ການເງິນ ໄຊຍະບູລີ ຕິດສະຕິກເກີ QR code ໃສ່ລົດບໍລິຫານຂອງລັດ ເພື່ອຕິດຕາມຄຸ້ມຄອງການນຳໃຊ້ລົດລັດໃຫ້ຖືກຕ້ອງ
February 8, 2024 - 10:36 AM


ແຫລ່ງຂ່າວແຂວງໄຊຍະບູລີ ລາຍງານວ່າ: ວັນທີ 2 ກຸມພາ 2024, ພະແນກການເງິນ ແຂວງໄຊຍະບູລີ ໄດ້ຈັດຕັ້ງການຕິດແຜ່ນກາໝາຍນໍາໃຊ້ QR code ໃສ່ລົດຂອງລັດ ຂຶ້ນຢູ່ທີ່ພະແນກການເງິນແຂວງ ໂດຍມີທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນການເງິນແຂວງ ເຂົ້າຮ່ວມ.
ໃນນີ້ ພະແນກການເງິນແຂວງ ໄດ້ຕິດແຜ່ນກາໝາຍນໍາໃຊ້ QR code ໃສ່ລົດຂອງລັດ ໃຫ້ຫ້ອງການ-ການເງິນເມືອງ 11 ເມືອງພາຍໃນແຂວງ ຄົບຖ້ວນຕາມຈໍານວນ, ຈຸດປະສົງການຕິດ QR code ຄັ້ງນີ້ກໍເພື່ອຮັບປະກັນການຕິດຕາມກວດກາຄຸ້ມຄອງນໍາໃຊ້ລົດບໍລິຫານຂອງລັດໃຫ້ຖືກຕ້ອງຕາມເງື່ອນໄຂຕົວຈິງ.