11 ຂໍ້ຫ້າມສຳລັບຊາວຄ້າຂາຍ ແລະ ຜູ້ມາທ່ຽວບຸນຊ່ວງເຮືອທ່າວັດຈັນ




ຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທີ່ທ່າວັດຈັນເມືອງຈັນທະບູລີນະຄອນຫລວງວຽງຈັນທີ່ຈະເລີ່ມຄົບງັນແຕ່ວັນທີ 4-6 ຕຸລານີ້, ໄດ້ອອກຂໍ້ຫ້າມ 11 ຂໍ້ສຳລັບຊາວຄ້າຂາຍ ແລະ ປະຊາຊົນ ຜູ້ມາທ່ຽວບຸນດັ່ງກ່າວໃຫ້ປະຕິບັດຢ່າງເຄັງຄັດຄື: (1) ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ. (2) ຫ້າມຂາຍ ຫລື ນຳເອົາອາວຸດທຸກປະເພດລວມທັງພ້າ, ມີດ, ງ້າວ, ໜ້າເກັກ, ກະຖຸນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດຂອງມີຄົມຕ່າງໆເຂົ້າໄປໃນງານໂດຍເດັດຂາດ, ເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດ. (3) ຫ້າມນຳເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດຕໍ່ປະສາດທຸກຊະນິດ, ສິ່ງເກີດສຽງດັງເກີນຂອບເຂດ, ບັ້ງກະໂພກເຂົ້າມາຈູດ ຫລື ຂາຍພາຍໃນງານເດັດຂາດ. (4) ຫ້າມນຳເອົາຜະລິດຕະພັນທີ່ລອກຮຽນແບບຜ້າສິ້ນລາວ ຫລື ເຄື່ອງນຸ່ງລາວນຳມາຂາຍ-ຈຳໜ່າຍພາຍໃນງານຢ່າງເດັດຂາດ. (5) ຫ້າມວາງ ແລະ ຂາຍເຄື່ອງເກີນຂອບເຂດທີ່ທາງຄະນະກຳມະການກຳນົດໃຫ້. (6) ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດທະນະທຳລາມົກ ເຊັ່ນ: ກະແຊັດ, ແຜ່ນຊີດີລາມົກ ແລະ ຮູບພາບລາມົກຕ່າງໆເຂົ້າມາຂາຍໃນງານຢ່າງເດັດຂາດ. (7) ຫ້າມຫລີ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດ. (8) ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະກຳມະການຈັດງານ. (9) ຫ້າມດື່ມສິ່ງມືນເມົາເກີນຂອບເຂດຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫລື ນຳຕົວໄປພັກຜ່ອນໄວ້ກ່ອນ. (10) ຫ້າມບຸກຄົນ, ນິຕິບຸກຄົນ, ສຳນັກງານອົງການປົກຄອງບ້ານກີດຂວາງການຈັດສະຖານທີ່ວາງສະແດງສິນຄ້າຂອງຄະນະກຳມະການຈັດງານຕະຫລາດນັດ ແລະ (11) ຫ້າມຕອກເຫລັກ ຫລື ສິ່ງຂອງຕ່າງໆໃສ່ພື້ນທີ່ເດັດຂາດ, ຖ້າບຸກຄົນໃດ, ອົງກອນໃດຫາກຝ່າຝືນລະບຽບ ແລະ ຂໍ້ຫ້າມນີ້ ຈະຖືກກ່າວເຕືອນສຶກສາອົບຮົມ, ປັບໄໝ ແລະ ປະຕິບັດມາດຕະການຕາມລະບຽບກົດໝາຍຂອງລັດ.
+ບຸນຊ່ວງເຮືອບ້ານຈອມແຈ້ງ ມີຜູ້ເສຍຊີວິດຈາກອຸປະຕິເຫດ 3 ຄົນ
ສ່ວນຜູ້ຮັບບໍລິການຝາກລົດຕ້ອງໄດ້ຕິດລາຄາຄ່າຝາກລົດໃຫ້ຈະແຈ້ງ ແລະ ເຫັນງ່າຍ, ພ້ອມທັງກໍານົດລາຄາໃຫຍ່ບໍ່ເກີນ 15.000 ກີບ ແລະ ລົດຈັກບໍ່ເກີນ 5.000 ກີບ, ຖ້າບ່ອນຝາກລົດຂອງບຸກຄົນໃດຫາກບໍ່ປະຕິບັດ ຫລື ຮຽກຂຶ້ນຄ່າຝາກລົດຕາມລໍາພັງໃຈໃຫ້ແຈ້ງຄະນະກຳມະການທັນທີ ໝາຍເລກໂທລະສັບ 020 2221 5552.