ຫລາຍ​ພາກສ່ວນ​ອຸປະຖໍາ​ບຸນ​ອອກ​ພັນ​ສາ ​ແລະ ຊ່ວງ​ເຮືອ​ປະ​ເພນີທ່າວັດຈັນ.

- Support Boat racing festival 1 - ຫລາຍ​ພາກສ່ວນ​ອຸປະຖໍາ​ບຸນ​ອອກ​ພັນ​ສາ ​ແລະ ຊ່ວງ​ເຮືອ​ປະ​ເພນີທ່າວັດຈັນ.
- kitchen vibe - ຫລາຍ​ພາກສ່ວນ​ອຸປະຖໍາ​ບຸນ​ອອກ​ພັນ​ສາ ​ແລະ ຊ່ວງ​ເຮືອ​ປະ​ເພນີທ່າວັດຈັນ.

ໃນວັນ​ທີ 2 ຕຸລານີ້, ຢູ່ທີ່ຫ້ອງການ​ປົກຄອງ​ເມືອງຈັນທະ​ບູລີນະຄອນຫລວງ​ວຽງຈັນ, ​ໄດ້​ມີ​ຫລາຍ​ພາກສ່ວນ​ຈາກ​ບໍລິສັດ, ຫ້າງຮ້ານ ​ແລະ ບຸກຄົນ ​ໄດ້​ມອບ​ເງີ​ນ ​ແລະ ​ເຄື່ອງ​ອຸ​ປະ​ໂພ​ກຕ່າງໆລວມມີມູນ​ຄ່າ​ຫລາຍ​ກວ່າ 400 ລ້ານ​ກີບ ເພື່ອສະໜັບສະໜູນ​ການຈັດ​ງານ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ​ແລະ ຊ່ວງ​ເຮືອ​ປະ​ເພນີຢູ່ທ່າ​ວັດ​ຈັນປະຈຳ​ປີ 2017, ຊຶ່ງຮັບ​ໂດຍ​ທ່ານນາງ ບົວ​ລອນ ວົງ​ດາລາ​ແສນ ​ເຈົ້າ​ເມືອງຈັນທະ​ບູລີ, ພ້ອມທັງຍົກໃຫ້ເຫັນວ່າ: ບຸນ​ອອກ​ພັນ​ສາ ​ແລະ ຊ່ວງ​ເຮືອ​ປະຈຳ​ປີ, ​ແມ່ນ​ປະ​ເພນີທີ່​ສືບ​ທອດ​ກັນ​ມາ​ແຕ່​ດົນ​ນານ, ​​ເຊິ່ງ​ປີນີ້​ແມ່ນ​ເລີ່​ມ​ແຕ່​ວັນ​ທີ 4-6 ຕຸລາ, ​ໂດຍ​ມີ​ຫລາຍ​ກິດຈະກຳ​ຄື: ພິທີ​ຕັກບາດ​ຖະຫວາຍ​ສັງຄະ​ທານ, ​ຈູດ​ບັ້ງ​ໄຟ​ດອກຢູ່ອາ​ນຸສາ​ວະລີ​ເຈົ້າອານຸວົງ ​ແລະ ຢູ່​ແຄມ​ຂອງທ່າ​ວັດ​ຈັນ, ການ​ໄຫລ​ເຮືອ​ໄຟ​ໂຄກ ​ແລະ ຄົບງັນ​ຟັງ​ການ​ຂັບ​ລຳ, ການ​ຊ່ວງ​ເຮືອ, ການວາງສະ​ແດງ ​ແລະ ຂາຍ​ສິນຄ້າຢູ່​ຕາມ​ຂອບ​ເຂດສວນ​ເຈົ້າອານຸວົງ, ​ແຄມ​ຂອງ, ​ແຄມ​ຖະໜົນຟ້າ​ງຸ່ມ ​ແລະ ບ່ອນ​ທີ່​ເໝາະສົມ. ​ແນວ​ໃດ​ກໍ​ດີ, ​ເພື່ອ​ຮັກສາ​ຄວາມ​ສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ​ແລະ ວັດທະນາທໍາປະ​ເພນີ​ອັນ​ດີງາມຂອງຊາດ, ສະນັ້ນ​ຄະນະ​ກຳມະການ​ຈັດ​ງານໄດ້ຮຽກຮ້ອງມາຍັງປະຊາຊົນ​ທີ່​ຈະ​ມາ​ທ່ຽວງານຫ້າມ​ຂາຍ ຫລື ນຳ​ເອົາ​ອາວຸດ​ທຸກ​ປະ​ເພດ​ເຂົ້າ​ໄປ​ໃນ​ງານ​ຢ່າງ​ເດັດຂາດ, ຫ້າມ​ນຳ​ເອົາ​ຢາ​ເສບ​ຕິດ, ທາດ​ເບື່ອ, ສິ່ງ​ເກີດ​ສຽງດັງ​ເກີນ​ຂອບ​ເຂດ, ບັ້ງ​ກະ​ໂພ​ກ​ເຂົ້າມາ​ຈູດ ​ແລະ ວາງ​ຂາຍ​ພາຍ​ໃນ​ງານ​ຢ່າງ​ເດັດຂາດ, ຫ້າມ​ນຳ​ເອົາ​ຜະລິດ​ຕະພັນ​ທີ່​ລອກ​ແບບ​ຜ້າສິ້ນລາວ ຫລື ​ເຄື່ອງນຸ່ງ​ລາວມາຂາຍ ແລະ ຈຳໜ່າຍພາຍ​ໃນ​ງານ​ຫ້າມ​ວາງ​ຂາຍ​ເຄື່ອງ​ເກີນ​ຂອບ​ເຂດທີ່​ຄະນະ​ກຳມະການ​ຈັດ​ງານ ​ໄດ້​ກຳນົດ​ໃຫ້, ຫ້າມ​ດື່ມ​ສິ່ງ​ມືນ​ເມົາ, ຫ້າມ​ຫລີ້ນການ​ພະນັນ​ທຸກ​ປະ​ເພດ ​ແລະ ອາ​ລະວາ​ດຕີ​ກັນ. ຊຶ່ງ​ຖ້າ​ຫາກ​ບຸກຄົນ​ໃດ​ຝ່າຝືນ​ຈະ​ຖືກ​ປັບ​ໃໝ​ແຕ່ 50 ພັນ​ກີບຫາ 1 ລ້ານ​ກີບ, ພ້ອມ​ທັງ​ຈັບຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ.​

 

- Visit Laos Visit SALANA BOUTIQUE HOTEL - ຫລາຍ​ພາກສ່ວນ​ອຸປະຖໍາ​ບຸນ​ອອກ​ພັນ​ສາ ​ແລະ ຊ່ວງ​ເຮືອ​ປະ​ເພນີທ່າວັດຈັນ.
- 5 - ຫລາຍ​ພາກສ່ວນ​ອຸປະຖໍາ​ບຸນ​ອອກ​ພັນ​ສາ ​ແລະ ຊ່ວງ​ເຮືອ​ປະ​ເພນີທ່າວັດຈັນ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!