ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ

ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ - 427980695 711924824255438 3485438064194815671 n - ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ
ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ - kitchen vibe - ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ

ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ເດີນທາງເຂົ້າຮ່ວມ ແລະ ລົງນາມສົນທິສັນຍາສາກົນ ກ່ຽວກັບການນໍາໃຊ້ຄື້ນຄວາມຖີ່ (Final Acts of International Radio Resolutions) ແລະ ວົງໂຄຈອນດາວທຽມຂອງທຸກປະເທດທົ່ວໂລກ ໃນກອງປະຊຸມຄື້ນຄວາມຖີ່ວີທະຍຸສື່ສານໂລກ (World Radio communication Conference 2023 ຫຼື WRC-23) ໃນລະຫວ່າງວັນທີ 20 ພະຈິກ ຫາ 15 ທັນວາ 2023 ຜ່ານມາ, ເພື່ອເປັນເວທີໃນການປຶກສາຫາລືຂອງບັນດາປະເທດສະມາຊິກ ITU ໃນການປັບປຸງສົນ ທິສັນ ຍາສາກົນກ່ຽວກັບການນໍາໃຊ້ຄື້ນຄວາມຖີ່ ເພື່ອຮອງຮັບເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ໆ ດ້ານການສື່ສານໃນອະນາຄົດ, ຮັບປະກັນການເຂົ້າເຖິງ ແລະ ການນຳໃຊ້ຄື້ນຄວາມຖີ່ເຂົ້າໃນທຸກຂະ   ແໜງການຢ່າງປອດໄພ.

ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ
ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ

ການປັບປຸງລະບຽບການຄື້ນຄວາມຖີ່ວິທະຍຸສື່ສານສາກົນ (Radio Regulations) ເພື່ອຮັບຮອງໃຫ້ ສປປ ລາວ ນຳໃຊ້ຄື້ນຄວາມຖີ່ແຖບ 600 MHz, 3.3 – 3.4 GHz, 3.6 – 3.8 GHz, 4.8 – 4.99 GHz ແລະ 6.425 – 7.125 GHz ສຳລັບໂທລະສັບເຄື່ອນທີ່ມາດຕະຖານ (International Mobile Telecommunication ຫຼື IMT) ເພື່ອໃຫ້ສ່ອດຄອງກັບການພັດທະນາເຕັກໂນໂລຊີໃນປັດຈຸບັນ ແລະ ແຜນການນຳໃຊ້ຄື້ນຄວາມຖີ່ສຳລັບເຕັກໂນຊີ 5G ແລະ 6G ໃນອະນາຄົດ.

ບັນດາຄື້ນຄວາມຖີ່ດັ່ງກ່າວ ຈະສາມາດເຮັດໃຫ້ປະຊາຊົນລາວໄດ້ນຳໃຊ້ການບໍລິການອິນເຕີເນັດຄວາມໄວສູງ, ຄວາມໜ່ວງເວລາຕ່ຳ (Latency) ແລະ ສາມາດເຊື່ອມຕໍ່ກັບອຸປະກອນອິນເຕີເນັດແຫ່ງສັບພະສິ່ງ (IoT) ທີ່ຈະເປັນພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມທີ່ສຳຄັນໃຫ້ແກ່ພັດທະນາ ແລະ ການຂະຫຍາຍຕົວຂອງຂະແໜງການຕ່າງໆເຊັ່ນ: ການເງິນ, ການຄ້າ, ການສຶກສາ, ການແພດ, ກະສິກຳ, ອຸດສາຫະກຳ ແລະ ອື່ນໆ ທີ່ຈະເປັນຕົວຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນອະນາຄົດ.

ພ້ອມນັ້ນ, ກໍໄດ້ສຳເລັດການສ້າງເງື່ອນໄຂທາງດ້ານເຕັກນິກໃນລະບຽບການຄື້ນຄວາມຖີ່ວິທະຍຸສື່ສານສາກົນ ເພື່ອປ້ອງກັນບໍ່ໃຫ້ເກີດຄື້ນຄວາມຖີ່ລົບກວນລະບົບການສື່ສານຂອງພາກລັດ ຂອງ ສປປ ລາວ ຈາກ ຕ່າງປະເທດ ແລະ ໄດ້ມີການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດໃນການປັບປຸງລະບຽບການຄື້ນຄວາມຖີ່ສາກົນ, ສົ່ງເສີມການພັດທະນາເຕັກໂນໂລຊີການສື່ສານ ແລະ ປ້ອງກັນຄື້ນຄວາມຖີ່ລົບກວນລະຫວ່າງປະເທດ ເພື່ອເຮັດໃຫ້ການນຳໃຊ້ຄື້ນຄວາມຖີ່ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ - 3 - ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ
ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ - 5 - ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ
ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ - 4 - ສປປ ລາວ ຮ່ວມລົງນາມສົນທິສັນຍາສາກົນ ກ່ຽວກັບ ການນໍາໃຊ້ຄື້ນຄວາມຖີ່ ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ