ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ

ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ - 095 - ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ
ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ - kitchen vibe - ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນກຸມພາ ທີ່ດຳເນີນໄປໃນ ວັນທີ 29 ກຸມພາ 2024 ໄດ້ກຳນົດທິດທາງແຜນການຈຸດສຸມປະຈຳເດືອນມີນາ 2024; ແຜນວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ເສດຖະກິດ-ການເງິນ ທີ່ເປັນບຸລິມະສິດ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຮອດປີ 2025; ສະພາບພົ້ນເດັ່ນໂດຍຫຍໍ້ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ພ້ອມທັງເຫັນດີຮັບຮອງເອົາຮ່າງກົດໝາຍ ແລະ ດຳລັດສະບັບປັບປຸງ 5 ສະບັບ ແລະ ເຫັນດີຮັບຮອງເອົາການສ້າງຮ່າງກົດໝາຍແລະດຳລັດໃໝ່ 2 ສະບັບ.


ສຳລັບແຜນວຽກຈຸດສຸມໃນເດືອນມີນາ ໃນດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສືບຕໍ່ຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນສະ ຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ;

ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ - Visit Laos Visit SALANA BOUTIQUE HOTEL - ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ
ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ - Visit Laos Visit SALANA BOUTIQUE HOTEL - ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ


ການແກ້ໄຂວຽກງານເຄັ່ງຮ້ອນ ທາງດ້ານເສດຖະກິດ: ສືບຕໍ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ, ສຸມໃສ່ການຜະລິດເພື່ອທົດແທນການນຳເຂົ້າ; ສົ່ງເສີມການປະຢັດພະລັງງານ ເຊັ່ນ: ການນໍາໃຊ້ໄຟຟ້າແສງຕາເວັນໃນຄົວເຮືອນ ແລະ ການຜະລິດກະສິກຳ, ການນຳໃຊ້ລົດໄຟຟ້າໃຫ້ຫລາຍຂຶ້ນ, ສຸມໃສ່ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະເທດ.


ຂົງເຂດ ພະລັງງານ ແລະ ບໍ່ແຮ່: ສືບຕໍ່ສຸມໃສ່ປະເມີນບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ບັນດາແຂວງທີ່ຍັງບໍ່ທັນສຳເລັດ, ສືບຕໍ່ຄົ້ນຄວ້າກຳນົດມາດຖານເງື່ອນໄຂ ໃນການພິຈາລະນາອະນຸຍາດ ບໍລິສັດລົງທຶນພັດທະນາບໍ່ແຮ່ໃນຕໍ່ໜ້າໃຫ້ມີຄຸນນະພາບ; ຂົງເຂດ ທະນາຄານ: ສືບຕໍ່ຕິດຕາມ ແລະ ຄຸ້ມຄອງອັດຕາແລກປ່ຽນຢ່າງໃກ້ຊິດ, ສ້າງ ແລະ ປະເມີນຄືນບັນດາມາດຕະການ, ເຄື່ອງມື, ນະໂຍບາຍເງິນຕາຕ່າງໆ, ຖ້ານິຕິກຳທີ່ມີແລ້ວອັນໃດທີ່ເຮັດໄດ້ດີກໍສືບຕໍ່ປະຕິບັດ, ອັນໃດທີ່ບໍ່ສອດຄ່ອງກໍໃຫ້ປັບປຸງແກ້ໄຂຄືນ; ຊຸກຍູ້ການປະຕິບັດນະໂຍບາຍສິນເຊື່ອໃຫ້ຜູ້ປະກອບການ ເກັບຊື້ຜະລິດຕະພັນກະສິກໍາ ສົ່ງອອກໄປຕ່າງປະເທດ ເພື່ອນຳເງິນຕາຕ່າງປະເທດມາຂາຍໃຫ້ທະນາຄານ.


ສ່ວນຂົງເຂດ ອຸດສາຫະກຳ ແລະ ການຄ້າ: ຕິດຕາມເກັບກຳຂໍ້ມູນສະພາບການເໜັງຕີງລາຄາສິນຄ້າໃຫ້ຮູ້ໄດ້ສາເຫດການຂຶ້ນ-ລົງ ເພື່ອປະຕິບັດມາດຕະການໃນການຄຸ້ມຄອງລາຄາສິນຄ້າ ໃຫ້ທັນກັບສະພາບການ ເປັນຕົ້ນມາດຕະການຄັງແຮເຂົ້າແຊກແຊງລາຄາ ແລະ ຄັງແຮນ້ຳມັນ, ເລັ່ງສ້າງດໍາລັດ ວ່າດ້ວຍກອງທຶນນໍ້າມັນເຊື້ອໄຟ ໃຫ້ສໍາເລັດໄວ;


ຂົງເຂດ ໂຍທາທິການ ແລະ ຂົນສົ່ງ: ສຸມໃສ່ສ້ອມແປງ, ຟື້ນຟູເສັ້ນທາງທີ່ເປ່ເພໃຫ້ສໍາເລັດໄວ ເພື່ອແກ້ໄຂການເດີນທາງສັນຈອນຂົນສົ່ງສິນຄ້າ, ການເດີນທາງທ່ອງທ່ຽວໃຫ້ມີຄວາມສະດວກ, ທັງຮີບຮ້ອນມອບໂອນວຽກສ້ອມແປງທາງຫລວງ ແລະ ງົບປະມານສ້ອມແປງ ໃຫ້ອົງການປົກຄອງທ້ອງຖິ່ນຄຸ້ມຄອງ; ຂົງເຂດ ກະສິກຳ ແລະ ປ່າໄມ້: ສືບຕໍ່ຊຸກຍູ້ອົງການປົກຄອງທ້ອງຖິ່ນ ເພື່ອສຸມໃສ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງ 11/ນຍ ໂດຍໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບໃນແຕ່ລະແຂວງ, ເອົາໃຈໃສ່ຕິດ ຕາມກວດກາການບຸກລຸກທີ່ດິນປ່າໄມ້, ການເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນການບຸກລຸກທຳລາຍປ່າ ແລະ ໄຟໄໝ້ລາມປ່າ; ຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ສືບຕໍ່ເລັ່ງຂຶ້ນທະ ບຽນອອກໃບຕາດິນໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ໃຫ້ມີຕົວເລກຄືບໜ້າເພີ່ມຂຶ້ນເພື່ອກ້າວໄປເຖິງການບັນລຸຕົວເລກຄາດໝາຍ, ສືບຕໍ່ຄົ້ນຄວ້າຫາວິທີແກ້ໄຂອຸປະສັກຂໍ້ຫຍຸ້ງຍາກຕ່າງໆ ໃນການອອກໃບຕາດິນ ຢູ່ແຕ່ລະທ້ອງຖິ່ນ;


ຂົງເຂດວຽກງານວັດທະນະທໍາ-ສັງຄົມ: ເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ຕາມລະດູການ; ສືບຕໍ່ຕິດຕາມຄຸ້ມຄອງບັນຫາແຮງງານລາວ ທີ່ອອກໄປເຮັດວຽກຢູ່ຕ່າງປະເທດ ແລະ ເດີນທາງກັບເຂົ້າປະເທດຜ່ານດ່ານຕ່າງໆ ແບບບໍ່ຖືກກົດໝາຍ, ສືບຕໍ່ຊຸກຍູ້ສະມາຄົມທຸລະກິດຈັດຫາງານລາວ ໃຫ້ເຄື່ອນໄຫວມີປະສິດທິພາບ, ຍົກສູງຄຸນນະພາບວຽກການຈັດຫາງານ ແລະ ສ້າງວຽກເຮັດງານທຳ ໃຫ້ກ້າວໜ້າ ແລະ ເປັນລະບົບ; ສືບຕໍ່ເອົາໃຈໃສ່ຊີ້ນຳບັນດາຂະແໜງການທ່ອງທ່ຽວ ໃຫ້ສົມທົບກັບຜູ້ປະກອບການບໍລິການທ່ອງທ່ຽວໃຫ້ປະຕິບັດຕາມລະບຽບການກ່ຽວຂ້ອງຢ່າງເຄັ່ງຄັດ ໂດຍສະເພາະແມ່ນການຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ ຫລີກເວັ້ນບໍ່ໃຫ້ມີຫາງສຽງບໍ່ດີກະທົບຕໍ່ພາບພົດການທ່ອງທ່ຽວລາວ, ຖ້າເກີດມີເຫດການທີ່ມີການເຜີຍແຜ່ທາງອອນລາຍ ກໍໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນຊີ້ແຈງແກ້ໄຂ ໃຫ້ທັນເວລາ;


ວຽກງານການຕ່າງປະເທດ: ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ, ບັນຫາທີ່ລັດຖະບານ ຕ້ອງໄດ້ໃຫ້ທັດສະ ນະ ຫລື ລົງມະຕິນັ້ນ ເພື່ອລາຍງານຂໍທິດຊີ້ນໍາໃຫ້ທັນການ; ສືບຕໍ່ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ທີ່ຈະເດີນທາງໄປເຄື່ອນໄຫວວຽກງານຕ່າງປະເທດ ບົນຈິດໃຈປະຢັດມັດທະຍັດ, ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການເປັນປະທານກອງປະຊຸມອາຊຽນ ຂອງ ສປປ ລາວ ປີ 2024 ແລະ ບັນດາກອງປະຊຸມປິ່ນອ້ອມອື່ນໆ ໃຫ້ສໍາເລັດຕາມແຜນການ.

ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ - 4 - ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ
ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ - 3 - ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ
ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ - 5 - ເດືອນມີນາ 2024 ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ