ພາຍຸລະດູໜາວພັດເຂົ້າ ອາເມຣິກາ ມີຄົນເສຍຊີວິດຢ່າງໜ້ອຍ 90 ຄົນ ແລະ ອາກາດຈະໜາວເຢັນໄປອີກຫລາຍວັນ
January 22, 2024 - 11:42 AM
ສຳນັກຂ່າວຕ່າງປະເທດລາຍງານວນັທີ 21 ມັງກອນ 2024, ພາຍຸລະດູໜາວພັດເຂົ້າ ອາເມຣິກາ ຢ່າງຮຸນແຮງ ໃນທົ່ວປະເທດຕະຫລອດອາທິດທີ່ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 89 ຄົນ, ໂດຍພະຍາກອນອາກາດຄາດວ່າ ສະພາບອາກາດທີ່ໜາວເຢັນຈະສືບຕໍ່ໄປຈົນເຖິງກາງອາທິດນີ້ອາກາດຈຶ່ງຈະອຸ່ນຂຶ້ນ ແລະ ອາດຈະມີຝົນຕົກຕື່ມອີກ, ເຊິ່ງອາດຈະເຮັດໃຫ້ນ້ຳຖ້ວມໃນບາງພື້ນທີ່ທາງພາກຕາເວັນອອກສ່ຽງເໜືອຂອງສະຫະລັດ ,ປັດຈຸບັນປະຊາຊົນຫລາຍໜື່ນຄົນທົ່ວປະເທດບໍ່ມີໄຟຟ້າໃຊ້.