖິງ​ຢ່າງ​ໃດ​ກໍ​ດີ, ຕາມ​​ເຮົາ​ຄິດ​ບໍ່ວ່າ​ແຕ່​ຄູ​ອາສາ​ ມັນ​ຍັງ​ມີ​ພະນັກງານ​ອາສາຈໍານວນຫລວງຫລາຍ​ທີ່​ສັງກັດ​ຢູ່​ໃນ​ແຕ່ລະ​ຂະ​ແໜງ​ການ, ​ແຕ່ລະ​ຂົງ​ເຂ​ດທີ່​ພວມ​ສູ້​ຊົນ​ເຮັດ​ວຽກສ້າງ​ຜົນງານ​​ເພື່ອ​ຕົນ​ເອງ ​ແລະ ​​ເພື່ອປະ​ເທດ​ຊາດ ເຊິ່ງ​ຄວາມ​ຫວັງ​ອັນ​ສຸດ​ຍອດຂອງ​ເຂົາ​ເຈົ້າ​ກໍ​ຄື​ “ຢາກ​ເປັນ​ລັດຖະກອນ​”. ໃນຫລາຍ​ປີຜ່ານມາ, ການ​ຮັບ​ເອົາ​ພະນັກງານ​ອາສາ​ເຂົ້າ​ເປັນ​ລັດຖະກອນ​ກໍ​​ຫາກໄດ້​ປະຕິບັດກັນມາ​ເປັນ​ປົກກະ​ຕິ, ຕ່າງ​ແຕ່​ວ່າ​ປີໃດຫລາຍ​ປີໃດ​ໜ້ອຍ​​ແມ່ນ​ອີງ​ຕາມ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ ​ແລະ ​ແຜນ​ປັບປຸງ ​ແລະ ​ກໍ່ສ້າງ​ລັດຖະກອນ​ຂອງກະຊວງ​ກ່ຽວຂ້ອງ. ແຕ່ສິ່ງທີ່ຜູ້ຂຽນເຫັນຄວາມບໍ່ຍຸຕິທໍານັ້ນມີຈໍານວນບໍ່ໜ້ອຍທີ່ເປັນລູກເຈົ້າຫລານນາຍ, ເປັນລູກຫລານຄົນເຈົ້າຄົນຂ້ອຍເຮັດບໍ່ທັນພໍປີສອງປີກໍໄດ້ເຂົ້າເປັນລັດຖະກອນ. ເມື່ອເຂົ້າໄປແລ້ວມາດຕະຖານເພິ່ນພັດຍັງບໍ່ທັນຄົບຖ້ວນ​ເທົ່າ​ທີ່​ຄວນມອບວຽກອັນໃດໃຫ້ເຮັດກໍພໍແຕ່ມ້າມແປະພຸງ, ໄດ້ວຽກໃຫ້ເຮັດແລ້ວພັດຍັງຊັ້ນຕໍາແໜ່ງ. ຜູ້ທີ່ເປັນໝັນຢູ່ຕະຫລອດ​ເວລາກໍຄືຜູ້ທີ່ບໍ່ມີເສັ້ນມີສາຍ, ບໍ່ໄດ້ເປັນລູກເຈົ້າຫລານນາຍ ເອົາຊີວິດສູ້ຕາມມີຕາມເກີດ. ກໍຂໍໃຫ້ຄູອາສາຂອງເຮົາທຸກຄົນສືບຕໍ່ອົດທົນຜ່ານຜ່າບໍ່ໄວກໍຊ້າຄວາມຫວັງທີ່ເຮົາຕັ້ງໃຈອາດມີວັນໃດວັນໜຶ່ງຕ້ອງກັບເກີດມາເປັນຄວາມຈິງ, ກົງກັນຂ້າມ​ ຖ້າ​ບໍ່​ສົມ​ດັ່ງ​ຫວັງ​ກໍ​ບໍ່​ຕ້ອງ​ທໍ້​ແທ້​ຄິດ​ວ່າ​ອາຊີບ​ຄວາມ​ເປັນ​ຄູ​ໄປ​ຫາ​ກິນ​ຢູ່​ໃສ​ກໍ​ໄດ້. ຖ້າ​ໝົດ​ທາງ​ເດີນ​ໜ້າ​ກໍ​ໃຫ້​ຫັນ​ກັບ​ຫລັງ​ໄປ​ສ້າງ​ເສດຖະກິດ​ຄອບຄົວ​​ເບິ່ງ​ພໍ່​ແມ່, ຫາ​ລ້ຽງ​ເປັດ​ລ້ຽງ​ໄກ່, ລ້ຽງ​ງົວ​​ລ້ຽງ​ຄວາຍ, ມີ​ເຂົ້າ​ສຸກ​ເຕັມ​ນາກິນ​ປາ​ລົງ​ຕ້ອນ​ມັນ​ກໍ​ປຽບ​ເໝືອນ​ໄດ້​ຂຶ້ນ​ສະຫວັນ​ທັງ​ເປັນຢະ​ເອີຍ !.

error: Content is protected !!