ເຊກອງຍົກລະດັບຄວາມຮູ້ການກວດສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

ຊຸດຝຶກອົບຮົມການກວດ ສອບສານພິດຕົກຄ້າງໃນພືດ ຜັກ ແລະ ຫມາກໄມ້ໃຫ້ພະນັກ ງານກະສິກຳແຂວງເຊກອງໄດ້ ມີຂຶ້ນໃນ ວັນທີ 9 ຕຸລານີ້ ທີ່ຫ້ອງ ປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ, ໂດຍການ ເຂົ້າຮ່ວມ ຂອງ ຮອງຫົວຫນ້າພະ ແນກກະສິກໍາ ແລະ ປ່າໄມ້ ແຂວງ, ຮອງຫົວຫນ້າຫນ່ວຍ ງານວິໄຈຢາປາບສັດຕູພືດ ແລະ ອາຫານພືດ ສູນປ້ອງ ກັນ ພືດສາລາຄໍາ ແລະ ນັກວິຊາ ການໜ່ວຍງານປູກຝັງຫ້ອງ ການກະສິກໍາ-ປ່າໄມ້ ເມືອງ ລະມາມ, ທ່າແຕງ ແລະ ດາກ ຈຶງ ເຂົ້າຮ່ວມ.
+ ປະກາດແຕ່ງຕັ້ງຮອງປະທານສານປະຊາຊົນແຂວງເຊກອງ
+ ກຸ່ມທ່າຊ້າງຕົວແບບການຜະລິດພືດຜັກອິນຊີທີ່ມີຄຸນນະພາບ
ຮອງຫົວ ຫນ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ເຊກອງ ກ່າວວ່າ: ຊຸດຝຶກອົບຮົມ ການກວດສອບສານພິດຕົກ ຄ້າງໃນພືດຜັກ ແລະ ຫມາກ ໄມ້ໃນຄັ້ງນີ້ມີຄວາມຫມາຍ ຄວາມສໍາຄັນຫລາຍ ຄຽງຄູ່ກັນ ນີ້ ຂະແຫນງປູກຝັງ ເຊິ່ງເປັນ ຂະແຫນງວິຊາສະເພາະຫນຶ່ງທີ່ມີພາລະບົດບາດສໍາຄັນໃນການປະກອບສ່ວນໂດຍກົງໃຫ້ແກ່ ການຄໍ້າປະກັນ ຄວາມຫມັ້ນຄົງ ທາງດ້ານສະບຽງອາຫານ ແລະ ການຜະລິດພືດຜັກເປັນສິນຄ້າ ຕາມທິດຊີ້ນໍາກະສິກໍາສະອາດ, ສີຂຽວ ແລະ ຍືນຍົງ. ພ້ອມນັ້ນ ກໍໄດ້ປະກອບສ່ວນສໍາຄັນຕົ້ນ ຕໍເຂົ້າໃນການເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຂະແຫນງກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວ.
ທ່ານຮອງຫົວ ຫນ້າພະ ແນກກະສິກໍາ ແລະ ປ່າໄມ້ແຂວງ ເຊກອງ ຍັງໄດ້ຮຽກຮ້ອງມາ ຍັງຜູ້ເຂົ້າຮ່ວມຝຶກອົບຮົມໃນ ຄັ້ງນີ້ຈົ່ງພ້ອມກັນຄົ້ນຄວ້າປະ ກອບຄໍາຄິດຄໍາເຫັນ, ຖອດຖອນ ບົດຮຽນເຊິ່ງກັນ ແລະ ກັນ, ພ້ອມ ທັງນໍາເອົາ ບົດຮຽນນີ້ໄປຈັດຕັ້ງ ປະຕິບັດໃຫ້ເກີດດອກອອກຜົນ.