ເມືອງແກ່ນທ້າວ ຕິດແຜ່ນກາໝາຍນໍາໃຊ້ QR code ໃສ່ລົດບໍລິຫານຂອງລັດ ເພື່ອການນໍາໃຊ້ຕ້ອງໃຫ້ຖືກຕ້ອງຕາມເປົ້າໝາຍ


ວັນທີ 27 ກຸມພາ 2024, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຕິດແຜ່ນກາໝາຍ QR code ໃສ່ລົດບໍລິຫານຂອງລັດ, ເຊິ່ງການຕິດແຜ່ນກາໝາຍນໍາໃຊ້ QR code ໃສ່ລົດບໍລິຫານຂອງລັດ ພາຍໃນເມືອງແກ່ນທ້າວ ໄດ້ຈັດເປັນ 2 ວາລະ ຄື: ມອບແຜ່ນກາໝາຍນໍາໃຊ້ QR code ໃສ່ລົດບໍລິຫານຂອງລັດ ໃຫ້ເມືອງ ລະຫວ່າງພະແນກການເງິນແຂວງໄຊຍະບູລີ ກັບອົງການປົກຄອງເມືອງແກ່ນທ້າວ, ມອບໂດຍທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນ ແຂວງໄຊຍະບູລີ ແລະ ຮັບໂດຍທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ.
ສຳລັບການຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດ ແມ່ນໄດ້ຈັດຕັ້ງປະຕິບັດຕາມມາດຕາ 17 ດໍາລັດຂອງລັດຖະບານ ວ່າດ້ວຍລົດຂອງລັດ ແລະ ປະຕິບັດຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 2115/ກງ ລົງວັນທີ 13 ກໍລະກົດ 2022 ເຊິ່ງລົດຂອງລັດ ແມ່ນຕ້ອງຖືກນໍາໃຊ້ເຂົ້າໃນວຽກງານທາງລັດຖະການເທົ່ານັ້ນ ການນໍາໃຊ້ຕ້ອງໃຫ້ຖືກຕ້ອງຕາມເປົ້າໝາຍ ມີຄວາມໂປ່ງໃສ ສາມາດກວດສອບໄດ້.
ຂ່າວ: ເມືອງແກ່ນທ້າວ