ພົບຊິ້ນສ່ວນໂຄງຮ່າງມະນຸດບູຮານ ຄາດວ່າມີອາຍຸປະມານ 900-1200 ກວ່າປີ ຢູ່ໃນໄຫຫີນ ແຂວງຊຽງຂວາງ
January 18, 2024 - 11:09 AM

ວັນທີ 16 ມັງກອນ 2024, ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງຄໍາ ແຂວງ ຊຽງຂວາງ ຮ່ວມກັບທີມ ງານເກັບກໍາຂໍ້ມູນທາງດ້ານບູຮານວິທະຍາ ຂັ້ນແຂວງ ແລະ ກະຊວງ ລົງກວດກາເກັບກໍາຂໍ້ມູນດ້ານບູຮານວິທະຍາ ໄຫຫີນ ແຫຼ່ງ 75 ບ້ານ ຜາທ້າງ, ເມືອງຄຳ. ການລົງເກັບກໍາຂໍ້ມູນໃນຄັ້ງນີ້ ເລີ່ມມາແຕ່ວັນທີ 13 ມັງກອນ 2024 ເປັນຕົ້ນມາ ມາຮອດປັດຈຸບັນການຂຸດຄົ້ນພາຍໃນໄຫຫີນພົບເຫັນຊີ້ນສ່ວນ ໂຄງຮ່າງມະນຸດບູຮານເປັນຕົ້ນແມ່ນ: ກະໂຫລກຫົວມະນຸດ, ຄາງ, ແຂ້ວ ແລະ ວັດຖຸນໍາໃຊ້ອື່ນໆ ສັນນິຖານວ່າຈະມີອາຍຸປະມານ 900-1200 ກວ່າປີ.
ຈຸດປະສົງກໍເພື່ອເປັນການຄົ້ນຄວ້າຊອກແຫລ່ງທີ່ຢູ່ອາໄສຂອງຄົນບູຮານ ພ້ອມນັ້ນ, ກໍໄດ້ຄົ້ນຄວ້າເຖິງການນໍາໃຊ້ໄຫຫີນແຫ່ງທີ 75 ທີ່ຕິດພັນກັບມະນຸດສະໄໝບູຮານ ຕື່ມອີກ.