ນາຍົກ ເນັ້ນໃຫ້ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແກ້ໄຂບັນຫາມົນລະພິດໃນຕົວເມືອງໃຫ້ເປັນລະບົບ

ໃນໂອກາດທີ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມຢູ່ກອງປະຊຸມສະຫລຸບວຽກງານຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ວັນທີ 17 ມັງກອນ 2024, ເຊິ່ງທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໃຫ້ກະຊວງ ກຊສ ເອົາໃຈໃສ່ຄົ້ນຄວ້າປັບປຸງແກ້ໄຂ ບັນຫາຂໍ້ຄົງຄ້າງໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ ເປັນຕົ້ນ: ການຂຶ້ນທະບຽນອອກໃບຕາດິນ ຍັງປະຕິບັດໄດ້ໜ້ອຍ; ການຕິດຕາມກວດກາ ໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ຍັງບໍ່ທັນເຂັ້ມງວດ; ການຄຸ້ມຄອງການນຳໃຊ້ທີ່ດິນ ຈັດສັນ 8 ປະເພດ ຍັງບໍ່ໄປຕາມແຜນທີ່ກຳນົດໄວ້; ການຫັນເປັນທັນສະໄໝ ແລະ ສ້າງລາຍຮັບຈາກຂົງເຂດທີ່ດິນ ຍັງປະຕິບັດບໍ່ໄດ້ດີ; ການປະຕິບັດມາດຕະການຄຸ້ມຄອງສິ່ງແວດລ້ອມໂຄງການລົງທຶນ ຍັງບໍ່ທັນເຂັ້ມງວດ; ການແກ້ໄຂບັນຫາມົນລະພິດໃນຕົວເມືອງ ຍັງບໍ່ເປັນລະບົບ; ການສ້າງຈິດສຳນຶກ ໃນການປົກປັກຮັກສາສິ່ງແວດລ້ອມ ໃນທົ່ວສັງຄົມ ຍັງບໍ່ທັນກວ້າງຂວາງ; ຫລາຍຂະແໜງການ ຍັງບໍ່ໄດ້ຜັນຂະຫຍາຍນະໂຍບາຍຄຸ້ມຄອງການປ່ຽນແປງດິນຟ້າອາກາດ ເຂົ້າໃນວຽກງານຂອງຕົນ ຢ່າງເປັນຮູບປະທຳ; ການຊື້-ຂາຍສິນເຊື່ອກາກບອນ ຍັງບໍ່ທັນເປັນລະບົບ ແລະ ກວ້າງຂວາງ.
ພ້ອມນີ້, ກໍໃຫ້ສືບຕໍ່ສຸມໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ຫລາຍຂຶ້ນກວ່າເກົ່າ, ທົ່ວເຖິງ ແລະ ເປັນປົກກະຕິ ເພື່ອໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ໄດ້ຮັບຮູ້ ແລະ ເຂົ້າໃຈສະພາບຄວາມເປັນຈິງຂອງບັນຫາ, ທັງຮ່ວມໃຈກັນສູ້ຊົນຜ່ານຜ່າ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆ; ຕ້ອງບຸກທະລຸແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ໂດຍເສີມຂະຫຍາຍດ້ານດີ ທີ່ຕັ້ງໜ້າ ແລະ ນຳເອົາບົດຮຽນທີ່ຖອດຖອນໄດ້ ເປັນແນວທາງປັບປຸງປະສິດທິພາບ ຂອງວຽກງານໃນຕໍ່ໜ້າ ໃຫ້ດີຂຶ້ນກວ່າເກົ່າ; ກວດກາຄືນບັນດາກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ເພື່ອສ້າງ ແລະ ປັບປຸງ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກງານໄລຍະໃໝ່; ຕ້ອງດໍາເນີນການຕິດ ຕາມກວດກາການຈັດຕັ້ງປະຕິບັດບັນດານິຕິກໍາ, ການປະຕິບັດໜ້າທີ່ວຽກງານຂອງສະມາຊິກພັກ-ພະນັກງານ ຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍກວດກາແຕ່ຫົວທີ ແລະ ຖືສຳຄັນການກວດກາພາຍໃນຢ່າງເປັນປົກກະຕິ ເພື່ອປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ; ໃຫ້ສຶກສາຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ-ວິທະຍາການ ແລະ ເຕັກໂນໂລຊີໃໝ່ໆ ເຂົ້າໃນຂະແໜງການຂອງຕົນ ແນໃສ່ຍົກສູງສະມັດຕະພາບຂອງວຽກງານ ໃຫ້ມີຄວາມວ່ອງໄວ, ທັນສະໄໝ, ປະຢັດງົບປະມານ, ໂປ່ງໃສ ແລະ ສາມາດກວດສອບໄດ້.