ຈົບແບບໃດ, ປິເກ້ ຖືກກອງເຊຍ ສະເປນ ຮ້ອງໃສ່ໃນລະຫວ່າງເຝິກຊ້ອມທີມຊາດ
October 3, 2017 - 3:46 PM




ແຄວ້ນຄາຕາລັນ ພະຍາ ຍາມທີ່ຈະແຍກໂຕເປັນເອກະ ລາດມາດົນແລ້ວ ແລະ ໃນວັນ ອາທິດທີ 1 ຕຸລາຜ່ານມາ ມັນ ກໍມີການລົງຄະແນນຂຶ້ນບ່ອນ ນັ້ນ ເຊິ່ງ ປິເກ້ ເປັນໜຶ່ງໃນປະ ມານ 90% ຂອງຊາວຄາຕາ ລັນ ທີ່ໂຫວດສະໜັບສະໜູນ ການແຍກໂຕຈາກ ສ ະເປນ ໂດຍລາວຍັງຕຳໜິຕຳຫຼວດທີ່ໃຊ້ຄວາມຮ້າຍແຮງກັບຄົນທີ່ ມາລົງຄະແນນສຽງນຳອີກ ຫຼັງຈາກທີ່ເຮັດໃຫ້ມີຜູ້ໄດເຮັບ ບາດເຈັບຫຼາຍຮ້ອຍຄົນ.
ເລື່ອງດັ່ງກ່າວເຮັດໃຫ້ ກອງເຊຍຂອງ ສະເປນ ຫຼິ້ນ ງານ ປິເກ້ ໜັກຂຶ້ນ ຫຼັງກ່ອນ ໜ້ານີ້ ປິເກ້ ກໍຕົກເປັນເປົ້າໝາຍ ຫຼັກຂອງພວກເຂົາຢູ່ແລ້ວ ໂດຍ ນອກຈາກຈະຮ້ອງໃສ່ແລ້ວ ນັ້ນຍັງມີບາງຄົນທີ່ເຮັດປ້າຍ ຜ້າມາດ່າລາວນຳອີກ.
ນອກຈາກນີ້ ຍັງມີບາງ ສ່ວນທີ່ເຖິງຂັ້ນຮ້ອງໃຫ້ ປິເກ້ ອອກຈາກ ທີມຊາດສະເປນ ເຊັ່ນດ່ຽວກັນ ຂະນະທີ່ປ້າຍ ຜ້າບາງປ້າຍກໍຖືກເຈົ້າໜ້າທີ່ ຍືດໄປເປັນທີ່ຮຽບຮ້ອຍແລ້ວ.