ປະຕິຫານ! ຟີລິບປິນ ຊ່ວຍເຫລືອເດັກຍິງທີ່ຕິດຢູ່ໃຕ້ຊາກດິນຖະຫລົ່ມ ດົນເກືອບ 60 ຊົ່ວໂມງ

ປະຕິຫານ! ຟີລິບປິນ ຊ່ວຍເຫລືອເດັກຍິງທີ່ຕິດຢູ່ໃຕ້ຊາກດິນຖະຫລົ່ມ ດົນເກືອບ 60 ຊົ່ວໂມງ - 114 - ປະຕິຫານ! ຟີລິບປິນ ຊ່ວຍເຫລືອເດັກຍິງທີ່ຕິດຢູ່ໃຕ້ຊາກດິນຖະຫລົ່ມ ດົນເກືອບ 60 ຊົ່ວໂມງ
ປະຕິຫານ! ຟີລິບປິນ ຊ່ວຍເຫລືອເດັກຍິງທີ່ຕິດຢູ່ໃຕ້ຊາກດິນຖະຫລົ່ມ ດົນເກືອບ 60 ຊົ່ວໂມງ - kitchen vibe - ປະຕິຫານ! ຟີລິບປິນ ຊ່ວຍເຫລືອເດັກຍິງທີ່ຕິດຢູ່ໃຕ້ຊາກດິນຖະຫລົ່ມ ດົນເກືອບ 60 ຊົ່ວໂມງ

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງມະນີລາ ໃນວັນທີ 10 ກຸມພາ 2024 ວ່າ: ຈາກເຫດການດິນຖະຫລົ່ມຢູ່ໝູ່ບ້ານແຫ່ງໜຶ່ງ ໃກ້ກັບເໝືອງທອງຄຳ ໃນເມືອງມາຊາລາ ແຂວງຄາເວເດໂອໂຣ ຕັ້ງຢູ່ເກາະມິນດາເນົາ ທາງພາກໃຕ້ຂອງຟິລິບປິນ ເມື່ອວັນທີ 7 ຜ່ານມາ.

ໜ່ວຍງານທີ່ກ່ຽວຂ້ອງຍັງຄົງພະຍາຍາມສຸດຄວາມສາມາດໃນການຄົ້ນຫາຜູ້ສູນຫາຍອີກຫລາຍກວ່າ 80 ຄົນ, ເຊິ່ງເຈົ້າໜ້າທີ່ ແລະ ປະຊາຊົນມີຄວາມຫວັງຫລາຍຂຶ້ນ ເມື່ອສາມາດຊ່ວຍເຫລືອເດັກຍິງອາຍຸ 3 ປີ ອອກຈາກຊາກຫັກພັງ ຫລັງຜ່ານຊ່ວງເກີດເຫດເປັນເວລາ 60 ຊົ່ວໂມງ.

ເຈົ້າໜ້າທີ່ກູໄພຢືນຢັນຈຳນວນຜູ້ເສຍຊີວິດຈາກໄພທຳມະຊາດດັ່ງກ່າວ ເພີ່ມຂຶ້ນຢ່າງໜ້ອຍ 27 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຢ່າງໜ້ອຍ 32 ຄົນ.

ປະຕິຫານ! ຟີລິບປິນ ຊ່ວຍເຫລືອເດັກຍິງທີ່ຕິດຢູ່ໃຕ້ຊາກດິນຖະຫລົ່ມ ດົນເກືອບ 60 ຊົ່ວໂມງ - 5 - ປະຕິຫານ! ຟີລິບປິນ ຊ່ວຍເຫລືອເດັກຍິງທີ່ຕິດຢູ່ໃຕ້ຊາກດິນຖະຫລົ່ມ ດົນເກືອບ 60 ຊົ່ວໂມງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!