ເງິນກີບລາວອ່ອນຄ່າ ເຮັດໃຫ້ຜູ້ອອກແຮງງານ ແລະ ພະນັກງານລາອອກຈາກໜ້າທີ່ຕຳແໜ່ງ ເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ

ທ່ານ ນາງ ອານຸສອນ ຄຳສິງສະຫວັດ ກົມການຈັດຫາງານ, ກະຊວງແຮງານ ແລະ ສະຫວັດດີການສັງຄົມ ກ່າວໃນພິທີສະຫລອງວັນແຮງງານເຄື່ອນຍ້າຍສາກົນ ວັນທີ 18 ມັງກອນ 2024 ວ່າ: ປັດຈຸບັນແຮງງານເຄື່ອນຍ້າຍນັບມື້ເພີ່ມຂຶ້ນ, ສະພາບແຮງງານເຄື່ອນຍ້າຍບໍ່ແມ່ນບັນຫາສະເພາະຂອງປະເທດໃດໜຶ່ງເທົ່ານັ້ນ ແຕ່ມັນເປັນບັນຫາລວມຂອງຂົງເຂດພາກພື້ນ ແລະ ຂອງໂລກ ສາເຫດຕົ້ນຕໍທີ່ພາໃຫ້ເກີດມີການເຄື່ອນຍ້າຍແຮງງານແມ່ນເພື່ອຊອກຫາວຽກເຮັດງານທຳທີ່ດີກວ່າ ແລະ ການສະແຫວງຫາຄ່າແຮງງານທີ່ສູງກວ່າ ມີສະພາບແວດລ້ອມໃນການອອກແຮງງານທີ່ມີຄວາມປອດໄພຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີກວ່າ. ແຕ່ຄຽງຄູ່ກັນນັ້ນກໍມີແຮງງານຈຳນວນໜຶ່ງເຄື່ອນຍ້າຍຍ້ອນສະພາບຄວາມອຶດຫິວ, ຄວາມທຸກຍາກ, ໄພທຳມະຊາດ ແລະ ຄວາມເຊື່ອມໂຊມຂອງສິ່ງແວດລ້ອມລວມໄປເຖິງການເກີດຂໍ້ຂັດແຍ່ງທາງດ້ານການເມືອງ ແລະ ສົງຄາມ.
ໃນສະພາບວິກິດການດ້ານເສດຖະກິດໃນທົ່ວໂລກຖົດຖອຍລົງທີ່ເປັນອຸປະສັກອັນໃຫຍ່ຫລວງກີດຂວາງການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການອ່ອນຄ່າຂອງເງິນກີບລາວເຊິ່ງເປັນອີກໜຶ່ງປັດໃຈໃຫ້ຜູ້ອອກແຮງງານລາວລວມທັງພະນັກງານໃນຫົວໜ່ວຍແຮງງານຕ່າງໆຈໍານວນບໍ່ໜ້ອຍໄດ້ພາກັນລາອອກຈາກໜ້າທີ່ຕຳແໜ່ງ ເພື່ອເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ ເຮັດໃຫ້ບາງຂົງເຂດເສດຖະກິດເກີດພາວະການຂາດແຄນແຮງງານ ກະຊວງ ຮສສ ໃນຖານະເປັນເສນາທິການໃຫ້ລັດຖະບານໃນການເຄື່ອນໄຫວດ້ານການຄຸ້ມຄອງ ແລະ ປົກປ້ອງສິດຂອງແຮງງານເຄື່ອນຍ້າຍຈຶ່ງໄດ້ມີຄວາມພະຍາຍາມໃນການເຮັດພາລະບົບບາດໃນການຄຸ້ມຄອງມະຫາພາກດ້ວຍການສ້າງນິຕິກໍາຕ່າງໆໄດ້ສ້າງ ແລະ ຮັບຮອງກົດໝາຍວ່າດ້ວຍການຈັດຫາງານ, ສຳເລັດການປັບປຸງດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດທີ່ມີເນື້ອໃນຄວາມຮັດກຸມຫລາຍຂຶ້ນກ່ວາເກົ່າ ແລະ ຕົກລົງວ່າດ້ວຍການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ. ພ້ອມນັ້ນ, ກໍໄດ້ຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ບັນດາຂະແໜງການກ່ຽວຂ້ອງໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆເພື່ອສົ່ງເສີມໃຫ້ແຮງງານເຄື່ອນຍ້າຍແບບຖືກຕ້ອງຕາມກົດໝາຍແນໃສ່ເຮັດໃຫ້ການເຄື່ອນຍ້າຍແຮງງານໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຫລາຍຂຶ້ນ, ພ້ອມນີ້ກໍໄດ້ເພີ່ມທະວີການຮ່ວມມືກັບບັນດາປະເທດຕ່າງໆເພື່ອຂະຫຍາຍການຮ່ວມມືດ້ານການຈ້າງງານເຮັດໃຫ້ແຮງງານລາວມີທາງເລືອກໃນການໄປເຮັດວຽກຢູ່ຕ່າງປະເທດຫລາຍຂຶ້ນ. ປັດຈຸບັນຊວງ ຮສສ ໄດ້ຈັດສົ່ງແຮງງານໄປເຮັດວຽກຢູ່ 4 ປະເທດ ປະເທດໄທ ຍີ່ປຸ່ນ, ສ.ເກົາຫລີ ແລະ ມາເລເຊຍ ແລະ ຍັງມີຫລາຍປະເທດທີ່ສະເໜີຄວາມຕ້ອງການແຮງງານລາວ.