ຈະແຈ້ງ, ໂຣນັນໂດ ເປີດໃຈເປັນຫຍັງຈຶ່ງອຳລາ ແມນເຊສເຕີ ຢູໄນເຕັດ ມາຢູ່ກັບ ຣິນ ມາດຣິດ

- CiHZjUdJ5HPNXJ92GOy8NALak1MJEjrLTE - ຈະແຈ້ງ, ໂຣນັນໂດ ເປີດໃຈເປັນຫຍັງຈຶ່ງອຳລາ ແມນເຊສເຕີ ຢູໄນເຕັດ ມາຢູ່ກັບ ຣິນ ມາດຣິດ
- kitchen vibe - ຈະແຈ້ງ, ໂຣນັນໂດ ເປີດໃຈເປັນຫຍັງຈຶ່ງອຳລາ ແມນເຊສເຕີ ຢູໄນເຕັດ ມາຢູ່ກັບ ຣິນ ມາດຣິດ

- CiHZjUdJ5HPNXJ92GOy8NALak1MJEjrLTE 300x169 - ຈະແຈ້ງ, ໂຣນັນໂດ ເປີດໃຈເປັນຫຍັງຈຶ່ງອຳລາ ແມນເຊສເຕີ ຢູໄນເຕັດ ມາຢູ່ກັບ ຣິນ ມາດຣິດຄຣິສຕຽນໂນ ໂຣນັນໂດ ເປີດເຜີຍວ່າສາເຫດທີ່ຍ້າຍ ອອກຈາກ ແມນເຊສເຕີ ຢູໄນ ເຕັດ ມາຢູ່ກັບ ຣິນ ມາດຣິດ ເພາະຕ້ອງການຄວາມທ້າ ທາຍໃໝ່ໆ.
ໂຣນັນໂດ ຊ່ວຍທີມ ແມນ ເຊສເຕີ ຢູໄນເຕັດ ຄວ້າແຊ໊ມ ຢ່າງຫຼວງຫຼາຍ ກ່ອນຈະຍ້າຍ ໄປສູ່ຖິ່ນ ຊານຕິອາໂກ ເບນາ ເບວ ດ້ວຍຄ່າໂຕ 80 ລ້ານ ປອນ ເມື່ອປີ 2009 ແລະ ຕອນນີ້ກໍກາຍເປັນໜຶ່ງໃນນັກ ເຕະທີ່ດີເດັ່ນທີ່ສຸດຂອງວົງ ການບານເຕະໄປແລ້ວ ເຊິ່ງຫຼ້າ ສຸດ ໂຣນັນໂດ ເປີດເຜີຍເຖິງ ເຫດຜົນທີ່ໂບກມືອຳລາທີມ ແມນເຊສເຕີ ຢູໄນເຕັດ.
“ຕອນທ່ີຂ້ອຍກາຍເປັນ ນັກເຕະຂອງ ແມນເຊສເຕີ ຢູ ໄນເຕັດ ມັນເປັນໄລຍະເວລາທີ່ ໜ້າພາກພູມໃຈສຳລັບຂ້ອຍ ແລະ ຍັງເປັນໄລຍະເວລາພາກ ພູມໃຈຂອງຄອບຄົວຂອງ ຂ້ອຍເຊັ່ນດຽວກັນ ການຄວ້າ ຂັນແຊ໊ມມັນເປັນສິ່ງທີ່ສຸດ ຍອດຫຼາຍສຳລັບຂ້ອຍ ຂ້ອຍຈື່ ໄດ້ວ່າຕອນທີ່ຂ້ອຍໄດ້ແຊ໊ມ ຢູ ຟາ ແຊ໊ມປຽນລີກ ກັບ ແມນ ເຊສເຕີ ຢູໄນເຕັດ ມັນເປັນ ຄວາມຮູ້ສຶກທີ່ຕື່ນເຕັ້ນຫຼາຍ ເຊັ່ນດຽວກັບການຄວ້າແຊ໊ມ ບັນລົງດໍຄັ້ງທຳອິດ ແຕ່ຄວາມ ຝັນຂອງຂ້ອຍມັນເລີ່ມເຕີບ ໃຫຍ່ຂຶ້ນ ຂ້ອຍຊື່ນຊົມ ຣິນ ມາ ດຣິດ ມາຕະຫຼອດ ແລະ ຂ້ອຍ ຕ້ອງການຄວາມທ້າທາຍໃໝ່ ຂອຍຕ້ອງການຄວ້າຂັນລາງວັນກັບ ຣິນ ມາດຣິດ ທຳລາຍ ສະຖິຕິທັງໝົດ ແລະ ເປັນຕຳ ນານຂອງສະໂມສອນ ໄລຍະ 8 ປີຜ່ານມາ ຂ້ອຍປະສົບ ຄວາມສຳເລັດຢ່າງບໍ່ໜ້າເຊື່ອ ຂ້ອຍຕ້ອງການທຳລາຍສະຖິຕິກັບ ຣິນ ມາດຣິດ ຕໍ່ໄປ ຂ້ອຍ ຕ້ອງການໄດ້ແຊ໊ມໃຫ້ຫຼາຍທີ່ ສຸດເທົ່າທີ່ຈະເປັນໄປໄດ້ ນີ້ມັນ ຄືທຳມະຊາດຂອງຂ້ອຍ” ໂຣ ນັນໂດ ກ່າວ.

- 4 - ຈະແຈ້ງ, ໂຣນັນໂດ ເປີດໃຈເປັນຫຍັງຈຶ່ງອຳລາ ແມນເຊສເຕີ ຢູໄນເຕັດ ມາຢູ່ກັບ ຣິນ ມາດຣິດ
- 3 - ຈະແຈ້ງ, ໂຣນັນໂດ ເປີດໃຈເປັນຫຍັງຈຶ່ງອຳລາ ແມນເຊສເຕີ ຢູໄນເຕັດ ມາຢູ່ກັບ ຣິນ ມາດຣິດ
- 5 - ຈະແຈ້ງ, ໂຣນັນໂດ ເປີດໃຈເປັນຫຍັງຈຶ່ງອຳລາ ແມນເຊສເຕີ ຢູໄນເຕັດ ມາຢູ່ກັບ ຣິນ ມາດຣິດ
- Visit Laos Visit SALANA BOUTIQUE HOTEL - ຈະແຈ້ງ, ໂຣນັນໂດ ເປີດໃຈເປັນຫຍັງຈຶ່ງອຳລາ ແມນເຊສເຕີ ຢູໄນເຕັດ ມາຢູ່ກັບ ຣິນ ມາດຣິດ