ປກສ ເມືອງບາຈຽງຈະເລີນສຸກ ສຶກສາອົບຮົມກຸ່ມໄວໜຸ່ມຂັບຂີ່ລົດໄວໃຊ້ສຽງດັງລົບກວນສັງຄົມ 15 ຄົນ
February 8, 2024 - 3:14 PM

ວັນທີ 8 ກຸມພາ 2024, ເຈົ້າໜ້າທີ່ຕຳຫລວດຈະລາຈອນ ປກສ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໄດ້ນຳເອົາກຸ່ມໄວໜຸ່ມຂັບຂີ່ລົດໄວໃຊ້ສຽງດັງລົບກວນສັງຄົມ ຈຳນວນ 15 ຄົນ, ຍິງ 7 ຄົນ ມາສຶກສາອົບຮົມພ້ອມທັງເຮັດບົດບັນທຶກສຶກສາອົບຮົມ, ກ່າວເຕືອນ ໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການຂັບຂີ່ລົດໄວໃຊ້ສຽງດັງລົບກວນສັງຄົມ, ຂັບຂີ່ລົດເປັນພຶງເປັນແພ, ຍົກລໍ້, ດັດແປງສະພາບເຕັກນິກລົດ ແລະ ບັນຫາອື່ນໆ ທີ່ພາໃຫ້ເກີດອຸບັດຕິເຫດ. ເຊິ່ງການກະທຳດັ່ງກ່າວ ແມ່ນສົ່ງຜົນກະທົບຕໍ່ຕົນເອງ, ຕໍ່ຄອບຄົວ ແລະ ຕໍ່ສັງຄົມ.
ທັງນີ້ ເພື່ອບໍ່ໃຫ້ພວກກ່ຽວກັບມາກະທຳຜິດອີກ ແລະ ໄດ້ມອບລົດຈັກ 10 ຄັນ ທີ່ກັກໄວ້ຄືນໃຫ້ພໍ່ແມ່ຜູ້ປົກຄອງນຳໄປສ້ອມແປງໃຫ້ຄືນສະພາບເດີມ, ຖ້າຫາກພວກກ່ຽວກະທຳຜິດອີກ ແມ່ນຈະໄດ້ດຳເນີນຄະດີ ແລະ ປັບໃໝຕາມລະບຽບການຂອງກົດໝາຍ.