ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ

ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ - H5N1 - ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ
ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ - kitchen vibe - ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ
ວັນທີ 2 ກຸມພາ 2024, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການເລກທີ 0420 ເພື່ອແຈ້ງໃຫ້ຊາບວ່າ: ວັນທີ 23 ມັງກອນ 2024 ຜ່ານມາ ສູນວິໄຈພະຍາດສັດທີ່ຂຶ້ນກັບກົມລ້ຽງສັດ ແລະ ການປະມົງ ໄດ້ຮັບຕົວຢ່າງສະວັບຜົ້ງປາກໄກ່ ແລະ ເປັດ ຈາກການເຝົ້າລະວັງຕາມແຜນທີ່ໄດ້ຈັດຕັ້ງປະຕິບັດຕາມປົກະຕິ ຢູ່ຕະຫລາດ ດ່ານຊ້າງ, ບ້ານ ດ່ານຊ້າງ, ເມືອງ ໄຊທານີ ນະຄອນຫລວງວຽງຈັນ ທັງໝົດ 65 ຕົງຢ່າງ. ໃນນັ້ນ, ເປັນ ໄກ່ 30 ຕົວຢ່າງ, ເປັດ 30 ຕົວຢ່າງ ແລະ ສິ່ງແວດລ້ອມ 5 ຕົວຢ່າງ. ຜ່ານການວິໄຈດ້ວຍເຕັກນິກ Real Time PCR ແມ່ນພົບເຊື້ອ ພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຈໍານວນ 30 ຕົວຢ່າງ ແລະ ເພື່ອເປັນການຢັ້ງຢືນເພີ່ມເຕີມ ສູນວິໄຈພະຍາດສັດ ໄດ້ລົງໄປເກັບກໍາຂໍ້ມູນ ແມ່ນພົບສັດປີກເຈັບຈໍານວນໜຶ່ງ ແລະ ໄດ້ເກັບຕົວຢ່າງຕື່ມອີກຈໍານວນ 11 ຕົວຢ່າງ ແລະ ຜ່ານ ການວິໄຈ ແມ່ນພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຈໍານວນ 5 ຕົວຢ່າງ ແລະ H9N ຈໍານວນ 5 ຕົວຢ່າງ.

ເພື່ອເປັນການກໍາຈັດເຊື້ອພະຍາດບໍ່ໃຫ້ແຜ່ລາມອອກສູ່ວົງກ້ວາງ ຫລື ມີຄວາມສ່ຽງຕິດແປດໃສ່ຄົນນັ້ນ, ກົມລ້ຽງສັດ ແລະ ການປະມົງ ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ໃຫ້ປະຕິບັດມາດຕະການສະກັດກັ້ນ ແລະ ຄວບຄຸມ ການລະບາດ ຄື:

1. ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງ ຊີ້ນໍາຂະແໜງລ້ຽງສັດ ແລະ ການປະມົງ ລົງປະສານສົມທົບ ກັບ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທີ່ກ່ຽວຂ້ອງ, ອໍານາດການປົກຄອງບ້ານ ແລະ ສັດຕະວະແພດ ບ້ານ ເພື່ອສືບສວນສອບສວນຫາສາເຫດຂອງພະຍາດ ເກັບກໍາຂໍ້ມູນ ແລະ ກໍານົດເຂດລະບາດ ແລ້ວນໍາສະເໜີລາຍງານໃຫ້ ພະແນກກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງເມືອງພິຈາລະນາ ເພື່ອປະກາດເປັນເຂດພະຍາດລະບາດ ແລະ ເຂດເຝົ້າລະວັງ ຕາມກົດໝາຍ ແລະ ລະບຽບການ ພ້ອມທັງແຈ້ງໃຫ້ ບ້ານ ແລະ ເມືອງ ທີ່ຢູ່ໃກ້ຄຽງຮັບຊາບ;
2. ໃຫ້ແຈ້ງ ແລະ ປະສານສົມທົບກັບ ພະແນກສາທາລະນະສຸກ ແຂວງ ແລະ ຂະແໜງສາທາລະນະສຸກ ເມືອງ ລົງໂຄສະນາເຜີຍແຜ່ໃຫ້ຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ຄວາມອັນຕະລາຍຮ້າຍແຮງຂອງ ພະຍາດໄຂ້ຫວັດ ສັດປີກສາຍພັນ H5N1 ໃຫ້ແກ່ ປະຊາຊົນ ໃນເຂດລະບາດ ແລະ ເຂດເຝົ້າລະວັງ ຢ່າງທົ່ວເຖິງ;
3. ຫ້າມບໍ່ໃຫ້ເຄື່ອນຍ້າຍສັດປີ
4. ຫ້າມບໍ່ໃຫ້ນໍາເອົາສັດປີກທີ່ເຈັບ ຫລື ຕາຍ ມາບໍລິໂພກຢ່າງເດັດຂາດ;
5. ກໍາຈັດສັດປີກທີ່ຕາຍ ດ້ວຍການເຝົ້າ ຫລື ຝັງ;
6. ໃຫ້ຊຸກຍູ້ ລະດົມ ເຈົ້າຂອງສັດ ແລະ ນໍາພາ ຂ້າທໍາລາຍສັດປີກ ທີ່ຕິດເຊື້ອ ຫລື ສ່ຽງຕໍ່ການຕິດເຊື້ອຢູ່ໃນຟາມ ແລະ ໃນຂອບເຂດລັດສະຫມີທີ່ຈໍາກັດ ຫລື ເປັນວົງແຄບທີ່ສຸດ ເພື່ອຕັດວົງຈອນຂອງການແຜ່ເຊື້ອພະຍາດ;
7. ໃຫ້ແນະນໍາ ນໍາພາເຈົ້າຂອງສັດ ແລະ ປະຊາຊົນ ເຮັດອະນາໄມ ແລະ ສີດພົ່ນດ້ວຍຢາຂ້າເຊື້ອ ຫລື ໂຮຍດ້ວຍປູນຂາວໃສ່ຄອກສັດ ແລະ ບໍລິເວນອ້ອມຮອບ ໃຫ້ທົ່ວເຖິງ;
8. ໃຫ້ປະຕິບັດມາດຕະການອື່ນ ທີ່ເໝາະສົມ ຕາມກົດໝາຍ, ລະບຽບການ, ມາດຕະຖານ ແລະ ຂັ້ນຕອນ ການ ປະຕິບັດ ໃນການຄຸມພະຍາດໄຂ້ຫວັດສັດປີກ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດໄວ້ ແລະ ຈົ່ງພ້ອມກັນ ຄວບຄຸມພະຍາດໄຂ້ຫວັດສັດປີກ ທີ່ເກີດຂຶ້ນໃນຄັ້ງນີ້ ໃຫ້ສະຫງົບລົງໂດຍໄວ.

ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ - 4249721 - ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ - 4249 - ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ
ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ - 5 - ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ
ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ - 4 - ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ
ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ - 3 - ດ່ວນ! ກວດພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕະຫລາດ ດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ