ພະຍາດໄຂ້ຫວັດສັດປີກໃນຍີ່ປຸ່ນ ລະບາດໜັກ ທາງການສັ່ງຂ້າສັດປີກ ຫລາຍກວ່າ 14.000 ໂຕ
February 14, 2024 - 11:44 AM

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ວັນທີ 13 ກຸມພາ 2024 ວ່າ: ເທສະບານແຂວງ ຄາໂງຊິມະ ຢືນຢັນການກວດພົບເຊື້ອໄວຣັສໄຂ້ຫວັດສັດປີກ ທີ່ຟາມສັດປີກແຫ່ງໜຶ່ງໃນເມືອງ ມິນາມິຊັດສຶມະ ພ້ອມທັງສັ່ງຂ້າສັດປີກ 14.000 ໂຕ ໃນຟາມດັ່ງກ່າວລວມທັງຟາມໃກ້ຄຽງ ໃຫ້ສຳເລັດພາຍໃນເວລາອັນສັ້ນ.
ສຳລັບການປ້ອງກັນບໍ່ໃຫ້ຕິດເຊື້ອແພ່ກະຈາຍເປັນວົງກວ້າງ ເທສະບານແຂວງ ຄາໂງຊິມະ ໄດ້ອອກມາດຕະການຫ້າມເຄື່ອນຍ້າຍໄກ່ ແລະ ນົກກະທາ ປະມານ 363.000 ໂຕ ທີ່ລ້ຽງຢູ່ໃນຟາມ 15 ແຫ່ງ ພາຍໃນລັດສະໝີ 3-10 ກິໂລແມັດ ຈາກພື້ນທີ່ ທີ່ໄດ້ຮັບຜົນກະທົບ.