ປະກາດແຕ່ງຕັ້ງຮອງປະທານສານປະຊາຊົນແຂວງເຊກອງ

- 22255034 1954990811440515 8268269345662443656 o - ປະກາດແຕ່ງຕັ້ງຮອງປະທານສານປະຊາຊົນແຂວງເຊກອງ
- kitchen vibe - ປະກາດແຕ່ງຕັ້ງຮອງປະທານສານປະຊາຊົນແຂວງເຊກອງ

ສານປະຊາຊົນສູງສຸດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຮອງປະທານສານປະຊາຊົນ ແຂວງເຊກອງ ຂຶ້ນໃນວັນທີ 3 ຕຸລາ 2017 ຢູ່ແຂວງເຊກອງ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາ ຊົນສູງສຸດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາພຽມ ບົວລະພາ ຮອງເລຂາພັກ ແຂວງເຊກອງ, ມີພະນັກງານ ການ ນໍາທີ່ກ່ຽວຂ້ອງ ແລະ ແຂກ ຮັບ ເຊີນເຂົ້າຮ່ວມ.

 

- Visit Laos Visit SALANA BOUTIQUE HOTEL - ປະກາດແຕ່ງຕັ້ງຮອງປະທານສານປະຊາຊົນແຂວງເຊກອງ

+ ປະກາດແຕ່ງຕັ້ງທ່ານພົນຈັດຕະວາ ບຸບຜາ ສີພົມມາ ເປັນຫົວໜ້າ​ກອງ​ບັນຊາ​ການ ປກສ ນະຄອນຫລວງວຽງຈັນຄົນ​ໃໝ່.

+ ສານປະຊາຊົນນະຄອນຫລວງວຽງຈັນຕັດສີນລົງໂທດຍິງຄ້າຢາເສບຕິດຈໍາຄຸກ 5 ປີ

ທ່ານ ກັ້ງ ເຕັມສົມບັດ ຫົວ ໜ້າກົມຈັດຕັ້ງສານປະຊາຊົນສູງສຸດຂຶ້ນຜ່ານມະຕິແຕ່ງຕັ້ງຂອງສະພາແຫ່ງຊາດ ສະບັບ ເລກທີ 032/ ສພຊ ລົງວັນທີ 13 ກັນຍາ 2017 ວ່າດ້ວຍການແຕ່ງຕັ້ງທ່ານ ນາງ ສີວິໄລ ຜາວິໄລ ເປັນຮອງປະ ທານ ສານປະຊາຊົນແຂວງ ເຊກອງ.

ໂອກາດດຽວກັນ, ທ່ານ ພັນຄໍາ ສິດທິດໍາພາ ໄດ້ເນັ້ນ ໃຫ້ ຜູ້ຖືກແຕ່ງຕັ້ງໃໝ່ຕ້ອງມີຄວາມຫ້າວຫັນ ແລະ ມີຄວາມຮັບ ຜິດ ຊອບຕໍ່ໜ້າທີ່ວຽກງານທີ່ການ ຈັດຕັ້ງມອບໝາຍໃຫ້, ສຸມໃສ່ ນໍາພາສະມາຊິກປະຕິບັດໜ້າ ທີ່ວຽກງານດ້ວຍ ຄວາມໂປ່ງ ໃສຂາວສະອາດໃນການຕັດ ສິນຄະດີຕ່າງໆ; ນອກນີ້, ບັນ ດາພະນັກງານວິຊາສະເພາະ ທີ່ ກ່ຽວຂ້ອງຕ້ອງ ເອົາໃຈໃສ່ໃນ ການກໍາເນື້ອໃນກົດໝາຍໃຫ້ ແໜ້ນ ເພື່ອເຮັດໃຫ້ດໍາເນີນ ຄະດີໃນການແກ້ໄຂວຽກງານ ຕ່າງໆມີຄວາມຍຸຕິທໍາເພື່ອເຮັດ ໃຫ້ປະຊາຊົນທຸກຊັ້ນຄົນໄດ້ຮັບ ຄວາມ ເປັນທໍາ ແລະ ເຊື່ອໝັ້ນ ຕໍ່ການປະຕິບັດຂອງສານປະ ຊາຊົນ ແຂວງ.

ທ່ານ ນາງ ສີວິໄລ ຜາວິໄລ ກ່າວວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະນໍາຂອງສານປະຊາຊົນ ແຂວງ ແລະ ສານປະຊາຊົນເຂດ I ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ພະນັກ ງານຜູ້ພິພາກສາ, ຜູ້ຊ່ວຍພິພາກ ສາ ແລະ ພະນັກງານວິຊາການ ໃຫ້ຄົ້ນຄວ້າແກ້ໄຂຄະດີຕ່າງໆ ຢ່າງມີຄວາມຮັບຜິດຊອບສູງ ຂອງສານປະຊາຊົນແຂວງເຊ ກອງໄດ້ຮັບສໍານວນ ຄະດີທັງໝົດ 48 ເລື່ອງ, ຄ້າງມາ 19 ເລື່ອງ, ເຂົ້າໃໝ່ 29 ເລື່ອງ, ລວມຄະດີແກ້ ໄຂແລ້ວ 34 ເລື່ອງ, ຍັງຄ້າງ ແລະ ພວມດໍາເນີນ 14 ເລື່ອງ.

- 5 - ປະກາດແຕ່ງຕັ້ງຮອງປະທານສານປະຊາຊົນແຂວງເຊກອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!